ເມື່ອບໍ່ດົນມານີ້ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດຢູ່ແຂວງຈໍາປາສັກ ໂດຍການຕ້ອນຮັບ ແລະ ຕິດຕາມຂະບວນຂອງທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ຮອງເລຂາພັກແຂວງ ຄະນະປະຈໍາພັກແຂວງ ການນໍາພະແນກການກົມກອງທີ່ກ່ຽວຂ້ອງຂອງແຂວງ ເມືອງປາກຊ່ອງ ເມືອງບາຈຽງຈະເລີນສຸກ ບັນດາຫົວໜ່ວຍພື້ນຖານການຜະລິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກໃນຄັ້ງນີ້ ທ່ານຮອງປະທານປະເທດ ພ້ອມຄະນະ ໄດ້ລົງຕິດຕາມພື້ນທີ່ຖານການຜະລິດຕົວຈິງຢູ່ເມືອງປາກຊ່ອງ ເປັນຕົ້ນ ຢ້ຽມຢາມສວນການຮ່ວມມືການສົ່ງເສີມການຄ້າ ແລະ ປັບປຸງຊີວິດການເປັນຢູ່ຂອງກະສິກອນ ຕິດພັນກັບການທ່ອງທ່ຽວກະສິກໍາຂອງບໍລິສັດອາໂກຣເຕັກໂປຣລາວ ຈໍາກັດ (ການລົງທຶນຂອງນັກທຸລະກິດປະເທດມາເລເຊຍ) ຢ້ຽມຢາມໂຮງງານຜະລິດຊາ ຫຼັກ 36 ເມືອງປາກຊ່ອງ ແລະ ຢ້ຽມຢາມ ບໍລິສັດລັດວິສາຫະກິດ ກາເຟດາວ ຈໍາກັດ ຕັ້ງຢູ່ຫຼັກ 20 ເມືອງບາຈຽງຈະເສີນສຸກ ເຊິ່ງຢູ່ແຕ່ລະຈຸດແມ່ນໄດ້ຮັບການຕ້ອນຮັບຈາກແຕ່ລະບໍລິສັດ ແລະ ຮັບຟັງລາຍງານສະພາບການຈັດຕັ້ງປະຕິບັດຂອງຫົວໜ່ວຍທຸລະກິດໂດຍຫຍໍ້ ເປັນຕົ້ນ ຂອດການຜະລິດ ການປຸງແຕ່ງ ການຊອກຕະຫຼາດຈຳໜາຍ ແລະ ການສົ່ງອອກຕ່າງປະເທດ ທັງ 3 ບໍລິສັດດັ່ງກ່າວ ໄດ້ເປັນທ່າແຮງໃຫ້ແກ່ການຈັດຫາວຽກເຮັດງານທຳ ການສ້າງລາຍຮັບໃຫ້ແກ່ປະຊາຊົນໃນພື້ນທີ່ ແລະ ທີ່ສຳຄັນແມ່ນນຳເງິນຕ່າງປະເທດເຂົ້າມາ ຕິດພັນກັບການມອບພັນທະອາກອນໃຫ້ແກ່ລັດ.

ໂອກາດນີ້ ທ່ານ ບຸນທອງ ຈິດມະນີ ຍັງໄດ້ຕີລາຄາສູງຕໍ່ການຜະລິດທຸລະກິດຂອງແຕ່ລະພາກສ່ວນ ພ້ອມທັງເນັ້ນໃຫ້ສືບຕໍ່ເສີມຂະຫຍາຍຢ່າງເຂັ້ມແຂງ ນຳໃຊ້ທ່າແຮງກາລະໂອກາດ ຫົວຄິດປະດິດສ້າງ ກົນໄກການບໍລິຫານທີ່ດີ ແລະ ມີຢູ່ແລ້ວໃຫ້ເກີດປະໂຫຍດສູງສຸດ ເຮັດໃຫ້ການຜະລິດເປັນສິນຄ້າຂອງບັນດາບໍລິສັດ ຕິດພັນກັບການລຶບລ້າງຄວາມທຸກຍາກຂອງປະຊາຊົນໃນແຕ່ລະທ້ອງຖິ່ນຢ່າງແທ້ຈິງ.

ການເດີນທາງມາຢ້ຽມຢາມ ພື້ນຖານການຜະລິດຢູ່ແຂວງຈຳປາສັກໃນຄັ້ງນີ້ ສະແດງເຖິງຄວາມເປັນຫ່ວງເປັນໄຍ ຂອງກົມການເມືອງສູນກາງພັກ ແລະ ລັດຖະບານຕໍ່ການຜະລິດເປັນສິນຄ້າຂອງບັນດາຫົວໜ່ວຍການຜະລິດທຸລະກິດ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ກໍຄືການຊຸກຍູ້ເສດຖະກິດ-ສັງຄົມ ຂອງແຂວງຈຳປາສັກ ໃຫ້ເຕີບໃຫຍ່ຂະຫຍາຍຕົວ.