ການລ້ຽງລູກດ້ວຍນົມແມ່ ເປັນວຽກງານທີ່ມີຄວາມໝາຍອັນຍິ່ງໃຫຍ່ໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ເພາະນ້ຳນົມແມ່ມີຄຸນປະໂຫຍດຢ່າງມະຫາສານ ເຮັດໃຫ້ເດັກມີສຸຂະພາບແຂງແຮງ ແລະ ມີໂພຊະນາການດີ ມີການຈະເລີນເຕີບໂຕ ແລະ ພັດທະນາການດີ ເຮັດໃຫ້ເດັກສະຫຼາດ ນໍ້ານົມແມ່ມີສານອາຫານຄົບຖ້ວນສົມສ່ວນ ແລະ ພຽງພໍສຳລັບເດັກຕັ້ງແຕ່ມື້ເກີດຈົນເຖິງອາຍຸ 6 ເດືອນ ເຮັດໃຫ້ລູກນ້ອຍມີພູມຄຸ້ມກັນພະຍາດ ຊ່ວຍປົກປ້ອງເດັກຈາກພະຍາດຊຶມເຊື້ອຕ່າງໆ ແລະ ຫຼຸດຜ່ອນການເຈັບປ່ວຍ ແລະ ເສຍຊີວິດຂອງເດັກ.
ໃນໂອກາດການສະເຫຼີມສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນົມແມ່ໃນລະຫວ່າງວັນທີ 1-7 ສິງຫາ 2022 ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວວ່າ ບັນດາປະເທດຕ່າງໆໃນທົ່ວໂລກ ໄດ້ພ້ອມພາກັນສະເຫຼີມສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນົມແມ່ ດ້ວຍການຈັດງານ ແລະ ສ້າງຂະບວນການຕ່າງໆໃນຫຼາຍຮູບແບບ ຈາກຜົນການຄົ້ນຄວ້າວິທະຍາສາດທີ່ເຜີຍແຜ່ໃນວາລະສານການຄົ້ນຄວ້າ ແລນເຊັກໃຫ້ຮູ້ວ່າ: ການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວແຕ່ມື້ເກີດຈົນຮອດ ອາຍຸ 6 ເດືອນ ແລະ ການໃຫ້ລູກກິນອາຫານເສີມທີ່ຖືກຕ້ອງເມື່ອອາຍຸ 6 ເດືອນຂຶ້ນໄປ ຄຽງຄູ່ກັບການສືບຕໍ່ລ້ຽງລູກດ້ວຍນົມແມ່ ຈະຊ່ວຍຫຼຸດຜ່ອນການເສຍຊີວິດຂອງເດັກໄດ້ເຖິງ 20% ໃນທຸກໆປີ ພ້ອມນີ້ອົງກອນພັນທະມິດສາກົນກ່ຽວກັບການລ້ຽງລູກດ້ວຍນົມແມ່ ວາບາ ຍັງໄດ້ເນັ້ນໜັກໃສ່ຫົວຂໍ້ການໃຫ້ຄວາມຮູ້ ແລະ ການສະໜັບສະໜູນເພື່ອກ້າວສູ່ການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວ ເຊິ່ງໝາຍເຖິງການຮັກລູກ ຮັກຫຼານ ຮັກເຮົາເອງ ຕ້ອງສະໜັບສະໜູນການລ້ຽງລູກດ້ວຍນົມແມ່ຢ່າງດຽວແຕ່ເກີດຈົນຮອດອາຍຸ 6 ເດືອນ ແລະ ສືບຕໍ່ລ້ຽງລູກດ້ວຍນົມແມ່ຮອດອາຍຸເດັກໄດ້ 2 ປີ ຫຼື ຫຼາຍກວ່ານັ້ນ ຄຽງຄູ່ກັບການໃຫ້ອາຫານເສີມເມື່ອອາຍຸລູກໄດ້ 6 ເດືອນຂຶ້ນໄປ ການລ້ຽງລູກດ້ວຍນົມແມ່ຍັງເປັນມາດຕະການໂພຊະນາການທີ່ຍັງເປັນບຸລິມະສິດທີ່ສູງ ເປັນປະໂຫຍດ ແລະ ມີປະສິດທິຜົນທີ່ສຸດ ນອກນັ້ນ ນ້ຳນົມແມ່ຍັງມີຜົນດີຫຼາຍຢ່າງຕໍ່ແມ່ ຕໍ່ສະພາບແວດລ້ອມ ແລະ ປະເທດຊາດ.
