ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນຢ້ຽມຢາມສະຖານທູດລາວປະຈຳ ສສ ຫວຽດນາມ

      ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດ ນາມ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາ ທິການສູນກາງພັກ ເລຂາຄະນະພັກ ປະທານ ສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມ ດ້ວຍຄະນະຜູ້ແທນຂັ້ນສູງ ແລະ ນັກທຸລະກິດ ໄດ້ເຂົ້າຢ້ຽມຢາມ ສະຖານທູດລາວປະຈຳ ສສ ຫວຽດນາມ ໂດຍການຕ້ອນຮັບຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍພະນັກງານສະຖານ ທູດ ວັນທີ 11 ສິງຫາ 2022 ທີ່ສະຖານທູດ ລາວປະຈຳຫວຽດນາມ.

     ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ກ່າວຕ້ອນ ຮັບ ແລະ ລາຍງານສະພາບພາຍໃນສະຖານທູດ ໂດຍຫຍໍ້ເປັນຕົ້ນແມ່ນໂຄງປະກອບການຈັດຕັ້ງຂອງສະຖານທູດເຊິ່ງມີ ຫ້ອງການການເມືອງ ປະ ກອບມີ 2 ພາກສ່ວນ ຄື: ກະຊວງການຕ່າງ ປະເທດ ແລະ ຄະນະພົວພັນຕ່າງປະເທດສູນ ກາງພັກ ຫ້ອງການປ້ອງກັນຊາດ ຫ້ອງການສຶກ ສາ ແລະ ວັດທະນະທຳ ມີ 2 ພາກສ່ວນ ຄື: ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງ ທ່ຽວ ແລະ ກະຊວງສຶກສາ ຫ້ອງການການ ຄ້າການລົງທຶນປະກອບມີ 2 ພາກສ່ວນຄື: ກະຊວງແຜນການ ແລະ ການລົງທຶນ ພາຍໃນສະ ຖານທູດມີພະນັກງານທັງໝົດ 30 ສະຫາຍ ສ່ວນດ້ານການຈັດຕັ້ງພັກນັ້ນຄະນະພັກຮາກຖານສະຖານທູດລາວປະຈຳຫວຽດນາມເປັນຄະນະພັກໜຶ່ງທີ່ຂຶ້ນກັບຄະນະພັກກະຊວງການຕ່າງປະເທດ ມີ 49 ໜ່ວຍພັກ ມີພາລະບົດບາດ ເປັນເສນາທິການໃຫ້ແກ່ຄະນະພັກກະຊວງການຕ່າງປະເທດໃນການຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ມະຕິຄຳສັ່ງ ຂໍ້ກຳນົດ ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ແຫ່ງ ສປປ ລາວ ແລະ ຫວຽດນາມ ດ້ານການ ຈັດຕັ້ງລັດ ສະຖານເອກອັກຄະລັດຖະທູດ ມີພາ ລະບົດບາດເປັນຕົວແທນໃຫ້ພັກ-ລັດຖະບານ ລາວ ສະພາແຫ່ງຊາດ ອົງການຈັດຕັ້ງມະຫາຊົນ ຂອງ ຫວຽດນາມ ເປັນຂົວຕໍ່ ແລະ ອຳນວຍ ຄວາມສະດວກຕາມລະບຽບການໃຫ້ທຸກຂະແໜງການ ລະຫວ່າງ ສອງປະເທດ ແຕ່ສູນກາງ ຮອດທ້ອງຖິ່ນຮ່ວມມືກັນບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເພື່ອປົກປັກຮັກສາເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ.

       ໃນໂອກາດນີ້ສະຫາຍ ອານຸພາບ ຕຸນາລົມ ໄດ້ໂອ້ລົມໂດຍເນັ້ນໃຫ້ພະນັກງານການທູດເອົາ ໃຈໃສ່ປະກອບສ່ວນພັດທະນາເສດຖະກິດດ້ວຍ ການເພີ່ມທະວີຊຸກຍູ້ສົ່ງເສີມການລົງທຶນດຶງດູດ ເອົາການລົງທຶນຈາກ ສສ ຫວຽດນາມມາລົງ ທຶນຢູ່ ສປປ ລາວໃຫ້ຫຼາຍຂຶ້ນ ແລະ ຕັ້ງໜ້າເສີມຂະຫຍາຍສາຍພົວພັນມິດຕະພາບ ລາວ-ຫວຽດນາມ-ຫວຽດນາມ-ລາວ ກໍຄື ເອົາໃຈໃສ່ຄົ້ນຄວ້າກຳແໜ້ນ ແລະ ຜັນຂະຫຍາຍເນື້ອໃນຂອງກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວປະຈຳຢູ່ຕ່າງປະເທດໂດຍສະເພາະການຈັດຕັ້ງປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຂອງສຳນັກງານໃນການສົ່ງເສີມສາຍພົວພັນດ້ານການເມືອງ ການປ້ອງກັນຊາດ ຄວາມໝັ້ນຄົງ ການຮ່ວມມືດ້ານເສດຖະກິດ.

    ໃນວັນດຽວກັນນີ້ ຄະນະຜູ້ແທນຂັ້ນ ສູງນະ ຄອນຫຼວງວຽງຈັນນຳໂດຍ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ສະຫາຍ ຟ່າມ ກວາງຫງິ ອະດີດກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 9-14 ສິງຫາ 2022.

    ເພັດສະໝອນ ( ຮູບ)11.8.2022

error: Content is protected !!