ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມສະພາປະຊາຊົນແຂວງເຊກອງ

     ວັນທີ 2 ສິງຫາ 2022 ທີ່ຫ້ອງວ່າການແຂວງເຊກອງ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ຕ້ອນຮັບທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານລົງມາເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມສະພາປະຊາຊົນແຂວງເຊກອງ.

    ທ່ານເຈົ້າແຂວງເຊກອງ ໄດ້ສະແດງຄວາມຕ້ອນຮັບ ແລະ ແຈ້ງໃຫ້ຮູ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະ ການພັດທະນາເສດຖະກິດ-ສັງຄົມແຂວງເຊກອງໃນໄລຍະຜ່ານມາ ເຫັນວ່າມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຂະບວນການຜະລິດກະສິກຳເປັນສິນຄ້າ ໃນນີ້ ອັນທີ່ເປັນໜໍ່ແໜງໃໝ່ໆເກີດຂຶ້ນ ກໍແມ່ນຂະບວນການປູກມັນຕົ້ນ ປູກໂສມ ແລະ ກາເຟ ເຫັນວ່າມີຂະບວນການຢ່າງຟົດຟື້ນພໍສົມຄວນ ສະເພາະວຽກງານສະພາປະຊາຊົນແຂວງ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ແມ່ນໄດ້ພ້ອມກັນເອົາໃຈໃສ່ປະຕິບັດ 3 ພາລະບົດບາດຂອງຕົນ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍຢ່າງແຂງແຮງ ໄດ້ຍົກສູງຄວາມຮັບຜິດຊອບປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ໃນການຄົ້ນຄວ້າ ແລະ ແກ້ໄຂບັນຫາຕ່າງໆໄດ້ຢ່າງທ່ວງທັນ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບໂດຍພື້ນຖານ ພ້ອມນີ້ ທ່ານຍັງໄດ້ແຈ້ງໃຫ້ຮູ້ກ່ຽວກັບຄວາມພ້ອມໃນການກະກຽມບັນດາເນື້ອໃນທີ່ສໍາຄັນຕ່າງໆຂອງທ້ອງຖິ່ນທີ່ຈະນໍາເຂົ້າພິຈາລະນາ ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ທີ່ຈະໄດ້ໄຂຂຶ້ນໃນໄວໆນີ້.

    ໂອກາດນີ້ ທ່ານ ຄໍາໃບ ດໍາລັດ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານເຈົ້າແຂວງເຊກອງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງຈຸດປະສົງໃນການມາເຮັດວຽກງານໃນຄັ້ງນີ້ ກໍເພື່ອເປັນການຢ້ຽມຢາມ ແລະ ຮັບຟັງການລາຍງານການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະພາປະຊາຊົນແຂວງໃນໄລຍະຜ່ານມາ ໂດຍຊອກໃຫ້ເຫັນຜົນສໍາເລັດອັນພົ້ນເດັ່ນທີ່ຄວນເສີມຂະຫຍາຍ ແລະ ຈຸດອ່ອນ-ຂໍ້ຄົງຄ້າງ ເພື່ອຫາວິທີແກ້ໄຂ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະພາປະຊາຊົນແຂວງ ນັບມື້ນັບເຂັ້ມແຂງ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!