ຍ້ອນຄະນະຮັບຜິດຊອບລະເຫຼີງຕໍ່ການຕິດຕາມກວດກາ ຈຶ່ງເກີດມີຫາງສຽງຈົ່ມວ່າກ່ຽວກັບການໃສ່ບາດຢູ່ນະຄອນຫຼວງພະບາງ

    ເພື່ອເຮັດໃຫ້ການຂາຍເຄື່ອງໃສ່ບາດໃຫ້ນັກທ່ອງທ່ຽວຢູ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ມີຄວາມເປັນລະບຽບ-ຮຽບຮ້ອຍ ໃນໄລຍະຜ່ານມາ ອົງການປົກຄອງນະຄອນຫຼວງພະບາງ ໄດ້ອອກລະບຽບການຄຸ້ມຄອງຢ່າງຮັດກຸມ ພ້ອມທັງໄດ້ແຕ່ງຕັ້ງຄະນະກຳມະການແຕ່ລະພາກສ່ວນຮັບຜິດຊອບຢ່າງລະອຽດ ເພື່ອຮັບປະກັນບໍ່ໃຫ້ມີຫາງສຽງບໍ່ດີຕາມມາ ທັງສ້າງສິ່ງຈູງໃຈໃຫ້ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຫຼວງພະບາງນັບມື້ຫຼາຍຂຶ້ນ.

    ທ່ານ ວິໄລທອງ ມະນີວອນ ຮອງເຈົ້ານະຄອນຫຼວງພະບາງ ໃຫ້ສຳພາດວັນທີ 1 ສິງຫາ 2022 ວ່າ: ການໃສ່ບາດຍາມເຊົ້າ ເປັນປະເພນີທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ສືບທອດກັນມາຫຼາຍເຊັ່ນຄົນ ແລະ ພາຍຫຼັງຫຼວງພະບາງຖືກຮັບຮອງໃຫ້ເປັນເມືອງມໍລະດົກຂອງໂລກ ກິດຈະກຳການໃສ່ບາດຍາມເຊົ້າ ໄດ້ກາຍເປັນສິ່ງດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແລະ ຮ່ວມກິດຈະກຳການໃສ່ບາດຢູ່ນະຄອນຫຼວງພະບາງໄດ້ເປັນຢ່າງດີ ສະເພາະໄລຍະທີ່ລັດຖະບານໄດ້ເປີດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ ນັກທ່ອງທ່ຽວຈາກປະເທດເພື່ອນບ້ານ ໂດຍສະເພາະ ປະເທດໄທ ໄດ້ເຂົ້າມາທ່ອງທ່ຽວຫຼາຍຂຶ້ນ ແລະ ມີຫາງສຽງຈົ່ມວ່າກ່ຽວກັບປາກົດການຫຍໍ້ທໍ້ເວລາຮ່ວມກິດຈະກຳເຮັດບຸນໃສ່ບາດ ເຊິ່ງຫາງສຽງຈົ່ມວ່າດັ່ງກ່າວ ເປັນປາກົດການທີ່ເກີດຂຶ້ນໃນໄລຍະຄະນະຮັບຜິດຊອບມີການລະເຫຼີງຕໍ່ການລົງຕິດຕາມກວດກາ ຈຶ່ງເຮັດໃຫ້ຜູ້ປະກອບການ ຫຼື ແມ່ຄ້າຜູ້ຂາຍເຂົ້າໃສ່ບາດ ສວຍໂອກາດລະເມີດລະບຽບການທີ່ວາງໄວ້ ເຊິ່ງບັນຫານີ້ ອົງການປົກຄອງນະຄອນຫຼວງພະບາງ ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂບັນຫາຢ່າງຮີບດ່ວນ ທັງໄດ້ອອກລະບຽບການຄືນໃໝ່ ເພື່ອໃຫ້ຮັດກຸມກວ່າເກົ່າ ພ້ອມນີ້ ທ່ານ ວິໄລທອງ ມະນີວອນ ຍັງໄດ້ຮຽກຮ້ອງໃຫ້ຜູ້ປະກອບການຂາຍເຂົ້າໃສ່ບາດ ປະຕິບັດລະບຽບການໃຫ້ເຂັ້ມງວດ ສຳລັບພະນັກງານນຳທ່ຽວ ຕ້ອງເປັນເຈົ້າການແນະນຳ ແລະ ອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວ ເພື່ອບໍ່ໃຫ້ເກີດບັນຫາປາກົດການຫຍໍ້ທໍ້ກ່ຽວກັບການຂາຍເຂົ້າໃສ່ບາດຂຶ້ນອີກຄັ້ງໃໝ່. 

    ທ່ານ ວິໄລທອງ ມະນີວອນ ກ່າວອີກວ່າ: ສຳລັບກົດລະບຽບວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍໃນການຂາຍເຄື່ອງໃສ່ບາດ ທີ່ໄດ້ປັບປຸງໃໝ່ ແມ່ນປ່ຽນແທນສະບັບທີ່ໄດ້ອອກໃນປີ 2019 ໂດຍລະບຸແຈ້ງຂຶ້ນຕື່ມກ່ຽວກັບການບໍລິການ ແລະ ການໃຫ້ບໍລິການການຂາຍເຄື່ອງໃສ່ບາດ ການສັນຈອນຕາມເສັ້ນທາງໄລຍະການໃສ່ບາດ ທັງໄດ້ລະບຸແຈ້ງກ່ຽວກັບຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ ເພື່ອເຮັດໃຫ້ການບໍລິການຂາຍເຄື່ອງໃສ່ບາດ ແລະ ການເຮັດບຸນໃສ່ບາດຢູ່ນະຄອນຫຼວງພະບາງມີຄວາມເປັນລະບຽບຮຽບຮ້ອຍຫຼາຍຂຶ້ນ.

error: Content is protected !!