ກອງປະຊຸມສະພາປະຊາຊົນແຂວງໄຊສົມບູນ ຈະພິຈາລະນາຮັບຮອງເອົາຫຼາຍບັນຫາ

    ກອງປະຊຸມສະໄໝສາມັນ ເທື່ອທີ 3 ຊຸດທີ II ຂອງສະພາປະຊາຊົນແຂວງໄຊສົມບູນ ໄດ້ໄຂຂຶ້ນຢ່າງເປັນທາງການ ລະຫວ່າງວັນທີ 3-5 ສິງຫາ 2022 ທີ່ສະໂມສອນເມືອງອະນຸວົງ ໂດຍເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະທານສະພາປະຊາຊົນແຂວງໄຊສົມບູນ ມີທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ພ້ອມຮອງເລຂາພັກແຂວງ ຄະນະປະຈໍາພັກແຂວງ ກໍາມະການພັກແຂວງ ຕະຫຼອດຮອດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍບັນດາພະແນກການ ກົມກອງອ້ອມຂ້າງແຂວງ ແລະ ອະດີດການນໍາພັກ-ລັດເຂົ້າຮ່ວມ.

    ໃນກອງປະຊຸມ ຈະໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານ ພ້ອມທັງຮັບຟັງການຊີ້ແຈງອະທິບາຍ ແລະ ຄົ້ນຄ້ວາປະກອບຄໍາຄິດຄໍາເຫັນຈາກພາກສ່ວນຕ່າງໆ ລວມທັງການຄົ້ນຄ້ວາພິຈາລະນາຮັບຮອງເອົາການສະເໜີແຕ່ງຕັ້ງບຸຄະລາກອນ ແລະ ກົງຈັກການຈັດຕັ້ງຕາມການສະເໜີຂອງອົງການປົກຄອງແຂວງ ພິຈາລະນາຮັບຮອງເອົານິຕິກໍາໃຕ້ກົດໝາຍຂອງແຂວງຈໍານວນ 2 ສະບັບ ແລະ ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ເປັນຕົ້ນແມ່ນພິຈາລະນາຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ພິຈາລະນາຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ພິຈາລະນາຮັບຮອງເອົາແຜນການເຄື່ອນໄຫວ ແລະ ແຜນງົບປະມານຂອງສອງວາລະແຫ່ງຊາດ ແລະ ພິຈາລະນາຮັບຮອງເອົາບົດລາຍງານຂອງສະພາປະຊາຊົນແຂວງໄຊສົມບູນ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022..

 # ຂ່າວ – ພາບ :  ຊິລິການດາ

error: Content is protected !!