ສືບຕໍ່ປະຕິບັດມາດຕະການຜ່ອນຜັນ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢ່າງຕັ້ງໜ້າ

ເພື່ອ​ເປັນ​ການ​ສືບ­ຕໍ່​ການ​ສະ­ກັດ​ກັ້ນ, ຄວບ​ຄຸມ ແລະ ປ້ອງ​ກັນ​ເຊື້ອ​ພະ­ຍາດ COVID-19, ບໍ່​ໃຫ້​ກັບ​ຄືນ​ມາ​ລະ­ບາດ​ອີກ​ເທື່ອ​ໃໝ່​ຢູ່​ປະ­ເທດ​ເຮົາ. ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ອອກ​ແຈ້ງ​ການ​ສະ­ບັບ​ເລກ​ທີ 597/ຫສນຍ, ລົງ​ວັນ​ທີ 29 ພຶດ­ສະ­ພາ 2020 ໄປ​ຍັງ​ທຸກ​ກະ­ຊວງ, ອົງ­ການ​ທຽບ​ເທົ່າ, ນະ­ຄອນ­ຫຼວງ ແລະ ບັນ­ດາ​ແຂວງ​ໃນ​ທົ່ວ​ປະ­ເທດ ກ່ຽວ​ກັບ​ການ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ ບັນ­ດາ​ມາດ​ຕະ­ການ​ຜ່ອນ­ຜັນ, ມາດ​ຕະ­ການ​ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ, ສະ­ກັດ ແລະ ແກ້​ໄຂ ການ​ລະ­ບາດ​ຂອງ​ພະ­ຍາດ COVID -19 ໃນ​ໄລ­ຍະ​ແຕ່​ວັນ​ທີ 2 ມິ­ຖຸ­ນາ ຮອດ​ວັນ​ທີ 30 ມິ­ຖຸ­ນາ 2020.

ເນື້ອ​ໃນ​ຂອງ​ແຈ້ງ​ການ​ເລກ​ທີ 597/ຫສນຍ ໄດ້​ຊີ້​ອອກ​ວ່າ: ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາ​ຕະ­ການ​ຜ່ອນ­ຜັນ ແລະ ມາດ​ຕະ­ການ​ປ້ອງ​ກັນ​ໃນ​ໄລ­ຍະ​ທີ່​ຜ່ານ​ມາ, ພວກ​ເຮົາ​ສາ­ມາດ​ຄວບ​ຄຸມ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ໄດ້​ໂດຍ​ພື້ນ­ຖານ ຊຶ່ງ​ມາ​ຮອດ​ປັດ­ຈຸ­ບັນ​ນີ້, ສປປ ລາວ ບໍ່​ພົບ​ການ​ແຜ່​ເຊື້ອ​ໃໝ່ ແລະ ລັດ­ຖະ­ບານ​ກໍ​ໄດ້​ຍົກ­ເລີກ ບັນ­ດາ​ມາດ​ຕະ­ການ​ເກືອດ​ຫ້າມ​ທີ່​ສຳ­ຄັນ​ຈຳ­ນວນ​ໜຶ່ງ ເພື່ອ​ສ້າງ​ເງື່ອນ­ໄຂ​ໃຫ້​ທົ່ວ​ສັງ­ຄົມ ສາ­ມາດ​ກັບ​ຄືນ​ມາ​ດຳ­ເນີນ​ຊີ­ວິດ​ປົກ­ກະ­ຕິ​ພາຍ​ໃຕ້​ເງື່ອນ­ໄຂ​ໃໝ່.

ແຕ່, ໃນ​ປັດ­ຈຸ­ບັນ, ສະ­ພາບ​ການ​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ COVID-19 ຢູ່​ໃນ​ພາກ​ພື້ນ ແລະ ໃນ​ໂລກ​ຫຼາຍ​ປະ­ເທດ​ໃນ​ທົ່ວ​ໂລກ ຍັງ​ສືບ­ຕໍ່​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ ຍັງ​ບໍ່​ທັນ​ສາ­ມາດ​ຢັບ​ຢັ້ງ​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ ກ່າວ​ນີ້​ໄດ້ ຊຶ່ງ​ສະ­ພາບ​ການ​ດັ່ງ­ກ່າວ, ຫາກ​ປະ­ເທດ​ເຮົາ​ບໍ່​ມີ​ມາດ​ຕະ­ການ​ທີ່​ເໝາະ​ສົມ​ເພື່ອ​ສືບ­ຕໍ່​ຄວບ​ຄຸມ, ສະ­ກັດ​ກັ້ນ ແລະ ປ້ອງ​ກັນ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ແລ້ວ, ປະ­ເທດ​ພວກ​ເຮົາ​ອາດ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ​ໃນ​ຮອບ​ໃໝ່. ດັ່ງ­ນັ້ນ, ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ຈຳ­ເປັນ​ທີ່​ຈະ​ຕ້ອງ​ໄດ້​ສືບ­ຕໍ່​ປະ­ຕິ­ບັດ​ການ​ຜ່ອນ­ຜັນ, ມາດ­ຕາ​ການ​ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ, ສະ­ກັດ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຢ່າງ​ເຄັ່ງ​ຄັດ, ເຂັ້ມ​ງວດ.

