ປຸກລະດົມຊຸມຊົນເປັນເຈົ້າການເຮັດອະນາໄມທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ

    ຂະບວນການປຸກລະດົມຊຸມຊົນເປັນເຈົ້າການ ເຮັດອະນາໄມທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ເພື່ອປ້ອງກັນພະຍາດໄຂ້ຍຸງລາຍ (ໄຂ້ເລືອດອອກ) ທົ່ວເມືອງຫາດຊາຍຟອງ ຈັດຂຶ້ນໃນວັນທີ 6 ສິງຫາ 2022 ຢູ່ວິທະຍາໄລຄູດົງຄໍາຊ້າງ ເມືອງຫາດຊາຍຟອງ ໂດຍມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ມີບັນດາອໍານາດການປົກຄອງບ້ານ 14 ບ້ານ ກຸ່ມ 4 ສາລາຄໍາ ພ້ອມດ້ວຍທີມງານແພດຈາກຫ້ອງການສາທາລະນະສຸກເມືອງຫາດຊາຍຟອງ ໂຮງໝໍນ້ອຍ 6 ແຫ່ງທົ່ວເມືອງ ແລະ ອາສາສະໝັກບ້ານ (ອສບ) ເຂົ້າຮ່ວມ.

    ທ່ານ ຖາວອນ ສີຫາມາຍາ ກ່າວວ່າ: ດັ່ງທີ່ທ່ານຮັບຮູ້ນໍາກັນແລ້ວວ່າ ພາຍຫຼັງມີການຫຼຸດຜ່ອນການລະບາດພະຍາດໂຄວິດ-19 ກໍມີການລະບາດພະຍາດໄຂ້ຍຸງລາຍຂຶ້ນຕື່ມໃນນະຄອນຫຼວງ ກໍຄືເມືອງຫາດຊາຍຟອງ ການນໍາແຕ່ລະຂັ້ນ ແມ່ນໄດ້ເອົາໃຈໃສ່ປຸກລະດົມໂຄສະນາແກ້ໄຂ ເພື່ອຫຼຸດຜ່ອນອັດຕາການເຈັບເປັນ ແລະ ເສຍຊີວິດ ແຕ່ການຈັດຕັ້ງປະຕິບັດຕົວຈິງແລ້ວ ແມ່ນວຽກງານໜຶ່ງທີ່ພົບຄວາມຫຍຸ້ງຍາກຫຼາຍສົມຄວນ ຍ້ອນວ່າປະຊາຊົນສ່ວນຫຼາຍຍັງຖືເບົາ ບໍ່ທັນເຂົ້າໃຈຢ່າງເລີກເຊິ່ງກ່ຽວກັບການມີສ່ວນຮ່ວມ  ແລະ ເປັນເຈົ້າການຕ້ານພະຍາດໄຂ້ຍຸງລາຍ (ຍັງເຂົ້າໃຈວ່າວຽກງານດັ່ງກ່າວ ແມ່ນເປັນວຽກງານຂອງຂະແໜງການສາທາລະນະສຸກພຽງຝ່າຍດຽວ) ໃນຄວາມເປັນຈິງແລ້ວ ການປ້ອງກັນ ແລະ ຕ້ານພະຍາດດັ່ງກ່າວແມ່ນໜ້າທີ່ຂອງໝົດທຸກຄົນໃນສັງຄົມ ຍ້ອນວ່າສຸຂະພາບເປັນຂອງໝົດທຸກຄົນ.

    ພະຍາດໄຂ້ຍຸງລາຍ ສ່ວນໃຫຍ່ມັກເກີດຢູ່ໃນບັນດາແຂວງໃຫຍ່ທີ່ມີປະຊາກອນອາໄສຢູຢ່າງໜາແໜ້ນ  ຫຼື ໃນການເທສະບານເມືອງ ຊານເມືອງ ແລະ ເລີ່ມຂະຫຍາຍອອກສູ່ເຂດຊົນນະບົດ ເກີດມີຂຶ້ນແບບກະແຈກກະຈາຍທົ່ວໄປ ຈາກເຂດທີ່ເກີດລະບາດໄປຫາເຂດທີບໍ່ເຄີຍມີໄຂ້ຍຸງລາຍມາກ່ອນ ສໍາລັບ ສປປ ລາວ ການລະບາດຂອງພະຍາດໄຂ້ຍຸງລາຍຄັ້ງໃຫຍ່ ເກີດຂຶ້ນ 3 ຄັ້ງ ຄື: ໃນປີ 1998 ແລະ 2013 ແລະ 2019 ມີຄົນເຈັບເປັນ ແລະ ເສຍຊີວິດຈໍານວນຫຼາຍສົມຄວນ ສະເພາະປີ 2022 ນັບແຕ່ຕົ້ນປີ ມາເຖິງປັດຈຸບັນ (ວັນທີ 5 ສິງຫາ 2022) ທົ່ວປະເທດມີຄົນເຈັບໄຂ້ຍຸງລາຍ 12.726 ເສຍຊີວິດ 14 ກໍລະນີ ໄດ້ຮັບການລາຍງານວ່າມີຄົນເຈັບເປັນໄຂ້ຍຸງລາຍທຸກໆແຂວງຂອບເຂດທົ່ວປະເທດ ໃນນີ້ ນະຄອນຫຼວງວຽງຈັນມີກໍລະນີຄົນເຈັບເປັນໄຂ້ຍຸງລາຍສູງກ່ອນໝູ່ ເປັນອັນດັບ 1 ມີ 7.877 ຍິງ 4.080 ມີກໍລະນີ ເສຍຊີວິດສະສົມ 5 ກໍລະນີ ມີລາຍງານທັງໝົດ 9 ເມືອງ ກວມເອົາ 363 ບ້ານທົ່ວນະຄອນຫຼວງ ເມືອງທີ່ມີກໍລະນີລາຍງານສູງກ່ອນໝູ່ ແມ່ນເມືອງໄຊທານີ ມີ 2.115 ຄົນ ເສຍຊີວິດ 1 ກໍລະນີ ເມືອງໄຊເສດຖາ ມີ 1.652 ເສຍຊີວິດ 1 ກໍລະນີ ເມືອງສີໂຄດຕະບອງ ມີ 1.143 ເສຍຊີວິດ 1 ກໍລະນີ ເມືອງຈັນທະບູລີ ມີ 826 ເສຍຊີວິດ 2 ກໍລະນີ ເມືອງສີສັດຕະນາກ ມີ 848 ເມືອງຫາດຊາຍຟອງ ມີ 686 ເມືອງນາຊາຍທອງ ມີ 457 ເມືອງ ສັງທອງ ມີ 48 ແລະ ເມືອງ ປາກງຶ່ມ ມີ 102 ຍັງບໍ່ມີກໍລະນີເສຍຊີວິດ.

