ປຶກສາຫາລືການຮ່ວມມືດ້ານສາທາລະນະສຸກ

    ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຂອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າພົບປະຂອງຄະນະຜູ້ແທນຂັ້ນສູງແຂວງໜອງຄາຍ ລາຊະອານາຈັກໄທ ນໍາໂດຍທ່ານ ນັດທະວັດ ວິລີຍານະພາພອນ ຮອງຜູ້ວ່າລາຊະການແຂວງໜອງຄາຍ ວັນທີ 1 ສິງຫາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລື ຮ່ວມມືດ້ານສາທາລະນະສຸກ ແລະ ວຽກງານດ້ານວັດທະນະທໍາຂອງທັງສອງຝ່າຍ.

    ໃນການມາຢ້ຽມຍາມ ແລະ ເຮັດວຽກຂອງຄະນະຜູ້ແທນຂັ້ນສູງແຂວງໜອງຄາຍ ລາຊະອານາຈັກໄທຄັ້ງນີ້ ໄດ້ໄປຢ້ຽມຢາມ ແລະ ກາບໄຫວ້ສັກກາລະບູຊາສະຖານທີ່ທ່ອງທ່ຽວສໍາຄັນພາຍໃນນະຄອນຫຼວງວຽງຈັນ ເປັນຕົ້ນ ພິພິຕະພັນພະທາດຫຼວງວຽງຈັນ ແລະ ພິພິທະພັນຫໍພະແກ້ວ ນອກນີ້ ບັງໄດ້ໄປທ່ຽວຊົມປະຕູໄຊອີກດ້ວຍ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!