ແຈ້ງ​ການ​ເລກ​ທີ 597/ຫສນຍ ໄດ້​ຊີ້​ອອກ​ວ່າ: ໃຫ້​ຄະ­ນະ​ສະ­ເພາະ​ກິດ, ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ທຸກ​ຂັ້ນ ສືບ­ຕໍ່​ໂຄ­ສະ­ນາ​ກ່ຽວ​ກັບ​ຄວາມ​ເປັນ​ອັນ­ຕະ­ລາຍ ແລະ ວິ­ທີ​ການ, ມາດ​ຕະ­ການ​ປ້ອງ​ກັນ, ສະ­ກັດ​ກັ້ນ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ  COVID-19 ນັບ​ທັງ​ທາງ​ເລິກ ແລະ ທາງ​ກວ້າງ​ໃຫ້​ລະ­ອຽດ, ເຂົ້າ­ໃຈ​ງ່າຍ ຢູ່​ໃນ​ທົ່ວ​ສັງ­ຄົມ​ໃຫ້​ກວ້າງ­ຂວາງ, ເລິກ­ເຊິ່ງ ແລະ ທົ່ວ​ເຖິງ. ພ້ອມ​ດຽວ​ກັນ​ນີ້, ກໍ​ສືບ­ຕໍ່​ເອົາ­ໃຈ­ໃສ່​ວຽກ​ງານ​ຕອບ​ໂຕ້, ຕີ​ຖອຍ​ຂ່າວ​ລວງ, ຂ່າວ​ອະ­ກຸ­ສົນ ທີ່​ຈະ​ສ້າງ​ຄວາມ​ປັ່ນ​ປ່ວນ​ຢູ່​ໃນ​ສັງ­ຄົມ​ຢ່າງ​ເຂັ້ມ​ງວດ.

ສືບ­ຕໍ່​ປະ­ຕິ­ບັດ​ມາດ​ຕະ­ການ​ຜ່ອນ­ຜັນ ທີ່​ໄດ້​ກຳ­ນົດ​ໄວ້​ຢູ່​ໃນ​ແຈ້ງ​ການ​ຂອງ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ສະ­ບັບ​ເລກ​ທີ 580/ຫສນຍ, ລົງ​ວັນ​ທີ15 ພຶດ­ສະ­ພາ 2020 ເພື່ອ​ໃຫ້​ມີ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ-ສັງ­ຄົມ ໜ້ອຍ​ເທົ່າ​ທີ່​ຈະ​ໜ້ອຍ​ໄດ້, ສ້າງ​ເງື່ອນ­ໄຂ​ເພື່ອ​ເຮັດ​ໃຫ້­ການ​ດຳ­ເນີນ​ຊີ­ວິດ​ຢູ່​ໃນ​ທົ່ວ​ສັງ­ຄົມ ເຂົ້າ​ສູ່​ສະ­ພາບ​ປົກ­ກະ­ຕິ​ແບບ​ໃໝ່​ເທື່ອ​ລະ​ກ້າວ. ແຕ່, ໃຫ້​ສືບ­ຕໍ່​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ການ​ການ​ຕິດ­ເຊື້ອ​ຈຳ­ນວນ​ໜຶ່ງ​ຄື: ການ​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ, ລ້າງ​ມື​ໃຫ້​ສະ­ອາດ​ດ້ວຍ​ສະ­ບູ ຫຼື ເຈວ​ລ້າງ​ມື, ໃສ່​ຜ້າ​ອັດ​ປາກ-ອັດ​ດັງ, ແທກ​ອຸນ­ຫະ­ພູມ​ໃຫ້​ປົກ­ກະ­ຕິ ແລະ ອະ­ນາ­ໄມ​ສະ­ຖານ­ທີ່​ໃຫ້​ສະ­ອາດ.