    ແນວໃດກໍຕາມ ຂ້າພະເຈົ້າຂໍສະເໜີໃຫ້ທຸກພາກສ່ວນສັງຄົມ ເປັນເຈົ້າການພ້ອມກັນໃນການສະກັດກັ້ນ  ແລະ ຕ້ານພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ມາດຕະການທີ່ສໍາຄັນໃນການຄວບຄຸມພະຍາດ ກໍຄືການຫັນເອົາຊຸມຊົນເປັນກຸນແຈສໍາຄັນໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ເຊັ່ນ: ການເປັນເຈົ້າການຂອງບຸກຄົນ ຄອບຄົວ ໃນການປະຕິບັດຫຼັກການ 5ປ (ປິດພາຊະນະ ປ່ຽນນໍ້າທຸກອາທິດ ປ່ອຍປາກິນໜອນຍຸງ ປັບປຸງແວດລ້ອມອ້ອມເຮືອນ ປະຕິບັດປະຈໍາແຕ່ລະອາທິດ) ດ້ວຍຕົນເອງ ເຊິ່ງຂະແໜງສາທາລະນະສຸກ ຈະເປັນຜູ້ເຜີຍແຜ່ ແນະນໍາວິທີປະຕິບັດ ສ່ວນການຈັດຕັ້ງປະຕິບັດຕົວຈິງ ກໍຕ້ອງແມ່ນພາລະໜ້າທີ່ຂອງທຸກຄົນ ທຸກຄອບຄົວຕ້ອງເປັນເຈົ້າການປະຕິບັດດ້ວຍຕົນເອງ ເພາະວ່າຍຸງລາຍເກີດ ແລະ ແຜ່ພັນຢູ່ນໍາເຮືອນຂອງພວກເຮົາ ສະນັ້ນ ຈຶ່ງຮຽກຮ້ອງໃຫ້ອໍານາດການປົກຄອງທຸກຂັ້ນ ບັນດາພະແນກການອ້ອມຂ້າງນະຄອນຫຼວງ ຖືເອົາວຽກງານນີ້ເປັນວຽກງານບູລິມະສິດ ດັ່ງນັ້ນ ເພື່ອຕັດວົງຈອນຊີວິດຂອງຍຸງລາຍ ໃນໄລຍະມີການລະບາດຂອງພະຍາດໄຂ້ຍຸງລາຍນີ້ ແມ່ນໃຫ້ອໍານາດການປົກຄອງບ້ານທຸກບ້ານ ຄະນະນໍາໃນແຕ່ລະກະຊວງ ກົມ ພະແນກການ ຫ້ອງການ ເອົາໃຈໃສ່ການປະຕິບັດ 5ປ ຂອງແຕ່ລະຄອບຄົວພາຍໃນບ້ານ ແລະ ສໍານັກງານຫ້ອງການຂອງຕົນຢ່າງເຄັ່ງຂັດ ສໍາລັບສໍານັກງານ ແມ່ນອາດຈະຈັດສັນເວລາສ້າງຂະບວນການອະນາ ໄມ ພ້ອມທັງທໍາລາຍແຫຼ່ງເພາະພັນຍຸງທຸກໆອາທິດ ນາຍບ້ານເປັນເຈົ້າການນໍາພາ-ຊີ້ນໍາ  ອສບ  ຫົວໜ້າໜ່ວຍແຕ່ລະໜ່ວຍ ແລະ  ສະມາຊິກພາຍໃນໜ່ວຍຊ່ວຍກວດກາຕິດຕາມ ການປະຕິບັດເປັນແຕ່ລະອາທິດ ແລ້ວລາຍງານຕໍ່ນາຍບ້ານ ແລະ ສາທາລະນະສຸກເມືອງແຕ່ລະອາທິດ ແລະ ສໍາຄັນອີກອັນໜຶ່ງ ຖ້າມີຄົນເປັນໄຂ້ ແມ່ນໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໝໍຂອງລັດ ຫ້າມບໍ່ໃຫ້ຊື້ຢາມາກິນເອງ ຫຼື ໄປກວດຢູ່ຄລີນິກ ຫຼື ໃສ່ນໍ້າທະເລຢູເຮືອນເດັດຂາດ ເພາະອາດຈະພາໃຫ້ມີອາການສົນ ແລະ ພາໃຫ້ເສຍຊີວິດໄດ້.

# ຂ່າວ – ພາບ : ສີພອນ

error: Content is protected !!