ການລ້ຽງລູກດ້ວຍນົມແມ່ ຈະຊ່ວຍປະຢັດເສດຖະກິດຂອງຄອບຄົວ ແລະ ເສດຖະກິດຂອງຊາດເພາະນ້ຳນົມແມ່ຖືກຜະລິດຕາມທຳມະຊາດ ໂດຍນົມແມ່ເອງບໍ່ໄດ້ເສຍຄ່າ ບໍ່ໄດ້ເສຍເງິນຊື້ ສະນັ້ນ ການປະຕິບັດສາມດູດຄື: ດູດທັນທີຫຼັງເກີດ ດູດເລື້ອຍໆ ແລະ ດູດຖືກວິທີ ຈະຊ່ວຍປ້ອງກັນການຂາດສານອາຫານໃນເດັກ ຍິ່ງລູກໄດ້ກິນນົມແມ່ດົນເທົ່າໃດ ກໍຍິ່ງໄດ້ຮັບພູມຄຸມກັນຕ້ານທານພະຍາດຕ່າງໆຫຼາຍເທົ່ານັ້ນ ການລ້ຽງລູກດ້ວຍນົມແມ່ ຍັງຊ່ວຍຮັກສາສະພາບແວດລ້ອມຂອງໂລກ ບໍ່ມີເສດຂີ້ເຫຍື້ອ ບໍ່ເພີ່ມອຸນຫະພູມໃຫ້ລູກຮ້ອນຂຶ້ນ ເພາະການຜະລິດນ້ຳນົມແມ່ ບໍ່ໄດ້ໃຊ້ພະລັງງານໄຟຟ້າ ຫຼື ໂຮງຈັກໂຮງງານ ປັດຈຸບັນ ລັດຖະບານໄດ້ມີນະໂຍບາຍໃຫ້ແມ່ທີ່ເກີດລູກໃໝ່ໄດ້ພັກການເຖິງ 6 ເດືອນ ເພື່ອໃຫ້ແມ່ໄດ້ມີເວລາລ້ຽງລູກດ້ວຍນົມແມ່ຢ່າງດຽວສະດວກຂຶ້ນ ໄດ້ສຸມໃສ່ເພື່ອເຮັດໃຫ້ອັດຕາການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວແຕ່ມື້ເກີດຈົນຮອດ 6 ເດືອນໃຫ້ບັນລຸຢ່າງໜ້ອຍ 50% ປັດຈຸບັນ ອັດຕາການລ້ຽງລູກດ້ວຍນົມແມ່ມີພຽງ 44% ສະນັ້ນ ຮຽກຮ້ອງໃຫ້ແມ່ຜູ້ທີ່ມີລູກນ້ອຍ ຈົ່ງເອົາໃຈໃສ່ການລ້ຽງລູກດ້ວຍນົມແມ່ຢ່າງດຽວໃຫ້ຄົບ 6 ເດືອນ ເພື່ອສ້າງສະມັດຖະພາບທີ່ດີ ຄວາມຮັກຄວາມຜູກພັນລະຫວ່າງແມ່ກັບລູກ ທັງເປັນການເສີມສ້າງພູມຄຸມກັນໃຫ້ກັບເດັກ ແລະ ຮຽກຮ້ອງມາຍັງທົ່ວສັງຄົມຈົ່ງໄດ້ເອົາໃຈໃສ່ໃຫ້ການສະໜັບສະໜູນວຽກດັ່ງກ່າວຢ່າງຈິງຈັງ.