ພະຍາດໄຂ້ຍຸງລາຍ ເປັນອັນຕະລາຍພາໃຫ້ເສຍຊີວິດເພີ່ມ 1 ຄົນທີ່ແຂວງຫຼວງນໍ້າທາ

    ປັດຈຸບັນ ອັດຕາເສຍຊີວິດ ແລະ ຕິດເຊື້ອພະຍາດໄຂ້ຍຸງລາຍຍັງສືບຕໍ່ມີກໍລະນີລາຍງານໃນແຕ່ລະວັນ ເຊັ່ນວັນທີ 1 ສິງຫາ 2022 ໄດ້ພົບກໍລະນີເສຍຊີວິດໃໝ່ຈາກພະຍາດໄຂ້ຍຸງລາຍ 1 ຄົນທີ່ແຂວງຫຼວງນໍ້າທາ ການທີ່ຈະເຮັດໃຫ້ອັດຕາການຕິດເຊື້ອ  ແລະ ການເສຍຊີວິດຫຼຸດລົງໄດ້ນັ້ນ ແມ່ນຂຶ້ນກັບໝົດທຸກຄົນທີ່ຕ້ອງພ້ອມກັນເອົາໃຈໃສ່ປະຕິບັດຫຼັກການ 5 ປ ແລະ ປ້ອງກັນບໍ່ໃຫ້ຍຸງລາຍກັດ.

    ອີງຕາມການລາຍງານຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີ ຫາວັນທີ 2 ສິງຫາ 2022 ມີຜູ້ຕິດເຊື້ອພະຍາດໄຂ້ຍຸງສະສົມ 14.228 ກໍລະນີ ເສຍຊີວິດສະສົມ 15 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 7.333 ກໍລະນີ ເສຍຊີວິດ 5 ຄົນ ຫຼວງນໍ້າທາ 1.489 ກໍລະນີ ເສຍຊີວິດ 1 ຄົນ ສາລະວັນ 1.036 ກໍລະນີ ເສຍຊີວິດ 3 ຄົນ ອັດຕະປື 948 ກໍລະນີ ເສຍຊີວິດ 4 ຄົນ ເຊກອງ 880 ກໍລະນີ ສະຫວັນນະເຂດ 566 ກໍລະນີ ຫຼວງພະບາງ 450 ກໍລະນີ ວຽງຈັນ 378 ກໍລະນີ ໄຊຍະບູລີ 278 ກໍລະນີ ອຸດົມໄຊ 289 ກໍລະນີ ເສຍຊີວິດ 1 ຄົນ ຄຳມ່ວນ 228 ກໍລະນີ ຈຳປາສັກ 168 ກໍລະນີ ບໍລິຄຳໄຊ 74 ກໍລະນີ ຊຽງຂວາງ 38 ກໍລະນີ ເສຍຊີວິດ 1 ຄົນ ບໍ່ແກ້ວ 33 ກໍລະນີ ໄຊສົມບູນ 25 ກໍລະນີ ຫົວພັນ 10 ກໍລະນີ ຜົ້ງສາລີ 8 ກໍລະນີ.

    ສຳລັບການສັງເກດອາການຂອງພະຍາດໄຂ້ຍຸງລາຍຄົນເຈັບມີໄຂ້ສູງ ບວກກັບຢ່າງໜ້ອຍ 2 ອາການຄື: ເຈັບຫົວ ປວດເປົ້າຕາ ປວດຕົນໂຕ ບໍ່ຢາກອາຫານ ປວດຮາກ ຫຼື ຮາກ ມີຜື່ນຕາມຕົນໂຕ ແລະ ຄົນເຈັບທີ່ມີໜຶ່ງ ຫຼື ຫຼາຍອາການເຕືອນ ເຈັບທ້ອງແຮງ ຫຼື ທ້ອງເບັງ ຮາກຕະຫຼອດ ເລືອດອອກຕາມດັງ ເຝັນແຂ້ວ ຫຼື ເຫຍື່ອເມືອກຕາ ອິດເມື່ອຍແຮງ ກະວົນກະວາຍ ສ່ວນຄົນເຈັບທີ່ມີຄວາມສ່ຽງແມ່ນແມ່ຍິງຖືພາ ເດັກອາຍຸຕໍ່າກວ່າ 1 ປີ ຜູ້ເຖົ້າ ຜູ້ມີພະຍາດປະຈຳໂຕ ເບົາຫວານ ຫົວໃຈ ໄຂ່ຫຼັງຊຸດໂຊມ ແລະ ພະຍາດເລືອດ ແລະ ຄົນຕຸ້ຍ ຖ້າມີອາການດັ່ງທີ່ກ່າວມາໃຫ້ຮີບຮ້ອນໄປໂຮງໝໍດ່ວນເພື່ອຫຼຸດຜ່ອນການເສຍຊີວິດ.

error: Content is protected !!