ຊຽງຂວາງ​ ເລັ່ງສັກວັກຊີນ ໃຫ້ໄດ້ຕາມເປົ້າ ເພື່ອກຽມງານກິລາແຫ່ງຊາດ

ແຂວງ ຊຽງຂວາງ ຈະສູ້ຊົນ ໃນການສັກວັກຊີນ ໂຄວິດ-19 ໃຫ້ໄດ້ຕາມເປົ້າໝາຍເຮັດໃຫ້ອັດຕາ ການສັກວັກຊິນເຂັມທີ 1 ໃຫ້ບັນລຸ 80% ຂຶ້ນໄປ ເຂັມ 2 ກວມເອົາ 70% ແລະ ເຂັມ 3 ແມ່ນໃຫ້ບັນລຸ 40% ຂຶ້ນໄປ ເພື່ອກຽມພ້ອມຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ຊຽງຂວາງ ທີ່ຈະຈັດຂຶ້ນ ໃນທ້າຍປີນີ້.

ທ່ານ ດຣ ບົວພັນ ວົງມະ ຈັນ ວ່າການຫົວໜ້າພະແນກສາທາ ລະນະສຸກ ແຂວງຊຽງຂວາງ ໄດ້ສໍາພາດຕໍ່ສື່ມວນຊົນ ວັນທີ 8 ສິງຫາ 2022 ວ່າ: ໂດຍລວມແລ້ວການໃຫ້ວັກຊີນ ກໍປະຕິບັດຕາມນະໂຍບາຍຂອງສູນກາງກໍຄືກະຊວງສາທາລະນະສຸກວາງອອກ ໃນແຕ່ລະໄລຍະ ອີງຕາມການລະບາດຂອງ ພະຍາດ ໂຄວິດ-19 ເຊິ່ງໃນໄລຍະຜ່ານມາ ພວກເຮົາກໍໄດ້ສຸມໃສ່ການຈັດຕັ້ງປະຕິບັດການໃຫ້ວັກຊີນ ໂດຍເລັ່ງສັກຢູ່ເຂດບ້ານກຸ່ມເປົ້າໝາຍ ທີ່ຍັງບໍ່ທັນໄດ້ຮັບການສັກຢາວັກຊິນ ພ້ອມດຽວກັນນັ້ນ ກໍໄດ້ເອົາໃຈໃສ່ໃນຄອດວຽກງານການປະສານງານ ເພື່ອເຮັດໃຫ້ປະຊາຊົນເຂົ້າໃຈ ແລະ ໃຫ້ຄວາມຮ່ວມມືໃນການສັກວັກຊີນ.

ປັດຈຸບັນ ອັດຕາສ່ວນປະຊາກອນ ທີ່ໄດ້ຮັບການສັກວັກຊີນ ທົ່ວແຂວງ ເຂັມ 1 ໄດ້ 73%, ເຂັມ 2 ໄດ້ 61%, ເຂັມ 3 ໄດ້ 19,2% ແລະ ເຂັມທີ 4 ໄດ້ 2,2 % ເຫັນໄດ້ວ່າ ອັດຕາການຮັບວັກຊິນຍັງຕໍ່າ ແຕ່ເຖິງຢ່າງໃດກໍຕາມທາງສາທາແມ່ນຈະໄດ້ຮ່ວມກັບ ຫຼາຍພາກສ່ວນໃນການປຸກລະດົມ ພໍ່ແມ່ປະຊາຊົນໃຫ້ ມາຮັບວັກຊີນ ໂດຍສະເພາະແມ່ນການເຮັດຮອບຕະລຸມບອນໃນການສັກວັກຊິນໃນເດືອນສິງຫານີ້ ກ່ອນເປີດສົກຮຽນໃໝ່ ໃຫ້ໄດ້ ອັດຕາກວມເອົາ 80%.

ສຳລັບ ງານມະຫະກຳກິລາແຫ່ງຊາດຄັ້ງ 11 ທີ່ຈະຈັດຂຶ້ນໃນທ້າຍປີນີ້ ທາງສາທາ ແລະ ພາກສ່ວນກ່ຽວຂ້ອງແມ່ນຈະໄດ້ມີແຈ້ງການໃນການອອກມາວ່າ ກ່ອນຜູ້ຊົມທີ່ຈະເຂົ້າຮ່ວມຊົມກິລາໃນຄັ້ງນີ້ ແມ່ນຕ້ອງສັກຢາໃຫ້ຄົບຢ່າງໜ່ອຍ 3 ເຂັມ ມີການວັດອຸນຫະພູມ ແລະ ມີການກວດ ໂຄວິດ-19.

error: Content is protected !!