ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນເຄື່ອນໄຫວຢ້ຽມຢາມນະຄອນຫຼວງຮ່າໂນ້ຍ

    ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ເວົ້າລວມ ເວົ້າສະເພາະ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ເພື່ອປະກອບສ່ວນສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລະຫວ່າງ ລາວ-ຫວຽດນາມ-ລາວ ປີ 2022 ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດການພັດທະນາ.

     ໃນວັນທີ 9 ສິງຫາ 2022 ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ສປປ ລາວ ນໍາໂດຍສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໂດຍການອອກຕ້ອນຮັບຂອງ ສະຫາຍນາງ ບຸຍ ຫ້ຽນ ມາຍ ກຳມະການປະຈຳພັກ ຫົວໜ້າຄະນະໂຄສະນາສຶກສານະຄອນຫຼວງຮ່າໂນ້ຍ ພ້ອມດ້ວຍຄະນະນຳນະຄອນຫຼວງຮ່າໂນ້ຍ ສຳລັບການເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ຂອງຄະນະຜູ້ແທນຂັ້ນສູງນຄອນຫຼວງວຽງຈັນມີຂຶ້ນລະຫວ່າງວັນທີ 9-14 ສິງຫາ.

error: Content is protected !!