ນ້ຳນົມແມ່ສາມາດໃຫ້ໂພຊະນາການ ແລະ ພູມຄຸ້ມກັນຢ່າງສົມບູນໃຫ້ເເກ່ເດັກ

    ກະຊວງສາທາລະນະສຸກ ສະຫະພາບເອີຣົບ ແລະ ອົງການອຸຍນີເຊບ ຈັດງານສະເຫຼີມສະຫຼອງສັບປະດາສາກົນລ້ຽງລູກດ້ວຍນໍ້ານົມແມ່ ແລະ ວັນໂພຊະນາການແຫ່ງຊາດ ໃນວັນທີ 3 ສິງຫາ 2022 ທີ່ ຄະນະເຕັກນິກການແພດ ມະຫາວິທະຍາໄລວິທະຍາສາດສຸຂະພາບ ວິທະຍາເຂດດົງໂພສີ ເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ພະນັກງານແພດໝໍ ນັກສຶກສາແພດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ເກດເກສອນ ພຣະສີສົມບັດ ຮອງຫົວໜ້າກົມອະນະໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ໂພຊະນາການມີຄວາມໝາຍກວ້າງຂວາງ ແລະ ຄວາມໝາຍທີ່ຕ່າງຈາກຄໍາວ່າ ອາຫານ ເຊິ່ງອາຫານທີ່ເຮົາບໍລິໂພກຢູ່ທຸກໆມື້ ບາງຢ່າງມີຄຸນປະໂຫຍດ ແລະ ບໍ່ມີຄຸນປະໂຫຍດແຕກຕ່າງກັນ ມີອາຫານຫຼາຍຊະນິດ ທີ່ບໍລິໂພກແລ້ວພຽງແຕ່ເຮັດໃຫ້ອີ່ມ ແຕ່ບໍ່ມີຄຸນປະໂຫຍດ ແລະ ອາດຈະໃຫ້ໂທດຕໍ່ຮ່າງກາຍ ການໄດ້ຮັບສານອາຫານທີ່ພຽງພໍ ທາງດ້ານປະລິມານ ແລະ ຄຸນະພາບ ເປັນສິ່ງທີ່ຈຳເປັນທີ່ສຸດຕໍ່ຮ່າງກາຍຄົນ ເພື່ອໃຫ້ມີສຸຂະພາບທີ່ແຂງແຮງ ປາສະຈາກໂລກໄພໄຂ້ເຈັບຕ່າງໆ ປະຊາຊົນທີ່ໄດ້ບໍລິໂພກອາຫານທີ່ດີ ຍ່ອມມີພາວະໂພຊະນາການທີ່ສົມບູນ ມີຄຸນນະພາບຊີວິດທີ່ດີ ເປັນຊັບພະຍາກອນອັນລ້ຳຄ່າຂອງປະເທດຊາດ ນອກນີ້ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂພຊະນາການມີບົດບາດສຳຄັນເນື່ອງຈາກວ່າຕົວຊີ້ວັດ ດ້ານໂພຊະນາການ ເປັນສິ່ງທີ່ບົ່ງບອກສະຖານະພາບຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ຖ້າປະຊາຊົນໃຫ້ຄວາມສົນໃຈ ມີຄວາມເຂົ້າໃຈ ແລະ ຮູ້ຄວາມສຳຄັນເລື່ອງໂພຊະນາການ ສາມາດນຳເອົາຄວາມຮູ້ໄປໃຊ້ໃຫ້ເປັນປະໂຫຍດໃນຊີວິດປະຈໍາວັນຂອງຕົນເອງ ແລະ ຄອບຄົວແລ້ວຈະເປັນກຳລັງສຳຄັນໃນການແກ້ໄຂ ແລະ ຫຼຸດຜ່ອນບັນຫາໂພຊະນາການທີ່ບໍ່ດີລົງໄດ້ ໂດຍສະເພາະການຂາດສານອາຫານ ແລະ ໂພຊະນາການເກີນ.

