ທາງລົດໄຟ ລາວ-ຈີນ ຊ່ວຍໃຫ້ການພັດທະນາ ເຂດເສດຖະກິດບໍ່ເຕ່ນ ຄຶກຄື້ນກວ່າເກົ່າ

    ນັບແຕ່ເສັ້ນທາງລົດໄຟ ລາວ-ຈີນ ເປີດນຳໃຊ້ເປັນທາງ ການໃນທ້າຍປີ 2021 ເປັນຕົ້ນ ມາ ກໍໄດ້ປະກອບສ່ວນສໍາຄັນ ເຮັດໃຫ້ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແຂວງຫຼວງນໍ້າ ທາມີການພັດທະນາຄຶກຄື້ນຂຶ້ນ ກວ່າເກົ່າ ໂດຍສະເພາະການ ດຶງດູດການຄ້າ-ການລົງທຶນ ຕາມຍຸດທະສາດສ້າງໃຫ້ ສປປ ລາວ ຈາກປະເທດທີ່ບໍ່ມີທະເລ ເປັນປະເທດທາງຜ່ານ ແລະ ເປັນລະບຽງເສດຖະກິດທີ່ສໍາ ຄັນ ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມ ”ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ.

    ທ່ານ Lan Jia Wei ຫົວໜ້າສູນດຳເນີນການບໍລິຫານກຸ່ມບໍລິສັດ ພັດທະນາເຂດ ເສດຖະກິດສະ ເພາະບໍ່ເຕ່ນລາວ ຈຳກັດ ໃຫ້ສໍາພາດວັນທີ 9 ສິງຫາ 2022 ວ່າ: ນັບແຕ່ເສັ້ນທາງລົດໄຟ ລາວ-ຈີນ ສ້າງສຳເລັດ ແລະ ເປີດນຳໃຊ້ມາເຖິງປັດຈຸບັນ ໄດ້ປະກອບສ່ວນເຮັດໃຫ້ເຂດເສດຖະກິດພິເສດແຫ່ງນີ້ ມີການພັດທະນາຄຶກຄື້ນ ແລະ ສີສັນຫຼາຍຂຶ້ນກວ່າເກົ່າ ໂດຍສາມາດດຶງດູດການລົງທຶນ 369 ວິສາຫະກິດ ໃນນີ້ 360 ວິສາຫະກິດ ແມ່ນວິສາຫະກິດຈີນ 100% ປະກອບມີຂະແໜງການເງິນ-ການທະນາຄານອຸດ ສາຫະກຳປຸງແຕ່ງ ການປິ່ນປົ່ວ ການທ່ອງທ່ຽວ ການຄ້າ ການນຳເຂົ້າ-ສົ່ງອອກ ເຕັກໂນໂລຊີທັນສະໄໝ ຮ້ານອາຫານ ຮ້ານບັນເທີງ ຮ້ານຄ້າຍ່ອຍ ແລະ ອື່ນໆ ຂະແໜງການທີ່ພົ້ນເດັ່ນໃນປັດຈຸບັນແມ່ນການລົງ ທຶນດ້ານການສຶກສາ ການສ້າງໂຮງຮຽນນາໆຊາດ ແລະ ໂຮງງານຕັດຫຍິບ ທີ່ຜະລິດຜະລິດຕະພັນຄຸນນະ ພາບສູງ ສົ່ງອອກໄປຕ່າງປະເທດ ດ້ວຍທີ່ຕັ້ງຂອງເຂດເສດຖະກິດພິເສດບໍ່ເຕ່ນເປັນດ່ານສາກົນເຊື່ອມຈອດ ລາວ-ຈີນ ເມື່ອມີເສັ້ນທາງລົດໄຟ ລາວ-ຈີນ ກໍໄດ້ເຮັດໃຫ້ເຂດແຫ່ງນີ້ ມີພະລະບົດບາກຫຼາຍຂຶ້ນ ເຊິ່ງເປັນທ່າແຮງໃນການຂົນສົ່ງຄ່ຽນຖ່າຍສິນຄ້າທາງບົກ ໃນອະນາຄົດເຂດນີ້ຈະເປັນສະຖານີທາງຜ່ານຈຸດສຸມແຈກຢາຍສິນຄ້າ ພາສີອາກອນ ການຜະລິດ-ປຸງແຕ່ງ ການບໍລິການ ຕາມຍຸດທະສາດການຮ່ວມມືພັດທະນາເສດຖະກິດ ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມ ”ໜຶ່ງແລວ ໜຶ່ງເສັ້ນທາງ”.

    ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ປະກອບມີ 4 ກິດຈະການໃຫຍ່ ເຊັ່ນ: ການຄ້າ-ການເງິນສາ ກົນ ການທ່ອງທ່ຽວ ແລະ ຜ່ອນຄາຍສາກົນ ອຸດສາຫະກຳປຸງແຕ່ງ ແລະ ໂລຈິສຕິກສາກົນ ການສຶກສາ ແລະ ການແພດສາກົນ ມີເນື້ອທີ່ 1.640 ເຮັກຕາ ເລີ່ມພັດທະນາເຕັມຮູບແບບໃນປີ 2016 ດ້ວຍມູນຄ່າການລົງທຶນ 493 ລ້ານໂດລາສະຫະລັດ ແລະ ມູນຄ່າສະສົມລົງທຶນສ້າງພື້ນຖານໂຄງລ່າງປະມານ 454 ລ້ານໂດລາສະຫະລັດ ໃນນີ້ໄດ້ດຳເນີນການບຸກເບີກເນື້ອທີ່ແລ້ວ 600 ກວ່າເຮັກຕາ ເປັນຕົ້ນການປັບແປງເສັ້ນທາງ ແລະ ສຳເລັດການກໍ່ສ້າງພາກເໜືອຂອງເຂດແລ້ວ 1,5 ລ້ານຕາແມັດ ໃນນີ້ອາຄານທີ່ສ້າງສຳເລັດມອບ-ຮັບໂຄງການແລ້ວ ກວມ 177.000 ຕາແມັດ ອາຄານທີ່ສຳເລັດການກໍ່ສ້າງໂຄງຮ່າງປະ ມານ 500.000 ຕາແມັດ ແລະ ກໍາລັງກໍ່ສ້າງໃໝ່ຈຳນວນໜຶ່ງ ພ້ອມນີ້ຍັງໄດ້ສໍາເລັດການກໍ່ສ້າງໂຮງ ງານນໍ້າປະປາແຫ່ງໃໝ່ ສ່ວນການຕິດຕັ້ງຕາຂ່າຍໄຟຟ້າ ປັດຈຸບັນຄືບໜ້າ 70% ນໍ້າປະປາ 70% ການກໍ່ ສ້າງເສັ້ນທາງ 90% ສ່ວນຮ່ອງລະບາຍນໍ້າ ໄຟເຍືອງທາງ ກໍໄດ້ດໍາເນີນການກໍ່ສ້າງໄປຕາມລໍາດັບ ພ້ອມນີ້ຍັງໄດ້ເລັ່ງກໍ່ສ້າງເຮືອນພັກ ໂຮງແຮມ ເສັ້ນທາງເບຕົງ ວຽກງານການສຶກສາ ການແພດ ການທ່ອງທ່ຽວ ແລະ ວັດທະນະທຳ ເພື່ອກຽມເປີດດ່ານຮອງຮັບນັກທ່ອງທ່ຽວ ເຊິ່ງກຸ່ມບໍລິສັດພວກເຮົາມີທຶນຮອນພຽງພໍໃນການພັດທະນາເຂດແຫ່ງນີ້ ຕາມແຜນພັດທະນາປະມານ 20 ປີ.

    ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ມີປະຊາກອນອາໄສຢູ່ປະມານ 3.000 ຄົນ ໃນນີ້ຄົນຕ່າງປະ ເທດ 900 ຄົນ ຄົນລາວ 2.100 ຄົນ ສໍາລັບແຮງງານຄົນລາວມີປະມານ 1.100 ຄົນ ເຊິ່ງເຮັດວຽກຢູ່ຂະ ແໜງການຕ່າງໆ ໂດຍມີການຄຸ້ມຄອງແຮງງານຕາມນະໂຍບາຍຂອງລັດຖະບານລາວ ແຕ່ເນື່ອງຈາກໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຈຶ່ງເຮັດໃຫ້ການພັດທະນາເຂດມີຄວາມຫຼ້າຊ້າ ນັກລົງທຶນບໍ່ສາມາດເຂົ້າມາໄດ້ ສ່ວນການຍົກຍ້າຍປະຊາຊົນ ແມ່ນໄດ້ປະຕິບັດສຳເລັດແລ້ວ.

error: Content is protected !!