ສະຖານີໄຟຟ້າ ປາກມອງ 2 ສະໜອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ ແລ້ວ 35 ລ້ານກວ່າກິໂລວັດ

    ສະຖານີໄຟຟ້າ 230 ກິໂລວັດ ປາກມອງ 2 ສູນກາງເຊື່ອມໂຍງຕາຂ່າຍໄຟຟ້າທາງພາກເໜືອຂອງ ສປປ ລາວ ໄດ້ເປັນພາກສ່ວນໜຶ່ງຂອງການສະໜອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ ປັດຈຸປັນ ລັດວິ ສາຫະກິດໄຟຟ້າລາວ ແລະ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ (CSG) ກຳລັງຜັກດັນໃຫ້ມີການຮ່ວມມື ໂຄງການສາຍສົ່ງໄຟຟ້າແຮງສູງ 500 ກິໂລວັດ ເພື່ອຮອງຮັບລະບົບການໄຫຼວຽນຂອງພະລັງງານໄຟຟ້າ ໃຫ້ເຕັມທີ່.    ສະຖານີໄຟຟ້າ 230 ກິໂລວັດ ປາກມອງ 2 ສູນກາງເຊື່ອມໂຍງຕາຂ່າຍໄຟຟ້າທາງພາກເໜືອຂອງ ສປປ ລາວ ໄດ້ເປັນພາກສ່ວນໜຶ່ງຂອງການສະໜອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ ປັດຈຸປັນ ລັດວິ ສາຫະກິດໄຟຟ້າລາວ ແລະ ບໍລິສັດຕາຂ່າຍ.

    ທ່ານ Huang Wengang ຜູ້ອຳນວຍການໃຫຍ່ບໍລິສັດ ລົງທຶນພະລັງງານໄຟຟ້າ ລາວ-ຈີນ ໃຫ້ສໍາພາດວັນທີ 8 ສິງຫາ 2022 ວ່າ: ສະຖານີໄຟຟ້າ 230 ກິໂລວັດ ປາກມອງ 2 ຕັ້ງຢູ່ບ້ານປາກມອງ ເມືອງນໍ້າບາກ ແຂວງຫຼວງພະບາງ ປັດຈຸບັນສາມາດສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟ ລາວ-ຈີນ ແລ້ວ ສະຖານີ ໄຟຟ້າແຫ່ງນີ້ ມີຈຸດພິເສດຕັ້ງຢູ່ໃຈກາງລະຫວ່າງການສົ່ງຕໍ່ຕາຂ່າຍໄຟຟ້າໃນເຂດພາກເໜືອຂອງ ສປປ ລາວ ເປັນ 1 ໃນ 10 ສະຖານີໄຟຟ້າຂອງໂຄງການສະໜອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ ມີ ເນື້ອທີ່ 9 ກວ່າເຮັກຕາ ສ້າງຂຶ້ນປີ 2014 ແລະ ເປີດນຳໃຊ້ປີ 2015 ມູນຄ່າປະມານ 30 ລ້ານໂດລາສະ ຫະລັດ ເຊິ່ງລັດວິສາຫະກິດໄຟຟ້າລາວ ເປັນເຈົ້າຂອງໂຄງການ ແລະ ຮັບເໝົາກໍ່ສ້າງໂດຍບໍລິສັດ ຕາ ຂ່າຍໄຟຟ້າ ພາກໃຕ້ ຢຸນນານສາກົນ.

