ພຽງວັນດຽວພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 100 ກວ່າຄົນ ອາດເປັນສັນຍານເຕືອນການລະບາດຮອບໃໝ່

    ພະຍາດໂຄວິດ-19 ເປັນພະຍາດໜຶ່ງທີ່ຍັງມີຕົວເລກກໍລະນີຕິດເຊື້ອລາຍງານໃໝ່ໃນແຕ່ລະວັນ ເຖິງວ່າຕົວເລກໃນປັດຈຸບັນຍັງບໍ່ເພີ່ມຂຶ້ນສູງເທົ່າກັບໄລຍະທີ່ມີການລະບາດຜ່ານມາກໍຕາມ ແຕ່ກໍມີທ່າອ່ຽງທີ່ຈະເພີ່ມຂຶ້ນໄດ້ຖ້າໝົດທຸກຄົນບໍ່ພ້ອມກັນປະຕິບັດມາດຕະການປ້ອງກັນຕົນເອງ.

    ອີງຕາມການລາຍງານຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ໃນວັນທີ 2 ສິງຫາ 2022 ໄດ້ລາຍງານໃຫ້ຮູ້ວ່າ: ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ພຽງວັນດຽວຄື ວັນທີ 2 ສິງຫາ 104 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ ຕິດເຊື້ອພາຍໃນ 90 ຄົນ ສະຫວັນນະເຂດ ຕິດເຊື້ອພາຍໃນ 5 ຄົນ ນຳເຂົ້າ 1 ຄົນ ບໍລິຄຳໄຊ ຕິດເຊື້ອພາຍໃນ 3 ຄົນ ອຸດົມໄຊ 2 ຄົນ ຊຽງຂວາງ 1 ຄົນ ຄຳມ່ວນ 1 ຄົນ ບໍ່ແກ້ວ 1 ຄົນ ສ່ວນແຂວງທີ່ຍັງເຫຼືອ ແມ່ນບໍ່ພົບກໍລະນີ.

    ຈາກຕົວເລກລາຍງານດັ່ງກ່າວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຫຼາຍກວ່າ 100 ຄົນ ຖ້າສົມທຽບໃສ່ຕົວເລກກໍລະນີຕິດເຊື້ອໄລຍະຜ່ານມາ ແມ່ນຫຼຸດລົງຢູ່ທີ່ຕົວເລກດຽວ ຫາ 2 ຕົວເລກ ແຕ່ປັດຈຸບັນ ໄດ້ກ້າວຂຶ້ນມາເປັນ 3 ຕົວເລກ ເຊິ່ງເປັນຕົວເລກທີ່ໜ້າເປັນຫ່ວງ ເພາະອາດຈະສະແດງໃຫ້ເຫັນວ່າຈະມີການລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່ ເພື່ອປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ທຸກຄົນຕ້ອງສືບຕໍ່ປະຕິບັດມາດຕະການປ້ອງກັນຕົວເອງຢ່າງເຄັ່ງຄັດ ດ້ວຍການສືບຕໍ່ໃສ່ຜ້າອັດປາກ-ດັງ ລ້າງມືໃສ່ສະບູ ຫຼື ເຈວ ຮັກສາໄລຍະຫ່າງ ບໍ່ເດີນທາງໄປສະຖານທີ່ແອອັດ ແລະ ທີ່ສຳຄັນ ຕ້ອງພ້ອມກັນໄປສັກຢາວັກຊີນໂຄວິດ-19 ບໍ່ວ່າຈະເປັນເຂັມທີໜຶ່ງ ສອງ ຫຼຼື ເຂັມກະຕຸ້ນ ເພື່ອປ້ອງກັນການຕິດເຊື້ອຮຸນແຮງ ແລະ ເສຍຊີວິດໄດ້.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!