ອະ­ນຸ­ຍາດ​ໃຫ້​ໂຮງ­ຮຽນ ແລະ ສະ​ຖາ​ບັນ​ການ​ສຶກ​ສາ ເປີດ​ການ​ຮຽນ-ການ​ສອນ​ຄືນ​ໃນ​ໂຮງ​ລ້ຽງ​ເດັກ, ໂຮງ­ຮຽນ​ອະ­ນຸ­ບານ, ຊັ້ນ​ປະ­ຖົມ​ແຕ່ ປ.1-ປ.5, ມ.1-ມ.3, ມ.5-ມ.6, ປີ​ສຸດ​ທ້າຍ​ຂອງ​ວິ­ທະ­ຍາ­ໄລ​ອາ­ຊີ­ວະ​ສຶກ​ສາ, ວິ­ທະ­ຍາ­ໄລ​ຄູ ແລະ ມະ­ຫາ­ວິ­ທະ­ຍາ­ໄລ. ການ​ຈັດ​ຝຶກ​ອົບ­ຮົມ ແລະ ການ​ຮຽນ​ໄລ­ຍະ​ສັ້ນ​ນັບ​ແຕ່​ວັນ​ທີ 2 ມິ­ຖຸ­ນາ 2020 ເປັນ­ຕົ້ນ​ໄປ. ສ່ວນ​ບັນ­ດາ​ຊັ້ນ​ຮຽນ​ທີ່​ເຫຼືອ ແມ່ນ​ໃຫ້​ເລີ້ມ​ເປີດ​ການ​ຮຽນ-ການ​ສອນ​ຄືນ​ນັບ​ແຕ່​ວັນ​ທີ 15 ມິ­ຖຸ­ນາ 2020 ເປັນ­ຕົ້ນ​ໄປ, ໂດຍ​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ, ລ້າງ​ມື​ໃຫ້​ສະ­ອາດ​ດ້ວຍ​ສະ­ບູ ຫຼື ເຈວ​ລ້າງ​ມື, ໃສ່​ຜ້າ​ອັດ​ປາກ-ອັດ​ດັງ, ແທກ​ອຸນ­ຫະ­ພູມ​ໃຫ້​ປົກ­ກະ­ຕິ ແລະ ອະ­ນາ­ໄມ​ສະ­ຖານ­ທີ່​ໃຫ້​ສະ­ອາດ.

ອະ­ນຸ­ຍາດ​ໃຫ້​ຈັດ­ການ​ແຂ່ງ­ຂັນ​ກິ­ລາ (ແຕ່​ບໍ່​ໃຫ້​ມີ​ຜູ້​ຊົມ), ເປີດ​ຕະ­ຫຼາດ­ນັດ​ກາງ­ຄືນ, ເປີດ​ຮ້ານ​ກິນ​ດື່ມ​ທີ່​ໄດ້​ຮັບ​ອະ­ນຸ­ຍາດ​ຢ່າງ​ເປັນ​ທາງ​ການ (ທີ່​ບໍ່​ແມ່ນ​ຮ້ານ​ເຫຼົ້າ, ເບຍ ແລະ ສິ່ງ​ມຶນ­ເມົາ ເພື່ອ​ຊຸມ​ແຊວ), ເປີດ​ໂຮງ​ສາຍ­ຮູບ­ເງົາ. ພ້ອມ​ດຽວ​ກັນ​ນີ້, ກໍ​ອະ​ຍຸ​ຍາດ​ໃຫ້​ບັນ­ດາ​ໂຄງ­ການ, ກິດ­ຈະ­ການ ແລະ ໂຮງ­ງານ​ສາ­ມາດ​ເປີດ​ການ​ດຳ­ເນີນ​ກິດ­ຈະ­ການ​ປົກ­ກະ­ຕິ, ໂດຍ​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ, ລ້າງ​ມື​ໃຫ້​ສະ­ອາດ​ດ້ວຍ​ສະ­ບູ ຫຼື ເຈວ​ລ້າງ​ມື, ໃສ່​ຜ້າ​ອັດ​ປາກ-ອັດ​ດັງ, ແທກ​ອຸນ­ຫະ­ພູມ​ໃຫ້​ປົກ­ກະ­ຕິ ແລະ ອະ­ນາ­ໄມ​ສະ­ຖານ­ທີ່​ໃຫ້​ສະ­ອາດ.