    ທ່ານ ທອນ ວົງພະຈັນ ຮອງພະແນກລະບົບສົ່ງພາກເໜືອ ລັດວິສາຫະກິດໄຟຟ້າລາວ ກ່າວວ່າ: ບົດບາດໜ້າທີ່ຂອງສະຖານີໄຟຟ້າ 230 ກິໂລວັດ ປາກມອງ 2 ແມ່ນການຄຸ້ມຄອງບຳລຸງຮັກສາສາຍສົ່ງ 115 ກິໂລວັດ ແລະ 230 ກິໂລວັດ ຄວາມຍາວ 5.000 ກວ່າກິໂລແມັດ ແລະ ສະຖານີໄຟຟ້າແຮງສູງ 41 ແຫ່ງ ພະນັກງານ 500 ກວ່າຄົນ ທີ່ເຮັດວຽກດ້ານນີ້ ລ້ວນແຕ່ເປັນພະນັກງານຈາກລັດວິສາຫະກິດໄຟ ຟ້າລາວ ບັນຫາທ້າທາຍທີ່ສະຖານີໄຟຟ້າແຫ່ງນີ້ພົບພໍ້ໃນໄລຍະຜ່ານມາ ແມ່ນຍັງບໍ່ສາມາດ ຮອງຮັບລະ ບົບເອັນລົບໜຶ່ງ (N-1) ເຊັ່ນການລຳລຽງໄຟຟ້າທີ່ມີຄວາມສະຖຽນລະພາບເຕັມທີ່ ຖ້າໄຟຟ້າເກີດການຂັດ ຂ້ອງແບບສຸດວິໄສ ເປັນຕົ້ນຟ້າຜ່າ ທີ່ສົ່ງກະທົບໂດຍກົງຕໍ່ການແລ່ນຂອງລົດໄຟ ລາວ-ຈີນ ຄະນະຮັບ ຜິດຊອບທີ່ກ່ຽວຂ້ອງກໍໄດ້ເລັ່ງແກ້ໄຂຢ່າງຮີບດ່ວນ ສ່ວນວິທີແກ້ໄຂໃນຕໍ່ໜ້າບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ ຢຸນນານສາກົນ ຮ່ວມກັບ ບໍລິສັດ ລົງທຶນພະລັງງານໄຟຟ້າ ລາວ-ຈີນ ແລະ ລັດວິສາຫະກິດໄຟຟ້າລາວ ຈະໄດ້ສ້າງລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລວັດ ໃນໄວໆນີ້ ຢູ່ເມືອງນາໝໍ້ ແຂວງອຸດົມ ໄຊ ເພື່ອຮອງຮັບລະບົບການໄຫລວຽນຂອງພະລັງງານໄຟຟ້າ ໃຫ້ມີສະຖຽນລະພາບຢ່າງເຕັມທີ່ ແລະ ປະສິດທິຜົນສູງ ເພື່ອແກ້ໄຂບັນຫາໄຟຟ້າຂັດຂ້ອງດັ່ງກ່າວ.

    ສຳລັບໂຄງການສະໜອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ ມີຄວາມຍາວ 257 ກິໂລແມັດ ມີຫຼັກ ເສົາໄຟຟ້າ 633 ຕົ້ນ ສະໜອງພະລັງງານໄຟຟ້າໃຫ້ສະຖານີລາກແກ່ 10 ສະຖານີ ຜ່ານແຂວງຫຼວງນໍ້າ ທາ ແຂວງອຸດົມໄຊ ແຂວງຫຼວງພະບາງ ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ປັດຈຸບັນໂຄງການ ໄດ້ສະໜອງໄຟໃຫ້ທາງລົດໄຟ ລາວ-ຈີນ ແລ້ວ 35 ລ້ານກວ່າກິໂລວັດໂມງ.

    ໂອກາດນີ້ ທ່ານ Huang Wengang ແລະ ທ່ານ ທອນ ວົງພະຈັນ ຍັງໄດ້ກ່າວເຖິງຄວາມໝາຍ ຄວາມສຳຄັນ ແລະ ຜົນປະໂຫຍດຂອງເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງເຮັດໃຫ້ປະຊາຊົນມີຄວາມສະດວກ ຂຶ້ນໃນການເດີນທາງ ສົ່ງເສີມການຄ້າ ການທ່ອງທ່ຽວ ແລະ ຊ່ວຍຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ລວມທັງການເຊື່ອມສາຍສຳພັນ ລາວ-ຈີນ ຕື່ມອີກ.

 (ສະບາໄພ)

error: Content is protected !!