ມອບເງິນອຸດໜູນໃຫ້ຄອບຄົວພະນັກງານບຳນານ ເສຍອົງຄະ ເສຍຊີວິດ

    ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ຈັດພິທີມອບເງິນອຸດໜູນໃຫ້ຄອບຄົວພະນັກ ງານບຳນານ ເສຍອົງຄະ ຜູ້ປະກັນຕົນ ແລະ ຄອບຄົວພະນັກງານບຳນານ ຄູ່ສົມລົດ ຜູ້ທີ່ເສຍຊີວິດ ວັນທີ 3 ສິງຫາ 2022 ຢູ່ກອງບັນຊາການດັ່ງກ່າວ ໂດຍມີທ່ານ ພັນໂທ ບຸນແປງ ສຸນີໄຊ ຮອງຫົວໜ້າຫ້ອງ ການເມືອງ ກອງບັນຊາການທະຫານ ນວ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ພະແນກການ ແລະ ຄອບ ຄົວຜູ້ເສຍຊີວິດ ເຂົ້າຮ່ວມ.

    ທ່ານ ພັນໂທ ໂພໄຊ ແກ້ວມີໄຊ ຫົວໜ້າພະແນກປະກັນສັງຄົມ ໄດ້ຜ່ານກົດໝາຍວ່າດ້ວຍປະກັນສັງ ຄົມ ສະບັບເລກທີ 54/ສພຊ ລົງວັນທີ 27 ມິຖຸນາ 2018 (ສະບັບປັບປຸງ) ຕາມຄຳສັ່ງແນະນຳຂອງກະ ຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປະກັນສັງຄົມ ໃນກອງທັບປະຊາຊົນລາວ ສະບັບເລກທີ 390/ກປທ ລົງວັນທີ 01 ມັງກອນ 2022 ແລະ ກົມໃຫຍ່ການເມືອງກອງທັບ ສະ ບັບເລກທີ 4503/ກມທ ລົງວັນທີ 26 ສິງຫາ 2021 ກອງບັນຊາການທະຫານ ນວ ຈຶ່ງໄດ້ຈັດພິທີມອບ-ຮັບເງິນໃຫ້ພະນັກງານບໍານານ ເສຍອົງຄະ ເສຍຊີວິດເທື່ອດຽວ 18 ທ່ານ ໃນນີ້ມີຄອບຄົວພະນັກງານບໍານານຜູ້ປະກັນຕົນ ເສຍຊີວິດ ປະຈໍາການ 1 ຄົນ ລູກ 1 ຄົນ ພະນັກງານບໍານານ 15 ຄົນ ແລະ ຄູ່ສົມ ລົດ 1 ຄົນ ລວມເປັນເງິນ 1.460.444.574 ກີບ.

    ໂອກາດນີ້ ທ່ານ ພັນໂທ ບຸນແປງ ສຸນີໄຊ ກໍໄດ້ເນັ້ນໜັກໃຫ້ແຕ່ລະຄອບຄົວທີ່ມາຮັບເງິນອຸດໜູນຄັ້ງ ນີ້ ໄປໜູນໃຊ້ໃນການພັດທະນາຄອບຄົວຂອງຕົນແບບມີຫົວຄິດປະດິດສ້າງ ແລະ ໃຫ້ເກີດປະໂຫຍດສູງສຸດ ເພື່ອເຮັດໃຫ້ຄອບຄົວຂອງຕົນມີຊີວິດທີ່ດີໃນອະນາຄົດ. (ສະບາໄພ 4/8/2022)

error: Content is protected !!