ກອງປະຊຸມລັດຖະມົນຕີຕ່າງປະເທດໄດ້ຮັບຮອງເອົາ 3 ເອກະສານສໍາຄັນ

    ໃນວັນທີ 5 ສິງຫາ 2022 ຜ່ານມາ ທ່ານ ສະ​ເຫຼີ​ມ​ໄຊ ກົມ​ມະ​ສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ພາຍໃຕ້ຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 12 ແລະ ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 29 ທີ່ ພະນົມເປັນ ກໍາປູເຈຍ.

    ກອງປະຊຸມລັດຖະມົນຕີຕ່າງປະເທດ ພາຍໃຕ້ຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 12 ໄດ້ຢໍ້າຄືນຄວາມສໍາຄັນຂອງກົນໄກກອງປະຊຸມສຸດຍອດອາຊີຕາເວັນອອກ ໃນຖານະເປັນເວທີຂອງຜູ້ນໍາ ເພື່ອປຶກສາຫາລື ແລະ ສົ່ງເສີມການຮ່ວມມືໃນຂົງເຂດຍຸດທະສາດທາງດ້ານການເມືອງ ແລະ ເສດຖະກິດ ທີ່ມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ ໂດຍແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ກໍຄື ໃນໂລກ ໄດ້ທົບທວນຄືນ ແລະ ຊົມເຊີຍຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານໄລຍະ 2018-2022 ໃນຂົງເຂດຕ່າງໆ.

    ສໍາລັບກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 29 ບັນດາລັດຖະມົນຕີໄດ້ທົບທວນຄືນການຮ່ວມມືໃນໄລຍະຜ່ານມາ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຖະແຫຼງການວິໄສທັດເວທີພາກພື້ນອາຊຽນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາກິດຈະກໍາສົ່ງເສີມການສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ແລະ ການທູດປ້ອງກັນເຫດ.

    ກອງປະຊຸມ ໄດ້ຮັບຮອງເອົາ 3 ເອກະສານສໍາຄັນ ຄື: ກິດຈະກໍາການຮ່ວມມືຂອງເວທີພາກພື້ນອາຊຽນ ສໍາລັບສົກປີ 2022-2023 ໃນນັ້ນ ສປປ ລາວ ສປ ຈີນ ແລະ ການາດາ ໄດ້ສືບຕໍ່ເປັນປະທານຮ່ວມກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ກ່ຽວກັບການບັນເທົາທຸກໄພພິບັດ ສໍາລັບປີ 2023 ຖະແຫຼງການເວທີພາກພື້ນອາຊຽນ ກ່ຽວກັບການສົ່ງເສີມສັນຕິພາບ ສະຖຽນລະພາບ ແລະ ວັດທະນາຖາວອນ ຜ່ານບັນດາມາດຕະການການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການທູດປ້ອງກັນເຫດ ແລະ ຖະແຫຼງການເວທີພາກພື້ນອາຊຽນ ກ່ຽວກັບການຢໍ້າຄືນຄວາມໝາຍໝັ້ນເພື່ອຮັກສາອາຊີຕາເວັນອອກສ່ຽງ ໃຕ້ ເປັນເຂດປອດອາວຸດນິວເຄລຍ.

    ໃນວັນດຽວກັນ ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບທ່ານ ປາກ ຈິນ (Park Jin) ລັດຖະມົນຕີຕ່າງປະເທດແຫ່ງສາທາລະນະລັດ ເກົາຫຼີ ເຊິ່ງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບການຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນໃນຂະແໜງການຕ່າງໆ ການສົ່ງເສີມການທ່ອງທ່ຽວ ພາຍຫຼັງເປີດປະເທດ ແລະ ການໄປມາຫາສູ່ແລກປ່ຽນການຢ້ຽມຢາມ ພາຍຫຼັງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຜ່ອນຄາຍລົງ ໂດຍສະເພາະການປຶກສາຫາລືກ່ຽວກັບການແກ້ໄຂບັນຫາເສດຖະກິດ ແລະ ການເງິນໃນປັດຈຸບັນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ບັນຫາດ້ານພະລັງງານ ລວມໄປເຖິງການປຶກສາຫາລືສະພາບການພາກພື້ນ ແລະ ສາກົນ ທີ່ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ແລະ ອື່ນໆ.

error: Content is protected !!