6 ເດືອນຕົ້ນປີ ສັງທອງມີອຸປະຕິເຫດ ເກີດຂື້ນ 19 ເລື່ອງ

ທ່ານ ພັນໂທ ໄພທູນ ມະນີວົງ ຮອງພະແນກຕໍາຫຼວດຊີ້ນໍາຈາລະຈອນ ເມືອງສັງທອງ

ໃຫ້ສໍາພາດ ວັນທີ 9 ສິງຫາ 2022 ວ່າ: ໃນຊ່ວງໄລຍະ 6 ເດືອນຕົ້ນປີ ເດືອນມັງກອນ ຫາ ເດືອນມິຖຸນາ ມີອຸປະຕິເຫດເກີດຂຶ້ນທັງໝົດ 19 ເລື່ອງ ໃນນັ້ນແກ້ໄດ້ 13 ເລື່ອງ ສົ່ງພະແນກຕໍາຫຼວດ ນະຄອນຫຼວງ 6 ເລື່ອງ ພາຫານະເປ່ເພ 36 ຄັນ ເລັກນ້ອຍ 22 ຄັນ ສົມຄວນ 13 ຄັນ ໃຊ້ການບໍ່ໄດ້ 1 ຄັນ ມີຜູ້ໄດ້ຮັບບາດເຈັບທັງໝົດ 82 ຄົນ ເລັກນ້ອຍ 21 ຄົນ ສົມຄວນ 41 ຄົນ ແລະ ເສຍຊິວິດ 6 ຄົນ ລວມມູນຄ່າຄວາມເສຍຫາຍທັງໝົດ 639 ລ້ານກີບ.

error: Content is protected !!