ທ່ານ ລີ ເຫວີຍ ຈົງ ປະທານບໍລິສັດ ອີ້ຫຼຽນການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໄດ້ນຳອຸປະກອນການແພດ ມູນຄ່າ 130.300.000 ກີບ ມອບໃຫ້ແກ່ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະຍາດຂອງເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ວັນທີ 3 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ຕາງໜ້າຮັບຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີເຄື່ອງວັດແທກອຸນຫະພູມ 138 ເຄື່ອງ ຊຸດຄຸມແພດ 300 ຊຸດ ເຈວລ້າງມື 50 ກ່ອງ ຜ້າອັດປາກ-ອັດດັງ 6000 ອັນ ແລະ ຜ້າອັດປາກ N95 ຈຳນວນ 4 ເຄື່ອງ ເພື່ອປະກອບສ່ວນຊ່ວຍເຫຼືອໃນວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະຍາດຂອງເຊື້ອພະຍາດ COVID-19.
# ຂ່າວ & ພາບ: ຂັນທະວີ