ນາໄຫ ສະຫຼຸບຜົນງານຮອບດ້ານ

    ອົງການປົກຄອງບ້ານາໄຫ ເຂດ 4 ສາລາຄໍາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດກອງປະຊຸມໃຫຍ່ຄັ້ງທີ X ເພື່ອສະຫຼຸບການເຄື່ອນໄຫວວຽກງານຮອບດ້ານໃນໄລຍະ 5 ປີ ຜ່ານມາ ແລະ ວາງທິດທາງແຜນການ 5 ປີໃນຕໍ່ໜ້າ ແລະ ເລືອກຕັ້ງເອົາຄະນະບ້ານຊຸດທີ X ວັນທີ 30 ກໍລະກົດ 2022 ທີ່ວັດບ້ານດັ່ງກ່າວ ມີທ່ານ ບົວໃສ ລຸນນະວົງສາ ຫົວໜ້າຫ້ອງວ່າການເມືອງຫາດຊາຍຟອງ ທ່ານ ສອນປະສິດ ສຸວັນນະເມືອງ ປະທານກໍາມະບານເມືອງຫາດຊາຍຟອງ ພ້ອມດ້ວຍບັນດາຄະນະນໍາເມືອງ ຄະນະບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

    ທ່ານນາງ ສົມແພງ ສີລາເພັດ ນາຍບ້ານນາໄຫ ໄດ້ລາຍງານໃຫ້ຮູ້ການເຄື່ອນໄຫວວຽກງານຮອບດ້ານໃນໄລຍະ5 ປີ ທີ່ຜ່ານມາ ເຊິ່ງຍົກໃຫ້ເຫັນຜົນງານດ້ານຕ່າງໆທີ່ການຈັດຕັ້ງຂອງບ້ານຍາດມາໄດ້ ໂດຍປະຕິບັດຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ເລກທີ 68/ສພຊ ມາດຕາ 83 ວ່າດ້ວຍພາລະບົດບາດ ອົງການປົກຄອງບ້ານ ມາດຕາ 86,87 ສິດ ແລະ ໜ້າທີ່ຂອງນາຍບ້ານ ແລະ ຂໍ້ຕົກລົງເລກທີ 649/ພນ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການປົກຄອງບ້ານ ເຊິ່ງບ້ານດັ່ງກ່າວ ມີເນື້ອທີ່ທັງໝົດ 611,93 ເຮັກຕາ ມີ 1.199 ຫຼັງຄາເຮືອນ 106 ໜ່ວຍ 1.178 ຄອບຄົວ ພົນລະເມືອງ 5.587 ຄົນ ຍິງ 2.854 ຄົນ ການປະກອບອາຊີບຂອງປະຊາຊົນ ມີທັງກໍາມະກອນ ຄ້າຂາຍ ແລະ ອື່ນໆ ການບໍລິຫານອົງການປົກຄອງບ້ານ ໄດ້ຖືເອົາການສຶກສານໍາພາອົບຮົມທາງດ້ານແນວຄິດ ການເມືອງເປັນສໍາຄັນ ນໍາເອົາບັນດາແນວທາງຂອງພັກ-ລັດ ມາຈັດຕັ້ງເຜີຍແຜ່ເຊື່ອມຊືມຢ່າງທົ່ວເຖິງ ແລະ ກໍາແໜ້ນຕໍ່ແນວທາງ ເປັນເຈົ້າການປະກອບສ່ວນຮັກສາຄວາມສະຫງົບພາຍໃນບ້ານ ແລະ ຕ້ານປາກົດການຫຍໍ້ທໍ້ຕ່າງໆ ປະຕິບັດຫຼັກການລວມສູນ ປຶກສາເປັນໝູ່ຄະນະແບ່ງງານແບ່ງຄວາມຮັບຜິດຊອບຕາມໜ້າທີ່ ມີຄວາມໂປ່ງໃສ ແລະ ກວດສອບໄດ້ ຜ່ານມາໄດ້ຮັບຄໍາຮ້ອງດ້ານຂໍ້ຂັດແຍ່ງ 101 ເລື່ອງແກ້ໄດ້ 90 ເລື່ອງ ສາຍຜົວເມຍ 27 ເລື່ອງ ໜີ້ສິນ 45 ເລື່ອງອຸບັດເຫດ 29 ເລື່ອງ ສົ່ງກອງຄະດີ 13 ເລື່ອງ ນໍາພາສ້າງຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ 1.012 ຄອບຄົວ ຍັງ 166 ຄອບຄົວ ດ້ານເສດຖະກິດມີຫົວໜ່ວຍ 62 ພື້ນຖານ ເມືອງຄຸ້ມຄອງ 10 ພື້ນຖານ ບ້ານຄຸ້ມຄອງ 52 ພື້ນຖານ ພ້ອມທັງຊຸກຍູ້ປະຊາຊົນສ້າງເສດຖະກິດຄອບຄົວຕາມທິດເພີ່ງຕົນເອງກຸ້ມຕົນເອງ ຜ່ານມາ ບ້ານມີລາຍຮັບຈາກການເກັບຄ່າບໍລິການຄ່າທໍານຽມຕ່າງໆ ແລະ ການຊຸກຍູ້ຂອງປະຊາຊົນໄດ້ 207.300.000 ກີບ ເກັບຄ່າທໍານຽມທີ່ດິນ ແລະ ອາກອນຕົວເລກແຜນການ 619.850.300 ກີບ ເກັບໄດ້ 556.778.320 ກີບ ເທົ່າກັບ 90% ນອກນັ້ນ ຍັງໄດ້ສ້ອມແປງເສັ້ນທາງຫຼັກທາງຮ່ອມຂອງບ້ານ ໂດຍການມີສ່ວນຮ່ວມຈາກສັງຄົມລວມມູນຄ່າ 225.710.000 ກີບ ແລະ ບູລະນະວັດວາອາຮາມ ເປັນຕົ້ນ ສ້າງຫ້ອງນໍ້າ ແລະ ສ້າງກຸດຕິວັດທົ່ງ ລວມເປັນເງິນ 501.587.000 ກີບ ພ້ອມນີ້ ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະບ້ານຊຸດທີ X ໂດຍເລືອກໄດ້ ທ່ານ ບຸນທັນ ພົມມະຈັນ ເປັນນາຍບ້ານ ທ່ານ ພິສິດ ແສນສູນທອນ ທ່ານ ນາງ ຈໍາປາ ຫຼວງໂຄດ ທ່ານ ບຸນມີ ພິມມະສອນ ແລະ ທ່ານ ນາງ ສົມແພງ ສີລາເພັດ ເປັນຮອງ ແລະ ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກທ່ານຫົວໜ້າຫ້ອງວ່າການ ເມືອງຫາດຊາຍຟອງ ເພື່ອເປັນທິດຊີ້ນໍາໃຫ້ການຈັດຕັ້ງບ້ານຊຸດໃໝ່ໄດ້ນໍາໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃຫ້ມີຜົນສໍາເລັດ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!