ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ເຂົ້າຢ້ຽມຄຳນັບການນຳພັກ-ລັດ ຫວຽດນາມ

    ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ (ນວ)ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງຮ່າໂນ້ຍ – ແຂວງ ນີ່ງບີ່ງ ສສ ຫວຽດນາມ ລະຫວ່າງວັນທີ 9-14 ສິງຫາ 2022 ໃນວັນທີ 10 ສິງຫາ 2022 ສະຫາຍ ອະນຸພາບ ຕຸນາລົມ  ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນໄດ້ນໍາພາຄະນະເຂົ້າຢ້ຽມຄຳນັບສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ທີ່ ຫ້ອງວ່າການສູນກາງພັກຄອມມູນິດຫວຽດນາມ. 

    ໃນໂອກາດນີ້ ສະຫາຍ ຫງວຽນ ຟູ ຈ້ອງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ສະຫາຍ ອະນຸພາບ ຕຸນາລົມ ພ້ອມຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສສ ຫວຽດນາມ ໃນຄັ້ງນີ້ ເພາະພໍດີກັບໄລຍະທີ່ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ພວມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ -ລາວ ແລະ ຖືເປັນຂີດໝາຍອັນສຳຄັນປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບອັນພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ທີ່ມີມາແຕ່ດົນນານໂດຍສະເພາະແມ່ນການແລກປ່ຽນບົດຮຽນ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນວຽກງານຕ່າງໆຂອງສອງນະຄອນຄື: ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. 

     ໃນໂອກາດດຽວກັນນີ້ສະຫາຍ ອະນຸພາບ ຕຸນາລົມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ທີ່ໄດ້ສະຫຼະເວລາອັນມີຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຂອບໃຈຢ່າງສູງມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ປະຊາຊົນລາວ ກໍຄື ຊາວນະຄອນຫຼວງວຽງຈັນ. 

      ໃນວັນດຽວກັນ ສະຫາຍ ອະນຸພາບ ຕຸນາລົມ ໄດ້ນຳພາຄະນະຜູ້ແທນເຂົ້າຢ້ຽມຄຳນັບ ສະຫາຍ ເວືອງດີ່ງເຫະ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ສສ ຫວຽດນາມ ທີ່ ຫ້ອງວ່າການສະພາແຫ່ງຊາດ ແລະ ໄດ້ເຂົ້າພົບປະ ສະຫາຍ ເຈີ່ນ ສີ ແທງ ກຳມະການສູນກາງພັກ ຮອງເລຂາຄະນະພັກປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ຢູ່ ຫ້ອງການຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ.

error: Content is protected !!