ພະຍາດໂຄວິດ-19 ໄດ້ສ້າງຜົນກະທົບໄປທົ່ວທຸກວຽກງານຂະແໜງການໃນທົ່ວປະເທດ ລວມທັງຜູ້ປະ ກອບການບໍລິການຕ່າງໆ ແມ່ນກະທັ່ງຮ້ານຂາຍເຂົ້າປຽກຢູ່ເທິງເນີນສູງ ຂອງທ່ານນາງ ລັດດາ ຍອດວົງ ສາ ບ້ານນາໄຊ ເມືອງສຳພັນ ແຂວງຜົ້ງສາລີ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ.

ທ່ານນາງ ລັດດາ ຍອດວົງສາ ເຈົ້າຂອງຮ້ານຂາຍເຝີ ແລະ ເຂົ້າປຽກ ບ້ານນາໄຊ ກ່າວວ່າ: ດີໃຈຫຼາຍ ທີ່ພາຍຫຼັງລັດຖະບານມີການຜ່ອນຜັນ ເຮັດໃຫ້ການຄ້າຂາຍມີບັນຍາກາດຄຶກຄັກຂຶ້ນມາອີກຄັ້ງ ເຊິ່ງກ່ອນ ໜ້າທີ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຮ້ານກໍປິດ ຂາດລາຍຮັບເປັນເວລາເກືອບສອງເດືອນ ເຮັດໃຫ້ພົບກັບຄວາມຫຍຸ້ງຍາກສົມຄວນ ເຄີຍມີລາຍໄດ້ມື້ລະ 2-3 ແສນກີບຈາກການຂາຍເຄື່ອງ ແຕ່ກັບ ບໍ່ມີລາຍຮັບ ໂຊກດີທີ່ຢູ່ໃນເຂດພື້ນທີ່ອຸດົມສົມຍູນໃນການປູກ-ການລ້ຽງ ມີສັດລ້ຽງ ແລະ ສວນພືດຜັກຄົວ ເຮືອນ ຊ່ວຍໃນການດຳລົງຊີວິດ.

ແຕ່ພາຍຫຼັງມີການຜ່ອນພັນມານີ້ ກໍສາມາດກັບຄືນມາໃຫ້ການບໍລິການຂາຍເຄື່ອງຄືເກົ່າ ບັນດາລູກ ຄ້າປະຈຳ ແລະ ຂາຈອນ ກໍກັບຄືນມາໃຫ້ການອຸດໜູນຊຸກຍູ້ຄືເໜືອມເດີມ ລວມທັງຜູ້ຂຽນເອງ ມີໂອກາດ ເດີນທາງມາກັບທີມງານຂອງໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ແລະ ໃຫຍ່ງາມ” ເປັນການຮ່ວມ ມືລະຫວ່າງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ມີໂອກາດມາແວ່ຊີມ ທ່ານໃດມີໂອກາດເດີນທາງມາຮອດ ເມືອງສຳ ພັນ ແຂວງຜົ້ງສາລີ ກໍຢ່າລືມມາແວ່ອຸດໜູນ ສ່ວນເລື່ອງຣົດຊາດຂອງກິນຢູ່ກັບຜູ້ມັກ ສຳລັບສ່ວນຕົວແລ້ວ ເຫັນວ່າແຊບຖືກໃຈ.

# ຂ່າວ & ພາບ: ບຸນມີ