ເຈົ້າຄອງ ຕິດຕາມແກ້ໄຂສະພາບນໍ້າຖ້ວມຂັງຢູ່ເຂດເມືອງສີໂຄດຕະບອງ

    ຈາກສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນຜ່ານມາ ເຮັດໃຫ້ຫຼາຍຈຸດຢູ່ນະຄອນຫຼວງວຽງຈັນ (ນວ) ເກີດໃຫ້ມີນໍ້າຖ້ວມອັ່ງ-ຂັງເປັນບໍລິເວນກ້ວາງ ໂດຍສະເພາະ ບັນດາບ້ານທີ່ຢູ່ເຂດພື້ນທີ່ຄ້ອຍຕໍ່າຢູ່ລຽບຕາມຖະໜົນ13 ເໜືອ ແລະ ເຂດອື່ນໆໃນເຂດເມືອງສີໂຄດຕະບອງ ໄດ້ຖືກຜົນກະທົບຈາກນໍ້າຖ້ວມຂັງດັ່ງກ່າວ ເນື່ອງຈາກການລະບາຍນໍ້າບໍ່ທັນຈາກຈຸດຕ່າງໆ ສົ່ງຜົນເຮັດໃຫ້ນໍ້າຍຶ່ງຂຶ້ນຖ້ວມບ້ານເຮືອນປະຊາຊົນ ແລະ ຖະໜົນຫົນທາງຢູ່ຫຼາຍຈຸດເຂດເມືອງດັ່ງກ່າວ ອັນໄດ້ສ້າງຄວາມລໍາບາກໃຫ້ການດຳລົງຊີວິດຂອງປະຊາຊົນໃນການສັນຈອນໄປ-ມາ ແລະ ອື່ນໆ.

    ວັນທີ 8 ສິງຫາ 2022 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງຕິດຕາມກວດກາ ເພື່ອເລັ່ງແກ້ໄຂສະພາບການດັ່ງກ່າວຢູ່ເມືອງສີໂຄດຕະບອງ ນວ ຖືກຕ້ອນຮັບໂດຍທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການລົງຕິດຕາມຄັ້ງນີ້ ທ່ານເຈົ້າຄອງໄດ້ຕິດຕາມກວດກາເບີ່ງຈຸດພື້ນທີ່ມີນໍ້າຖ້ວມອັ່ງ-ຂັງຫຼາຍທີ່ສຸດ ໂດຍສະເພາະຈຸດນໍ້າຖ້ວມ-ຂັງບໍລິເວນບ້ານລຽບຖະໜົນ 13 ເໜືອ ຈຸດບ້ານໜອງໜ້ຽວ-ໜອງແຕ່ງ ເຂດຕະຫຼາດລາວອົດຊີ ແລະ ຈຸດໜອງອໍ້ ບ້ານໂນນແກ້ວ ຈາກນັ້ນ ໄດ້ຕິດຕາມເບິ່ງຈຸດຄອງລະບາຍນໍ້າເຂດບ້ານຫຼັກຫີນ ສືບຕໍ່ຕິດຕາມປະຕູນໍ້າ ຫ້ວຍນໍ້າບ້ານໜອງດາ-ເກົ້າລ້ຽວ ແລະ ປະຕູນໍ້າລະບາຍນໍ້າຫ້ວຍມູນ ເຊິ່ງປັດຈຸບັນ ທົ່ວເມືອງສີໂຄດຕະບອງມີນໍ້າຖ້ວມ-ຂັງທັງໝົດ 29 ຈຸດ ໃນຈຳນວນ 25 ບ້ານ ມີທັງໝົດ 839 ຄອບຄົວ ທີ່ຖືກຜົນກະທົບດັ່ງກ່າວ ເຊິ່ງໃນແຕ່ລະຈຸດ ມາຮອດຕອນບ່າຍຂອງວັນທີ 8 ສິງຫາ 2022 ສະພາບນໍ້າແມ່ນໄດ້ຫຼຸດລົງພຽງເລັກໜ້ອຍ ແລະ ບາງຈຸດຍັງຄົງທີ່ ສາເຫດອັນເນື່ອງມາຈາກປະລິມານນໍ້າຝົນໄດ້ເພີ່ມຂຶ້ນ ເຮັດໃຫ້ການລະບາຍນໍ້າສູ່ຫ້ວຍນໍ້າ ແລະ ຮ່ອງທຳມະຊາດບໍ່ສະດວກ ມີການອຸດຕັນແລວທາງນໍ້າ ແລະ ອື່ນໆ.

    ໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຊີ້ນໍາໃຫ້ອຳນາດການປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ເບື້ອງຕົ້ນ ທ່ານເຈົ້າຄອງໄດ້ຊີ້ນໍາໃຫ້ແກ້ໄຂລວງຮ່ອງລະບາຍນໍ້າອອກ ຈຸດທີ່ມີການອຸດຕັນທາງນໍ້າໄຫຼລົງສູ່ຮ່ອງທຳມະຊາດ ເພື່ອລະບາຍນໍ້າອອກບໍ່ມີໃຫ້ນໍ້າສູງຂຶ້ນຕື່ມ ໂດຍສະເພາະ ເລັ່ງໃສ່ຈຸດຖະໜົນສາຍຫຼັກເຂດບ້ານສີໄຄ ຈຸດບ້ານໜອງໜ້ຽວ-ໜອງແຕ່ງ ເຂດຕະຫຼາດລາວອົດຊີ ແລະ ຈຸດໜອງອໍ້ ບ້ານໂນນແກ້ວ ທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ໂດຍມອບອົງການປົກຄອງເມືອງ ແລະ ພະແນກການກ່ຽວຂ້ອງ ປະສານສົມທົບກັນແກ້ໄຂຢ່າງຮີບດ່ວນ ພ້ອມນັ້ນ ຍັງໄດ້ຊີ້ນຳໃຫ້ແຕ່ລະພາກສ່ວນກຳນົດແຜນການແກ້ໄຂໃຫ້ລະອຽດ ທັງໃນໄລຍະສັ້ນ ແລະ ໄລະຍະຍາວ ຊີ້ນຳໃຫ້ກວດຄືນບັນຫາການຖົມດິນທີ່ປິດແລວງທາງນໍ້າໄຫຼ ແກ້ໄຂຈຸດທີ່ມີຄວາມສ່ຽງທີ່ອາດເກີດເພີ່ມຂຶ້ນໃນຈຸດຕ່າງໆ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນໃຫ້ຫຼຸດລົງ.

# ຂ່າວ-ພາບ: ລັດເວລາ

error: Content is protected !!