ໃຫ້​ສືບ­ຕໍ່​ປະ­ຕິ­ບັດ​ບາງ​ມາດ​ຕະ­ການ ທີ່​ໄດ້​ກຳ­ນົດ​ໄວ້​ຢູ່​ໃນ​ແຈ້ງ​ການ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ສະ­ບັບ​ເລກ​ທີ 06/ນຍ, ລົງ​ວັນ​ທີ 21 ມີ­ນາ 2020 ຢ່າງ​ເຄັ່ງ​ຄັດ, ເຂັ້ມ​ງວດ​ຄື: ສືບ­ຕໍ່​ປິດ​ຮ້ານ​ບັນ​ເທິງ, ຮ້ານ​ຄາ​ຣາ​ໂອ​ເກະ ແລະ ກາ­ສິ​ໂນ. ຫ້າມ​ບໍ່​ໃຫ້​ຈັດ​ກິດ­ຈະ­ກຳ​ຊຸມ­ນຸມ​ທີ່​ບໍ່​ເປັນ​ທາງ​ການ, ການ​ຊຸມ​ແຊວ, ງານ​ລ້ຽງ, ງານ​ປະ­ເພ­ນີ​ທີ່​ບໍ່​ສາ­ມາດ​ຮັກ­ສາ​ໄລ­ຍະ​ຫ່າງ​ກັນ 1 ແມັດ​ຂຶ້ນ​ໄປ​ໄດ້, ມີ​ຄວາມ​ສ່ຽງ​ທີ່​ຈະ​ຕິດ­ເຊື້ອ, ການ​ແຕ່ງ­ດອງ​ໃຫ້​ຖື​ເອົາ​ການ​ຈົດ​ທະ­ບຽນ​ເປັນ​ເນື້ອ​ໃນ​ຕົ້ນ­ຕໍ ແລະ ກໍ​ອາດ​ຈະ​ຈັດ​ພິ­ທີ​ບາ­ສີ​ສູ່​ຂັວນ​ຕາມ​ປະ­ເພ­ນີ​ອັນ​ດີ­ງາມ​ໄດ້, ແຕ່, ຕ້ອງ​ຢູ່​ບົນ​ພື້ນ­ຖານ​ປະ­ຕິ­ບັດ​ຈິດ­ໃຈ​ປະ­ຢັດ​ມັດ­ທະ­ຍັດ, ຮັບ­ປະ­ກັນ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ ແລະ ບໍ່​ໃຫ້​ມີ​ຄວາມ​ສ່ຽງ​ທີ່​ຈະ​ຕິດ­ເຊື້ອ.

ສືບ­ຕໍ່​ປິດ​ດ່ານ​ປະ­ເພ­ນີ ແລະ ດ່ານ​ທ້ອງ­ຖິ່ນ​ທົ່ວ​ປະ­ເທດ, ຍົກ­ເວັ້ນ​ການ​ເຂົ້າ-ອອກ​ຂອງ​ລົດ​ຂົນ­ສົ່ງ​ສິນ­ຄ້າ​ຢູ່​ໃນ​ບາງ​ດ່ານ ທີ່​ໄດ້​ຮັບ​ອະ­ນຸ­ຍາດ​ຈາກ​ລັດ­ຖະ­ບານ. ສຳ­ລັບ​ດ່ານ​ສາ­ກົນ​ຍັງ​ສືບ­ຕໍ່​ປິດ​ການ​ເຂົ້າ-ອອກ​ສຳ­ລັບ​ບຸກ­ຄົນ​ທົ່ວ​ໄປ, ສ່ວນ​ລົດ​ຂົນ­ສົ່ງ​ສິນ­ຄ້າ​ແມ່ນ​ສາ­ມາດ​ເຂົ້າ-ອອກ​ໄດ້​ຕາມ​ປົກ­ກະ­ຕິ. ສຳ­ລັບ​ບຸກ­ຄົນ​ທີ່​ມີ​ຄວາມ​ຈຳ­ເປັນ​ຮີບ​ດ່ວນ ແລະ ໄດ້​ຮັບ​ອະ­ນຸ­ຍາດ​ຈາກ​ຄະ­ນະ​ສະ­ເພາະ​ກິດ ກໍ​ສາ­ມາດ​ເຂົ້າ-ອອກ​ໄດ້.

