ເທດສະການອາຫານ ແລະ ໝາກໄມ້ໄທ ປະຊາສຳພັນສິນຄ້າ-ອາຫານ-ເຂົ້າ-ໝາກໄມ້

    ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ວຽງຈັນ ຮ່ວມກັບ ຣິມປິງຊຸບເປີ້ມາກເກັດ ຫ້າງສັບພະສິນຄ້າວິວມໍ ຈັດງານເທດສະການອາຫານ ແລະ ໝາກໄມ້ໄທ (Thai Food & Fruit Festival 2022) ເພື່ອປະຊາສຳພັນດ້ານສິນຄ້າ ອາຫານ ເຂົ້າ ແລະ ໝາກໄມ້ ໃຫ້ເປັນທີ່ຮູ້ຈັກໃນ ສປປ ລາວ ທັງເປັນການສ້າງເຄືອຂ່າຍລະຫວ່າງຜູ້ປະກອບການທາງໄທ ແລະ ລາວ ໃຫ້ມີການຂະຫຍາຍຕົວຫຼາຍຍິ່ງຂຶ້ນ. 

    ເທດສະການດັ່ງກ່າວ ຈັດຂຶ້ນວັນທີ 5-7 ສິງຫາ 2022 ໂດຍມີທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະ ຣາຊະທູດຣາຊະອານາຈັກໄທ ປະຈຳ ສປປ ລາວ ທ່ານ ກະວິນ ວິຣິຍະພານິດ ຜູ້ອຳນວຍການ ສຳນັກ ງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ວຽງຈັນ ທ່ານນາງ ສະລີນຸດ ວິສິດ ຜູ້ຈັດການສາຂາລິມປິງຊຸປເປີ້ມາເກັດ ສາຂານະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ພາຍໃນງານຄັ້ງນີ້ ໄດ້ມີການວາງສະແດງສິນຄ້າ ຈຳໜ່າຍສິນຄ້າປະເພດອາຫານ ເຂົ້າ ແລະ ໝາກໄມ້ ຈາກຜູ້ປະກອບການໄທ ຫຼາຍກວ່າ 30 ລາຍການ ແລະ ມີສິນຄ້າຈາກລາວເຂົ້າຮ່ວມນຳອີກ ນອກນີ້ຍັງມີກິດຈະກຳ Workshop ການເຮັດອາຫານໄທ ເຂົ້າໜົມໄທ ການຮ້ອຍພວງມາໄລ ການແກະສະຫຼັກໝາກໄມ້ ແລະ ອື່ນໆ ພ້ອມທັງການຈັດກິດຈະກໍາສົ່ງເສີມການຕະຫຼາດ ສິນຄ້າລາຄາພິເສດພາຍໃນງານຢ່າງຫຼວງຫຼາຍ ແລະ ການສາທິດການເຮັດ “ເຂົ້າຜັດກະເພົາໄກ່ແບບໄທ” ຕື່ມອີກ.

    ສ່ວນຂອງພື້ນທີ່ດ້ານຂ້າງ ວິວມໍ ກໍຍັງໄດ້ມີການຈັດໂຊນພິເສດ ໂດຍເຊີນຊວນແຟນຊາຍຮ້ານອາ ຫານ ແລະ ຜູ້ປະກອບການໄທ ຫຼາຍກວ່າ 12 ຫ້ອງວາງສະແດງ ເຊັ່ນ: ຮ້ານກາເຟ Amazon ຮ້ານ ໄກ່ຢ້າງ 5 ດາວ ໂຮງໝໍກຸງເທບ-ອຸດອນ ໂຄຄາໂຄລ່າ ແລະ ອື່ນໆ.

error: Content is protected !!