ເຜີຍແຜ່ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ

    ກອງປະຊຸມ ເຜີຍແຜ່ສັນຍາ ຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (Regional Comprehensive Economic Partnership – RCEP) ສໍາລັບນັກທຸລະກິດຂອງ ສປປ ລາວ: ວາລະການສົນທະນາລະຫວ່າງພາກລັດ-ເອກະຊົນ ຈັດຂຶ້ນວັນ ທີ 10-11 ສິງຫາ 2022 ທີ່ໂຮງ ແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະ ມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ພໍລ ເຄລີ Paul Kelly ເອກອັກຄະລັດຖະທູດອົດສະຕາລີປະຈໍາລາວ ທ່ານ Jeremy Gross  ຕາງໜ້າຈາກສະຖາບັນຄົ້ນຄ້ວາເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ ພ້ອມດ້ວຍທ່ານຜູ້ຕາງໜ້າຈາກ ກະຊວງ ສຳນັກງານ ອົງການ ທັງພາກລັດ ແລະ ເອກະຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້ ນອກຈາກຈະເປັນການ ສ້າງຄວາມເຂົ້າໃຈອັນເລິກເຊິ່ງກ່ຽວກັບເນື້ອໃນສັນຍາດັ່ງກ່າວແລ້ວ ຍັງຈະເປັນການເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມທັງໝົດໃນທີ່ນີ້ໄດ້ປຶກສາຫາລື, ສົນທະນາ ແລະ ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ໂດຍສະເພາະ ຮັບຟັງການນໍາສະເໜີ ຈາກບັນດາວິທະຍາກອນ ແລະ ຜູ້ຊ່ຽວຊານ ໃນຫົວຂໍ້ຕ່າງໆທີ່ຕິດພັນກັບເນື້ອໃນພັນທະຂອງສັນຍາ ໃນຂົງເຂດການຄ້າດ້ານສິນຄ້າ, ການຄ້າດ້ານບໍລິການ ການລົງທຶນ ລວມເຖິງ ຂະແໜງຂົງເຂດໃໝ່ເຊັ່ນ ການຄ້າທາງເອເລັກໂຕຣນິກ, ການອໍານວຍຄວາມສະດວກດ້ານການຄ້າ ແລະ ອື່ນໆ

    ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ດັ່ງທີ່ພວກເຮົາໄດ້ຮູ້ນໍາກັນແລ້ວວ່າ ສັນຍາ RCEP ໄດ້ເລີ່ມຕົ້ນການເຈລະຈາໃນທ້າຍປີ 2012 ຊຶ່ງມີ 16 ປະເທດເປັນຜູ້ລິເລີ່ມການເຈລະຈາສັນຍາດັ່ງກ່າວ ຄື: 10 ປະເທດອາຊຽນ ແລະ 6 ປະເທດຄູ່ເຈລະຈາ (ສປ ຈີນ ຍີ່ປຸ່ນ ສ ເກົາຫຼີ ອິນເດຍ ອົດສະຕຣາລີ ແລະ ນິວຊີແລນ) ໂດຍມີເປົ້າໝາຍໃຫ້ສໍາເລັດການເຈລະຈາພາຍໃນ 2 ປີ ແຕ່ເນື່ອງຈາກວ່າ ຜ່ານຂະບວນການເຈລະຈາຕົວຈິງໄດ້ເຮັດໃຫ້ມີການແກ່ຍາວການເຈລະຈາອອກໄປເປັນເວລາ 8 ປີ ຈຶ່ງສໍາເລັດ ຍ້ອນມີຫລາຍປະເດັນທີ່ບໍ່ສະມາດຕົກລົງກັນໄດ້ ສັນຍາ RCEP ດັ່ງກ່າວ ໄດ້ສໍາເລັດການເຈລະຈາ ແລະ ລົງນາມ ໂດຍ 15 ປະເທດສະມາຊິກຍົກເວັ້ນ ອິນເດຍ ໃນວັນທີ 15 ພະຈິກ 2021  ແລະ ເລີ່ມມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2022.

    ສັນຍາ RCEP ດັ່ງກ່າວ ຖືວ່າເປັນສັນຍາເຂດການຄ້າເສລີທີ່ໃຫຍ່ ກວມລວມຮອບດ້ານ ແລະ ທັນສະໄໜທີ່ສຸດໃນປັດຈຸບັນ ກວມເອົາປະມານ 30% ຂອງມູນຄ່າການຄ້າໂລກ ແລະ 29,3% ຂອງການລົງທຶນໃນພາກພື້ນ ແລະ ສາກົນ, ຊຶ່ງຖືວ່າເປັນຕະຫຼາດຂະໜາດໃຫຍ່ ແລະ ມີຄວາມສໍາຄັນໃນການຂັບເຄື່ອນເສດຖະກິດ ແລະ ສົ່ງເສີມຂະບວນການຕ່ອງໂສ້ສະໜອງຂອງພາກພື້ນ ແລະ ສາກົນ ໂດຍສະເພາະການຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຖົດຖອຍຂອງສະພາບເສດຖະກິດຂອງໂລກໃນປັດຈຸບັນ.

    ສໍາລັບ ສປປ ລາວ ໃນຖານະເປັນພາຄີ ຂອງສັນຍາດັ່ງກ່າວນີ້ ແມ່ນມີທັງກາລະໂອກາດ ແລະ ສິ່ງທ້າທ້າຍຫຼາຍອັນທີ່ຈະຕ້ອງໄດ້ປັບປຸງ ແລະ ພັດທະນາບັນດາລະບຽບການຕ່າງໆພາຍໃນ ໃຫ້ສອດຄອງ ເພື່ອຮັບປະກັນ ການຈັດຕັ້ງປະຕິບັດສັນຍາດັ່ງກ່າວ ໃຫ້ນໍາມາເຊິ່ງຜົນປະໂຫຍດທີ່ແທ້ຈິງໃຫ້ແກ່ ສປປ ລາວ ພວກເຮົາ ເວົ້າລວມ ແລະ ແກ່ພາກທຸລະກິດ ແລະ ຜູ້ປະກອບການ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ.

error: Content is protected !!