ນະຄອນຫຼວງທົ່ວໂລກ ແລກປ່ຽນປະສົບການຕອບຕ້ານພະຍາດໂຄວິດ-19

ນະ­ຄອນ­ຫຼວງ​ເຊ​ອຸນ ສ ເກົາ­ຫຼີ ໄດ້​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ທາງ­ໄກ​ ສຸດ​ຍອດ​ເຈົ້າ​ຄອງ​ນະ­ຄອນ​ທົ່ວ​ໂລກ ເພື່ອ​ຕ້ານ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃຫມ່ (COVID-19) ວັນ​ທີ 2 ມິ­ຖຸ­ນາ 2020 ເປັນ​ປະ­ທານ​ຂອງ​ທ່ານ ປາກ ວອນ​ຊຸນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ເຊ​ອຸນ ເຊິ່ງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ພະ­ແນກ­ການ​ຕ່າງ­ປະ­ເທດ ແລະ ພະ​ແນກ​ສາ­ທາ­ລະ­ນະ​ສຸກ​ນະ­ຄອນ­ຫຼວງ​ວຽງ​ຈັນ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ບັນ­ດາ​ເຈົ້າ​ຄອງ​ນະ­ຄອນ​ໃນ​ທົ່ວ​ໂລກ ​ໄດ້​ຜັດ­ປ່ຽນ​ກັນ​ລາຍ​ງານ​ສະ­ພາບ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ແລະ ມາດ​ຕະ­ການ​ໃນ​ການ​ຄວບ​ຄຸມ​ການ​ແຜ່​ລະ­ບາດ​ເຊື້ອ​ພະ­ຍາດ​ດັ່ງ­ກ່າວ​ຢູ່​ໃນ​ນະ­ຄອນ​ຂອງ​ຕົນ ເພື່ອ​ແລກ­ປ່ຽນ​ຄວາມ​ຮູ້​ຄວາມ​ສາ­ມາດ ອຸ­ປະ­ກອນ​ດ້ານ​ການ​ແພດ ແລະ ແຈກ​ຢາຍ​ຂໍ້​ມູນ​ໃຫ້​ບັນ­ດາ​ນະ­ຄອນ​ທີ່​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ ພ້ອມ​ກັນ​ສ້າງ​ນະ​ວັດ­ຕະ​ກຳ​ຜູ້​ຕິດ­ເຊື້ອ ແລະ ຜູ້​ໄດ້​ຮັບ​ເຊື້ອ​ໃນ​ຂົງ­ເຂດ​ຕ່າງໆ ແນ­ໃສ່​ໃຫ້­ການ​ຮ່ວມ​ມື​ສາ­ມັກ­ຄີ ແລະ ຈັບ​ມື​ກັນ​ໃນ​ທົ່ວ​ໂລກ ສ້າງ​ຄວາມ​ເຂົ້າ­ໃຈ​ທີ່​ຈະ​ສາ­ມາດ​ສ້າງ​ສິ່ງ​ຕ່າງໆ​ໃຫ້​ສາ­ມາດ​ຈຳ­ກັດ​ການ​ແຜ່​ເຊື້ອ ພ້ອມ​ນັ້ນ ເພື່ອ​ຮ່ວມ​ມື​ກັນ​ວາງ​ມາດ​ຕະ­ການ​ຕອບ​ໂຕ້​ພະ­ຍາດ​ໂຄ​ວິດ-19 ໃຫ້​ໄດ້​ໄວ ແລະ ທັນ​ການ​ໃນ​ໄວໆ​ນີ້ ເນື່ອງ​ຈາກ​ວ່າ­ການ​ແຜ່​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຫຼາຍ​ປະ­ເທດ​ໃນ​ທົ່ວ​ໂລກ ໂດຍ​ສະ­ເພາະ​ກະ­ທົບ​ຕໍ່​ດ້ານ​ເສດ­ຖະ­ກິດ ນອກ​ນັ້ນ​ຍັງ​ເປັນ​ໄພ​ຂົ່ມ­ຂູ່ ສ້າງ​ຄວາມ​ຫຍຸ້ງ­ຍາກ​ໃຫ້​ແກ່​ການ​ດຳ­ລົງ​ຊີ­ວິດ​ຂອງ​ປະ­ຊາ­ກອນ ສະ­ນັ້ນ ຈຶ່ງ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ໄດ້​ປຶກ­ສາ​ຫາ­ລື ແລກ­ປ່ຽນ​ປະ­ສົບ​ການ​ໃນ​ການ​ຄວບ​ຄຸມ ເພື່ອ​ຊອກ​ຫາ​ວິ­ທີ​ປ່ຽນ­ແປງ​ສັງ­ຄົມ​ທີ່​ຈະ​ມາ​ທ້າ​ທາຍ​ຊີ­ວິດ​ການ​ເປັນ​ຢູ່​ໃນ​ອະ­ນາ­ຄົດ

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!