ພັດທະນາການຮຽນ-ການສອນ ຜ່ານລາຍການວິທະຍຸ ກະຊວງ ສສກ

    ໃນເດືອນມິຖຸນາ 2022 ຜ່ານມາ ຂະແໜງວິທະຍຸຂອງສູນໂຄສະນາຂ່າວສານການສຶກສາ ແລະ ກີລາ ພາຍ ໃຕ້ການຊີ້ນໍາຂອງສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ (ສວສ) ຂອງ ກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ຕິດຕັ້ງລະບົບບັນທຶກສຽງໃໝ່ຢູ່ໃນຫ້ອງສະຕູດິໂອ ສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ເຊິ່ງມີນັກວິຊາການດ້ານສຽງ ແລະ ໂຄສົກລາຍການວິທະຍຸຂອງຂະແໜງວິທະຍຸຂອງສູນໂຄສະນາຂ່າວສານການສຶກສາ ແລະ ກີລາ ໄດ້ເຂົ້າຮ່ວມການເຝິກຊ້ອມນຳໃຊ້ລະບົບທີ່ທັນສະໄໝໃໝ່.

    ທ່ານ ນາງ ພາວະດີ ຫົວໜ້າຂະແໜງວິທະຍຸ ແລະ ໂຄສົກລາຍການວິທະຍຸການສຶກສາ ໄດ້ກ່າວວ່າ: ປັດຈຸບັນ ຂະແໜງວິທະຍຸແມ່ນໄດ້ມີສິ່ງອໍານວຍຄວາມສະດວກເປັນອຸປະກອນທີ່ມີຄຸນນະພາບ ເພື່ອສະໜັບສະໜູນວຽກງານຂອງພວກເຂົາໃຫ້ພັດທະນາຂຶ້ນໄປອີກລະດັບໜຶ່ງ ສາມາດນໍາໃຊ້ອຸປະກອນບັນທຶກສຽງທີ່ທັນສະໄໝ ແລະ ເປັນມືອາຊີບ ເພື່ອເຮັດໃຫ້ສຽງດຶງດູດໃຈຜູ້ຟັງຫຼາຍຂຶ້ນ ພາກສ່ວນອື່ນໆຂອງ ສວສ ທີ່ຈະມາໃຊ້ສະຕູດິໂອຂອງພວກເຮົາ ກໍຈະດີໃຈກັບການປັບປຸງໃນຄັ້ງນີ້ ເພາະວ່າການຜະລິດຂອງພວກເຮົາຈະມີຄຸນນະພາບສຽງທີ່ດີກວ່າ ” ສະຕູດິໂອຂອງ IMC ໄດ້ຖືກສ້າງຕັ້ງຂຶ້ນປະມານ 40 ກວ່າປີແລ້ວ ຜ່ານມາ ສະຕູດິໂອນີ້ໄດ້ຜະລິດລາຍການວິທະຍຸສຶກສາໃໝ່ອອກອາກາດສູ່ສັງຄົມໄດ້ຮັບຟັງ ເປັນກະບອກສຽງໃຫ້ແກ່ກະຊວງ ສສກ ໃນການເຜີຍແຜ່ໂຄສະນາວຽກງານຂ່າວສານການສຶກສາຕ່າງໆ ແລະ ຍັງສາມາດຜະລິດຄຼິບສຽງຫຼາຍຢ່າງ ເພື່ອສະໜັບສະໜູນການພັດທະນາການສຶກສາຂອງລາວ ເຊັ່ນ: ຄຼິບສຽງ ການນໍາໃຊ້ການຮຽນ-ການສອນ ຫຼັກສູດ ປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ເພງການສຶກສາ ແລະ ລາຍງານຂ່າວອື່ນໆກ່ຽວ ກັບວຽກງານການສຶກສາ.

    ການປັບປຸງເຄື່ອງສຽງສະຕູດີໂອຄັ້ງນີ້ ເຮັດໃຫ້ຂະແໜງວິທະຍຸໄດ້ພັດທະນາ ແລະ ອອກອາກາດຂ່າວກ່ຽວກັບຄວາມຄືບໜ້າ ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມໃໝ່ ແລະ ການເຝິກອົບຮົມຄູ ທີມງານໄດ້ຜະລິດໂຄສະນາທາງວິທະຍຸ ເພື່ອປະກາດການເລີ່ມຕົ້ນນຳໃຊ້ຫຼັກສູດໃໝ່ ແລະ ສົ່ງເສີມການຮັກສາ ປຶ້ມແບບຮຽນ ຂະແໜງວິທະຍຸຂອງສູນໂຄສະນາຂ່າວສານການສຶກສາ ແລະ ກີລາຍັງໄດ້ມີສ່ວນຮ່ວມໃນໂຄງການໃໝ່ຄູຕົວແບບ ແລະ ບໍ່ດົນມານີ້ ໄດ້ສໍາພາດຜູ້ສຳເລັດການຮຽນຮູ້ຈາກການຮຽນຮູ້ດ້ວຍການປະຕິບັດຕົວຈິງ ການສຶກສາຮຽນຮ່ວມ ແລະ ການຊ່ວຍເຫຼືອຄູ ສະຕູດິໂອບັນທືກສຽງຍັງຖືກນໍາໃຊ້ໂດຍຄູ່ຮ່ວມງານຂອງ ສວສ ອື່ນໆ ເພື່ອບັນທຶກຄຼິບສຽງທີ່ຄູສາມາດນໍາໃຊ້ໂດຍກົງໃນຫ້ອງຮຽນຂອງພວກເຂົາສໍາລັບບົດຮຽນວິຊາພາສາລາວ ວິຊາພາສາອັງກິດ ວິຊາດົນຕີ ແລະ ວິຊາພາລະສຶກສາ.

    ທ່ານສາມາດຕິດຕາມລາຍການວິທະຍຸຂອງກະຊວງ ສສກ ເຊິ່ງອອກອາກາດທຸກເສົາ-ອາທິດ ເວລາ 14:30-15:00 ໂມງ ທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ FM 103,7 MHz ແລະ AM 567 MHz ເວລາ 9:30-10:00 ໂມງ ຂອງທຸກໆວັນຈັນ ວັນພຸດ ແລະ ວັນສຸກ.

error: Content is protected !!