ມອບ-ຮັບຖາວອນ ເສັ້ນທາງແຕ່ 4 ແຍກຕານມີໄຊ-3 ແຍກສີເກີດ

    ພາຍຫຼັງກຸ່ມບໍລິສັດ ຕັງຈະເລີນ ຈໍາກັດຜູ້ດຽວ (ຜູ້ຮັບເໝົາ) ໄດ້ມອບໂຄງການກໍ່ສ້າງສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ 4 ແຍກ ໄຟອໍານາດ ຕານມີໄຊ ເມືອງໄຊທານີ-3 ແຍກສີເກີດ ເມືອງນາຊາຍທອງ ນະ ຄອນຫຼວງວຽງຈັນ (ນວ) ໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນວ (ເຈົ້າຂອງໂຄງການ) ເປັນຜູ້ຄຸ້ມຄອງ ປົກປັກຮັກສາ ແລະ ນໍາໃຊ້ແຕ່ທ້າຍປີ 2020 ເປັນຕົ້ນມາ ພ້ອມທັງຜ່ານໄລຍະຮັບປະກັນໂຄງ ການເປັນເວລາ 1 ປີກວ່າ ພະແນກ ຍທຂ ນວ ຈຶ່ງໄດ້ເຊີນເອົາພາກສ່ວນກ່ຽວຂ້ອງ ໂດຍສະເພາະຫ້ອງວ່າການປົກຄອງ ນວ ກົມຂົວທາງ ກະຊວງ ຍທຂ ບັນດາພະແນກການ ຂະແໜງການ ແລະ ຫ້ອງການ ຍທຂ ເມືອງ ລົງກວດກາການຈັດຕັ້ງປະຕິບັດການມອບ-ຮັບຖາວອນໂຄງການດັ່ງກ່າວ ໃນວັນທີ 5 ສິງ ຫາ ຜ່ານມາ.

