ໄຂຫ້ອງການປະສານງານ ແລະ ເຜີຍແຜ່ຂໍ້ມູນການໄປສຶກສາຢູ່ປະເທດຍີ່ປຸ່ນ ປະຈໍາ ນວ

    ເພື່ອເຮັດໃຫ້ຕອບສະໜອງການໃຫ້ຂໍ້ມູນຂ່າວສານໃຫ້ຄູ-ອາຈານ ນັກສຶກສາ ແລະ ຜູ້ທີ່ສົນໃຈສຶກສາເພື່ອກຽມໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນໄດ້ຢ່າງສະດວກ ວອ່ງໄວ ແລະ ສົ່ງເສີມນັກສຶກສາໃນອາຊຽນ ໂດຍສະເພາະນັກສຶກສາລາວໄດ້ຮັບໂອກາດໃນການສະໝັກທຶນການສຶກສາຈາກມະຫາວິທະຍາໄລຍີ່ປຸ່ນ ນອກຈາກນີ້ ຍັງເປັນການຂະຫຍາຍການຮ່ວມມືກັບມະຫາວິທະຍາໄລໃນລາວ ສະຖາບັນການສຶກສາທັງພາກລັດ ແລະ ເອກະຊົນຂອງລາວ ກັບມະຫາວິທະຍາໄລຍີ່ປຸ່ນໂດຍກົງ ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນການຮ່ວມມື ແລະ ເປັນສ່ວນໜື່ງໃນການປະກອບສ່ວນການພັດທະນາຊັບພະຍາກອນມະນຸດໃນລາວ.

    ສະນັ້ນ ມະຫາວິທະຍາໄລໂອກາຢາມະ ຮ່ວມກັບສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ຈຶ່ງໄຂຫ້ອງການປະສານງານການສຶກສາທີ່ປະເທດຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ (ນວ) ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ມະຫາວິທະຍາໄລແຫ່ງຊາດ) ໃນວັນທີ 8 ສິງຫາ 2022 ມີທ່ານ ອຸດົມ ພອນຄຳເພັງ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ທ່ານ Kenichi KOBAYASHI ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ທ່ານ Noriyuki ITO ຜູ້ອາວຸໂສຕາງໜ້າຈາກອົງການໄຈກາ ປະຈໍາ ສປປ ລາວ ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວ-ຍີ່ປຸ່ນ ພ້ອມດ້ວຍທີ່ປຶກສາໂຄງການຂອງສະຖາບັນລາວ-ຍີ່ປຸ່ນ ຮອງຫົວໜ້າກົມການສຶກສາຊັ້ນສູງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

     ໃນປີ 2019 ມະຫາວິທະຍາໄລໂອກາຢາມະ ໄດ້ຮັບການແຕ່ງຕັ້ງໃຫ້ດຳເນີນໂຄງການພາຍໃຕ້ຊື່ “ໂຄງການສຶກສາຕໍ່ທີ່ປະເທດຍີ່ປຸ່ນ ພາກພື້ນ ແລະ ໃນອາຊຽນ” ໂດຍການສະໜັບສະໜູນທຶນການສຶກສາຂອງກະຊວງສຶກສາ ວັດທະນະທຳ ກິລາ ວິທະຍາສາດ ແລະ ເຕັກໂນໂລຢີຂອງປະເທດຍີ່ປຸ່ນ ແລະ ມະຫາວິມະຫາວິທະຍາໄລໂອກາຢາມະ ກໍໄດ້ເຂົ້າຮ່ວມງານພົບປະເພື່ອສົ່ງເສີມການໄປສຶກສາຢູ່ປະເທດຍີ່ປຸ່ນ ທີ່ສະຖາບັນລາວ-ຍີ່ປຸ່ນ ຈັດຂຶ້ນທີມະຫາວິທະຍາໄລແຫ່ງຊາດ ມາຮອດປັດຈຸບັນ ສະຖານບັນລາວ-ຍີ່ປຸ່ນໄດ້ສືບຕໍ່ຮ່ວມມືກັບມະຫາວິທະຍາໄລໂອກາຢາມະ ໃນການຈັດງານເຜີຍແຜ່ຂໍ້ມູນຂ່າວສານ ແລະ ຈັດສໍາມະນາກ່ຽວກັບການໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນໂດຍການສໍາມະນາຜ່ານລະບົບອອນລາຍ ແລະ ເຊິ່ງໜ້າຢ່າງຕໍ່ເນື່ອງ.

    ມະຫາວິທະຍາໄລໂອກາຢາມະ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ໃຫ້ຄຳແນະນຳແກ່ນັກສຶກສາ ແລະ ຄູອາຈານໃນອາຊຽນ ທີ່ມີຄວາມຕ້ອງການຢາກໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນດ້ວຍຄວາມຮູ້ ແລະ ມີມະຫາວິທະຍາ ໄລທີ່ມີຊື່ສຽງໃນປະເທດຍີ່ປຸ່ນ 6 ມະຫາວິທະຍາໄລ ແລະ 50 ມະຫາວິທະຍາໄລເຂົ້າຮ່ວມໃນໂຄງການເຊັ້ນ: ມະຫາວິທະຍາໄລຊີບະ ມະຫາວິທະຍາໄລນີງາຕະ ມະຫາວິທະຍາໄລ ຄານາຊາວາ ມະຫາວິທະຍາໄລນາງາຊາກິ ມະຫາວິທະຍາໄລຄຸມາໂມໂຕະ ແລະ ມະຫາວິທະຍາໄລໂອກາຢາມະ.

.

 # ຂ່າວ – ພາບ ອົ່ນ ໄຟສົມທອງ

error: Content is protected !!