ບໍລິສັດລົດໄຟລາວ-ຈີນ ເພີ່ມຂະບວນການຂົນສົ່ງ ຜູ້ໂດຍສານ

    ວັນທີ 11 ສິງຫາ 2022 ບໍລິສັດລົດໄຟລາວ-ຈີນ ຈໍາກັດ ແຈ້ງໃຫ້ຮູ້ກ່ຽວກັບການເພີ່ມຖ້ຽວລົດໄຟຜູ້ໂດຍສານໃນວັນທີ  12-14 ສິງຫາວ່າ:ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານທັງພາຍໃນ ແລະ ຕ່າງ ປະເທດ ບໍລິສັດໄດ້ຄົ້ນຄວ້າເພີ່ມ ຂະບວນລົດໄຟຂົນສົ່ງໂດຍສານ EMU ຖ້ຽວ C86/5 ແລ່ນຈາກ ສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີເມືອງໄຊ ໄປ-ກັບ 1 ຄູ່ ແລະ ລົດໄຟ EMU ຖ້ຽວ C92/1 ແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພະບາງ ໄປ-ກັບ 1 ຄູ່ ໃນລະຫວ່າງວັນທີ 12-14 ສິງຫາ 2022.

       ລາຍລະອຽດມີຄື: ລົດໄຟ EMU ຖ້ຽວ C92 ອອກຈາກ ສະຖານີນະຄອນຫຼວງວຽງຈັນ ເວລາ 9:20 ແລະ ຮອດສະຖາ ນີຫຼວງພະບາງ ເວລາ 11:13 ລົດໄຟຖ້ຽວ C91 ອອກຈາກຫຼວງ ພະບາງ ເວລາ 11:40 ແລະ ຮອດ ສະຖານີນະຄອນຫຼວງວຽງຈັນເວ ລາ 13:33 ລົດໄຟ EMU ຖ້ຽວ C86 ອອກຈາກສະຖານີນະຄອນ ຫຼວງວຽງຈັນ ເວລາ 10:10 ແລະ ຮອດສະຖານີເມືອງໄຊ ເວລາ 13:45 ລົດໄຟຖ້ຽວ C85 ອອກຈາກສະຖານີເມືອງໄຊ ເວລາ 14:25 ແລະ ຮອດສະຖານີ ນະຄອນຫຼວງວຽງຈັນເວລາ 17:48.

error: Content is protected !!