   ທ່ານ ນາງ ພອນສະຫວັນ ແກ້ວນະຄອນ ຫົວໜ້າສູນໂພຊະນາການ ກະຊວງສາ ທາລະນະສຸກ ໄດ້ຍົກໃຫ້ເຫັນເຖິງຄຸນປະໂຫຍດຂອງນໍ້ານົມແມ່ ມີສານອາຫານທີ່ຈໍາເປັນທີ່ສຸດສໍາລັບເດັກອ່ອນ ແລະ ເດັກນ້ອຍ ເພາະຈະຊ່ວຍໃຫ້ເດັກນ້ອຍມີພູມຕ້ານທານຕໍ່ກັບເຊື້ອພະຍາດ ຫຼຸດຜ່ອນອັດຕາການເຈັບເປັນ ການຕາຍຂອງເດັກຫຼັງເກີດ ພ້ອມທັງສາມາດຊ່ວຍຫຼຸດຜ່ອນອັດຕາການຂາດສານອາຫານຂອງເດັກນ້ອຍ ຜົນການສຳຫຼວດດັດສະນີໝາຍຂອງສັງຄົມລາວປີ 2012 ອັດຕາການລ້ຽງລູກດ້ວຍນໍ້ານົມແມ່ພຽງຢ່າງດຽວ ແຕ່ເດັກແລກເກີດ ຈົນຮອດອາຍຸ 6 ເດືອນ ມີ 40% ແລະ ເພີ່ມຂຶ້ນໃນປີ 2017 ເປັນ 45%.

    ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ການສະເຫຼີສະຫຼອງສັບປະດາສາກົນຂອງການລ້ຽງລູກດ້ວຍນົມແມ່ ແມ່ນຈັດຂຶ້ນໃນອາທິດທໍາອິດຂອງທຸກໆເດືອນສິງຫາໂດຍຫົວຂໍ້ ຜັນຂະຫຍາຍການສຶກສາ ແລະ ການສະໜັບສະໜູນສຳລັບການລ້ຽງລູກດ້ວຍນົມແມ່ ເພື່ອຊີ້ໃຫ້ເຫັນເຖີງຄວາມສໍາຄັນຂອງການຮ່ວມມືລະຫວ່າງພາກສ່ວນກ່ຽວຂ້ອງ ທຸກຄົນໃນທົ່ວສັງຄົມເພື່ອປົກປ້ອງ ສົ່ງເສີມ ແລະ ສະໜັບສະໜູນການລ້ຽງລູກດ້ວຍນົມແມ່ ໃນ ສປປ ລາວ ນ້ຳນົມແມ່ສາມາດໃຫ້ໂພຊະນາການ ແລະ ພູມຄຸ້ມກັນຢ່າງສົມບູນແບບໃຫ້ເເກ່ເດັກ ແລະ ສາມາດຊ່ວຍປ້ອງກັນການຕິດເຊື້ອຕ່າງໆ ພ້ອມທັງຍັງສົ່ງເສີມຄວາມຜູກພັນລະຫວ່າງແມ່ ແລະ ເດັກ ຄຸນປະໂຫຍດຂອງນ້ຳນົມແມ່ ແມ່ນໄດ້ຮັບການຄົ້ນຄວ້າຢ່າງດີ ເຊິ່ງຫຼັກຖານຕ່າງໆຍັງສະແດງໃຫ້ເຫັນວ່າເດັກນ້ອຍທີ່ກິນນົມແມ່ມີໂອກາດຢ່າງນ້ອຍ 6 ເທົ່າໃນການຢູ່ລອດ ໃນໄລຍະຕົ້ນເດືອນເມື່ອທຽບໃສ່ເດັກນ້ອຍທີ່ບໍ່ໄດ້ກິນນົມແມ່.”

      ເພັດສະໝອນ ( ຮູບ)4.8.2022

 

error: Content is protected !!