ທສວ ໃຫ້ຄວາມຮູ້ຂັ້ນຕອນການຂຽນບົດສະເໜີໂຄງການວິຊາການ

    ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ກົມສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດເຝິກອົບຮົມວິທີຂຽນບົດສະເໜີໂຄງການວິຊາການ ຂອງ ທສວ ຄັ້ງທີ 1 ໃຫ້ແກ່ໜ່ວຍງານສົ່ງເສີມຈຸນລະວິສາຫະກິດ ວິສາຫະຂະໜາດນ້ອຍ ແລະ ກາງ (ຈນກ) ຂັ້ນສູນກາງ ຂຶ້ນໃນວັນທີ 8 ສິງຫາ 2022 ຢູ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເປັນປະທານໂດຍທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ ປະທານສະພາບໍລິຫານ ທສວ ທ່ານນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຜູ້ອໍານວຍການ ທສວ ພ້ອມທັງວິທະຍາກອນ ແລະ ນັກສໍາມະນາກອນທີ່ມາຈາກບັນດາກົມອ້ອມຂ້າງ ກະຊວງອຸດສາຫະກໍາ ແລະ ການຄ້າ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ ສະພາການຄ້າ ເເລະ ອຸດສາຫະກໍາແຫ່ງຊາດລາວ ເເລະ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ກອງເລຂາ ທສວ ເຂົ້າຮ່ວມ.

    ທ່ານນາງ ລັດທະນາ ດວງບຸບຜາ ກ່າວວ່າ: ຈຸດປະສົງການເຝິກອົບຮົມຄັ້ງນີ້ ເເມ່ນເພື່ອສ້າງຄວາມເຂັ້ມ ແຂງໃຫ້ເເກ່ໜ່ວຍງານສົ່ງເສີມ ຈນກ ທີ່ມີພາລະບົດບາດໃນການສົ່ງເສີມ ຈນກ ໃຫ້ເຂົ້າໃຈເງື່ອນໄຂ ເເລະ ລະບຽບການສະໜອງທຶນໂຄງການວິຊາການ ພ້ອມທັງໃຫ້ສາມາດຂຽນບົດສະເໜີໂຄງການວິຊາການຈາກ ທສວ ໃຫ້ນໍາໄປຊຸກຍູ້ສົ່ງເສີມ ແລະ ສ້າງຄວາມເຂັ້ມເເຂງໃຫ້ແກ່ຫົວໜ່ວຍ ຈນກ ໃນທົ່ວປະເທດ.

    ການຈັດເຝິກອົບຮົມວິທີການຂຽນໂຄງການວິຊາການໃນຄັ້ງນີ້ ຈະໄດ້ຈັດຂຶ້ນເປັນເວລາ 5 ວັນ ເຊິ່ງມີນັກວິທະຍາກອນມາເເລກປ່ຽນບົດຮຽນຈາກ 3 ພາກສ່ວນ ຄື: ຂະແໜງໂຄງການວິຊາການ ເຈົ້າຂອງໂຄງການທີ່ເຄີຍໄດ້ຮັບທຶນໂຄງການວິຊາການຈາກ ທສວ ແລະ ຊ່ຽວຊານຈາກບໍລິສັດ ພີນິກສ ອອລຄອນເຊົາ.

    ການເຝິກອົບຮົມແມ່ນຈະນໍາໃຊ້ຮູບແບບປະສົມປະສານລະຫວ່າງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ຄື:ພາກທິດສະດີ ແມ່ນຈະຈັດເປັນໄລຍະເວລາ 3 ວັນ ເພື່ອໃຫ້ນັກສໍາມະນາກອນສາມາດກໍາໄດ້ດ້ານຫຼັກການ ເງື່ອນໄຂ ແລະ ລະບຽບການສະໜອງທຶນໂຄງການວິຊາການ ພ້ອມທັງຮຽນຮູ້ເຕັກນິກວິທີການຂຽນໂຄງການຕົວຈິງ ແລະ ສາມາດເຂົ້າໃຈວິທີການຂຶ້ນແຜນງົບປະມານໃຫ້ສອດຄ່ອງກັບລະບຽບການຂອງກະຊວງການເງິນ ສະບັບເລກທີ 4000/ກງ ລົງວັນທີ 12 ທັນວາ 2018 ສ່ວນພາກປະຕິບັດຕົວຈິງ ແມ່ນຈະຈັດເປັນໄລຍະເວລາ 2 ວັນ ເພື່ອໃຫ້ນັກສໍາມະນາກອນໄດ້ເຝິກຂຽນບົດສະເໜີໂຄງການຕົວຈິງ ຂຶ້ນນໍາສະເໜີບົດໂຄງການດັ່ງກ່າວ ແລະ ຮັບຟັງການແນະນໍາຈາກທີມງານຄູເຝິກ ເພື່ອສາມາດປັບປຸງ ແລະ ຂຽນບົດສະເຫນີໂຄງການໄດ້ຖືກຕາມຈຸດປະສົງເປົ້າຫມາຍ ແລະ ສາມາດຍື່ນຂໍທຶນໂຄງການວິຊາການ ຈາກ ທສວ.

# ຂ່າວ – ພາບ : ສີພອນ

error: Content is protected !!