ສືບ­ຕໍ່​ໂຈະ​ການ​ອອກ​ວິ­ຊາ​ທ່ອງ​ທ່ຽວ ແລະ ວິ­ຊາ​ຢ້ຽມ­ຢາມ ສຳ­ລັບ​ບຸກ­ຄົນ​ທີ່​ເດີນ­ທາງ​ຜ່ານ​ປະ­ເທດ​ທີ່​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ COVID -19. ສຳ­ລັບ​ນັກ​ການ​ທູດ, ພະ­ນັກ­ງານ​ຂອງ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ, ຊ່ຽວ­ຊານ, ວິ­ຊາ​ການ ແລະ ແຮງ​ງານ​ຕ່າງ­ປະ­ເທດ ທີ່​ມີ​ຄວາມ​ຈຳ­ເປັນ​ຮີບ​ດ່ວນ ກໍ​ສາ­ມາດ​ເຂົ້າ​ມາ​ປະ­ຕິ­ບັດ​ໜ້າ­ທີ່​ຢູ່​ໃນ​ສະ­ຖານ­ທູດ, ຫ້ອງ­ການ, ບັນ­ດາ​ກິດ­ຈະ­ການ ແລະ ໂຄງ­ການ​ຕ່າງໆ, ແຕ່​ຈະ​ຕ້ອງ​ຜ່ານ​ການ​ພິ­ຈາ­ລະ­ນາ​ເຫັນ​ດີ​ຈາກ​ຈາກ​ຄະ­ນະ​ສະ­ເພາະ​ກິດ ຊຶ່ງ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ຈະ​ມີ​ຄຳ​ແນະ­ນຳ​ສະ­ເພາະ.

ແຈ້ງ​ການ​ສະ­ບັບ​ເລກ​ທີ 597/ຫສນຍ, ລົງ​ວັນ​ທີ 29 ພຶດ­ສະ­ພາ 2020 ແມ່ນ​ນິ­ຕິ​ກຳ​ທີ່​ສຳ­ຄັນ ທີ່​ໄດ້​ກຳ­ນົດ​ບັນ­ດາ​ມາ​ຕະ­ການ​ຜ່ອນ­ຜັນ ເພື່ອ​ສືບ­ຕໍ່​ການ​ປ້ອງ​ກັນ, ສະ­ກັດ​ກັ້ນ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ໃນ​ໄລ­ຍະ​ແຕ່​ວັນ​ທີ 2 ມິ­ຖຸ­ນາ ໄປ​ຈົນ​ຮອດ​ວັນ​ທີ 30 ມິ­ຖຸ­ນາ 2020 ຊຶ່ງ​ມັນ​ຮຽກ­ຮ້ອງ​ໃຫ້​ແຕ່​ລະ​ກະ­ຊວງ, ອົງ­ການ​ທຽບ​ເທົ່າ, ນະ­ຄອນ­ຫຼວງ, ບັນ­ດາ​ແຂວງ ແລະ ທຸກ​ທ້ອງ­ຖິ່ນ​ໃນ​ທົ່ວ​ປະ­ເທດ​ພ້ອມ​ກັນ​ເຊື່ອມ​ຊຶມ, ກຳ​ແໜ້ນ ແລະ ດຳ­ເນີນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຢ່າງ​ຖືກ­ຕ້ອງ, ຖັນ​ແຖວ​ພະ­ນັກ­ງານ, ທະ­ຫານ, ຕຳ­ຫຼວດ ແລະ ປະ­ຊາ­ຊົນ​ບັນ­ດາ​ຊັ້ນ​ຄົນ ແລະ ເຜົ່າ​ຕ່າງໆ ມີ­ໜ້າ​ທີ່​ເຂົ້າ​ຮ່ວມ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ດ້ວຍ​ຄວາມ​ຕືນ​ຕົວ, ເປັນ​ເອ­ກະ​ພາບ, ເປັນ​ເຈົ້າ​ການ​ຢ່າງ​ເຄັ່ງ​ຄັດ ແລະ ເຂັ້ມ​ງວດ ເພື່ອ​ສ້າງ​ທຸກ​ເງື່ອນ­ໄຂ ເພື່ອ​ບໍ່​ໃຫ້​ພະ­ຍາດ COVID-19 ກັບ​ຄືນ​ມາ​ລະ­ບາດ​ຢູ່​ປະ­ເທດ​ເຮົາ​ອີກ​ເທື່ອ​ໃໝ່​ໄດ້.

error: Content is protected !!