    ເສັ້ນທາງເບຕົງເສີມເຫຼັກ ແຕ່ 4 ແຍກ ໄຟອໍານາດ ຕານມີໄຊ-3 ແຍກສີເກີດ ເປັນເສັ້ນທາງໜຶ່ງທີ່ເຂົ້າແຜນບູລິມະສິດທຶນເປົ້າໝາຍຂອງລັດຖະບານ ເລີ່ມແຕ່ປີ 2017 ໃນການປັບປຸງພື້ນຖານໂຄງລ່າງຂອງ ນວ ເຊິ່ງລັດຖະບານມອບໃຫ້ ນວ ເປັນໃຈກາງໃນການຊີ້ນໍາ-ນໍາພາຮອບດ້ານ ພ້ອມທັງຊຸກຍູ້ຕິດ ຕາມກວດກາຢ່າງໃກ້ຊິດ ທັງເປັນເສັ້ນທາງສາຍຫຼັກທີ່ມີບົດບາດສໍາຄັນໃນການເຊື່ອມຕໍ່ລະຫວ່າງທາງຫຼວງແຫ່ງຊາດ ເລກທີ 13 ເໜືອ ທາງດ່ວນ ວຽງຈັນ-ວັງວຽງ ແລະ ທາງ 13 ໃຕ້ ພາຍຫຼັງໄດ້ຮັບການຊີ້ນໍາຈາກ ນວ ກໍຄືພະແນກ ຍທຂ ນວ ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດຜູ້ດຽວ ກໍໄດ້ດໍາເນີນການສໍາຫຼວດ-ອອກແບບສຶກສາຄວາມເປັນໄປໄດ້ໂຄງການດັ່ງກ່າວ ເບື້ອງຕົ້ນໄດ້ກໍານົດມາດຕະຖານເຕັກນິກ ຂະໜາດໜ້າທາງເດີມ ກວ້າງ 10 ແມັດ ມາເປັນ 28 ແມັດ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນສະ ເພາະໜ້າ ແລະ ຍາວນານ ເພື່ອຮອງຮັບການຂະຫຍາຍຕົວດ້ານເສດຖະກິດ ແລະ ການຂະຫຍາຍຕົວເມືອງ ໃນອະນາຄົດ ຫຼັງຈາກໄດ້ຮັບການພິຈາລະນາ-ຮັບຮອງດ້ານມາດຕະຖານເຕັກນິກ ມູນຄ່າການກໍ່ ສ້າງ ກໍໄດ້ລົງນາມສັນຍາໂຄງການກໍ່ສ້າງ ຕາມສັນຍາສະບັບເລກທີ 0333/ຈນວ ລົງວັນທີ 13 ກັນຍາ 2016 ເສັ້ນທາງດັ່ງກ່າວມີຄວາມຍາວ 9,3 ກິໂລແມັດ ກວ້າງ 28 ແມັດ ໜ້າທາງປູດ້ວຍເບຕົງເສີມເຫຼັກ ໜາ 23 ຊັງຕີແມັດ ມີ 6 ເລນລົດແລ່ນ ມີດອນກາງທາງ ທາງຄົນຍ່າງສອງເບື້ອງ ພ້ອມໄຟເຍືອງທາງ ນອກນີ້ຍັງໄດ້ຍົກຍ້າຍ-ຕິດຕັ້ງຕາຂ່າຍໄຢຟ້າ 22kv ຍົກຍ້າຍ-ຕິດຕັ້ງສາຍເຄເບິ້ນ ຍົກຍ້າຍ-ຕິດຕັ້ງລະບົບນໍ້າປະປາ ແລະ ລະບົບລະບາຍນໍ້າໃໝ່ທັງໝົດ ເຊິ່ງນັບແຕ່ມື້ເລີ່ມກໍ່ສ້າງເສັ້ນທາງດັ່ງກ່າວເປັນຕົ້ນມາ ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດຜູ້ດຽວ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະສານສົມທົບກັບເຈົ້າຂອງໂຄງການ ອໍານາດການປົກຄອງ ແລະ ປະຊາຊົນທີ່ອາໃສຢູ່ເຂດດັ່ງກ່າວ ໂດຍສະເພາະການປຸກລະດົມຂົນຂວາຍໃຫ້ເຂົາເຈົ້າມີສ່ວນຮ່ວມໃນການຂະຫຍາຍໜ້າທາງໃຫ້ໄດ້ຕາມາດຕະຖານເຕັກນິກ ພ້ອມທັງໄດ້ສຸມທຶນຮອນ ພາຫານະກົນຈັກ ພະນັກງນວິຊາການເປັນຈໍານວນຫຼວງຫຼາຍເຂົ້າໃນການກໍ່ສ້າງ ເພື່ອເຮັດໃຫ້ສໍາເລັດຕາມລະດັບຄາດໝາຍ ມີຄວາມສວຍງາມ ແລະ ຮັບປະກັນດ້ານເຕັກນິກ.

    ເຖິງວ່າການກໍ່ສ້າງຕົວຈິງພົບຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນການໄກ່ເກ່ຍສິ່ງກີດຂວາງ ການສັນ ຈອນຕິດຂັດ ການລະບາດຂອງພະຍາດໂຄວິດ-19 ແລະ ຫາງສຽງຈົ່ມວ່າຂອງສັງຄົມ ແຕ່ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດຜູ້ດຽວ ກໍໄດ້ຕັດສິນໃຈສູງໃນການຄົ້ນຄວ້າທຶນຮອນ ວັດຖຸຕ່າງໆ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ເຮັດໃຫ້ໂຄງການນີ້ສໍາເລັດຢ່າງຈົບງາມ ມູນຄ່າການກໍ່ສ້າງໂຄງການດັ່ງກ່າວ 45.110.661 ລ້ານໂດລາສະຫະລັດ (1 ໂດລາສະຫະລັດ/8.122 ກີບ) ຫຼື ເທົ່າກັບ 366.388.793.272 ກີບ ເຊິ່ງໄລຍະຜ່ານມາເຈົ້າຂອງໂຄງການໄດ້ຊໍາລະໃຫ້ຜູ້ຮັບເໝົາແລ້ວ 53.219.690.000 ກີບ ປັດຈຸບັນຍັງເຫຼືອ 313.026.050.486 ກີບ ທີ່ເຈົ້າຄອງໂຄງການຈະຕ້ອງຊໍາລະໃຫ້ສໍາເລັດ.

error: Content is protected !!