ສ້າງຄວາມເຂັ້ມແຂງ ການນຳໃຊ້ບັນຊີຄູ່ຂອງອົງການຈັດຕັ້ງລັດດ້ວຍລະບົບໂປຣແກຣມທີ່ທັນສະໄໝ

    ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຊຸດເຝິກອົບຮົມວິທີການນໍາໃຊ້ບັນຊີຄູ່ຂອງອົງການຈັດຕັ້ງລັດດ້ວຍລະບົບໂປຣແກຣມທີ່ທັນສະໄໝ ໃຫ້ບັນດາພະແນກ ຖວທ ແຂວງ ແລະ ນະຄອນຫຼວງວຽງຈັນ ທົ່ວປະເທດ ວັນທີ 2 ສິງຫາ 2022 ທີ່ຫໍວັດທະນະທຳແຫ່ງຊາດ ເປັນກຽດເຂົ້າຮ່ວມຂອງທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງ ຖວທ ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນຈາກຂະແໜງບັນຊີ ພະແນກ ຖວທ ທົ່ວປະເທດ.

    ທ່ານ ບົວໄລ ພານຸວົງ ກ່າວວ່າ  ວຽກງານບັນຊີ ເປັນວຽກງານສຳຄັນ ເປັນໝາກຫົວໃຈທາງດ້ານການເງິນ ເປັນເຄື່ອງມືສຳຄັນໃນການສະໜອງຂໍ້ມູນຕ່າງໆໃຫ້ພາກສ່ວນທີ່ກ່ຽວຂ້ອງ ເປັນເຄື່ອງມືຕົ້ນຕໍໃນການວິເຄາະຖານະການເງິນຂອງລັດໃນການບໍລິຫານ ເປັນບອ່ນອີງໃຫ້ແກ່ການກໍານົດນະໂຍບາຍ ການປັບປຸງ ແລະ ພັດທະນາໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ໂປ່ງໃສ ການຈັດຕັ້ງປະຕິບັດລະບົບບັນຊີຄູ່ ບັນຊີຂອງອົງການຈັດຕັ້ງລັດ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2017 ໂດຍອີງໃສ່ກົດໝາຍບັນຊີສະບັບປັບປຸງປີ 2014 ໄດ້ມີນະໂຍບາຍກ່ຽວກັບວຽກງານບັນຊີ ລັດໄດ້ສົ່ງເສີມການພັດທະນາລະບົບບັນຊີໃຫ້ຫັນເປັນທັນສະໄໝ ສາມາດເຊື່ອມໂຍງກັນໄດ້ ນອກຈາກນີ້ ຍັງເພື່ອເປັນການປະຢັດເວລາ ປະຢັດທັງບຸຄະລະກອນ ການບັນທຶກບັນຊີຕົວຈິງມີສອງລະບົບຄື: ຂັ້ນສູນກາງ ແມ່ນນໍາໃຊ້ລະບົບໂປຣແກຣມບັນຊີເຂົ້າຊ່ວຍ ສໍາລັບທ້ອງຖິ່ນ ໃຊ້ລະບົບການຂຽນດ້ວຍມືບັນທຶກເຂົ້າປື້ມ ເຊິ່ງການບັນທຶກເຂົ້າປື້ມ ກໍອາດຈະພົບບັນຫາຫຍຸ້ງຍາກ ເພາະໃຊ້ປຶ້ມຫຼາຍຫົວໃນການບັນທຶກ ດັ່ງນັ້ນ ຈຶ່ງຫັນມາເປັນລະບົບທີ່ທັນສະໄໝ ໂອກາດນີ້ ຮຽກຮ້ອງມາຍັງບັນດາທ່ານຈົ່ງເອົາໃຈໃສ່ໃນການຖອດຖອນບົດຮຽນຮ່ວມກັນລະຫວ່າງແຂວງຕໍ່ແຂວງ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ.

    ຊຸດເຝິກອົບຮົມຄັ້ງນີ້ ໄດ້ຮຽນຮູ້ວິທີການລົງບັນຊີ ແລະ ແນະນຳກ່ຽວກັບວຽກງານບັນຊີຄູ່ ການນຳໃຊ້ລະບົບໂປຣແກຣມ ຂັ້ນຕອນການລົງແຜນງົບປະມານ ວິຊາການປະຈຳປີ ແລະ ອະນຸມັດປະຈຳງວດ ເຂົ້າລະບົບໂປຣແກຣມ ຂັ້ນຕອນການລົງຍອດຍົກມາປີກ່ອນ ຂັ້ນຕອນການລົງບັດຜ່ານ E ແລະ ປື້ມບັນຊີປະຈຳວັນ ຮັບຮູ້ລາຍຈ່າຍງົບປະມານ ແລະ ວິຊາການ ການລົງບັດຜ່ານ R ແລະ ປື້ມບັນຊີປະຈຳວັນລາຍຮັບງົບປະມານ ການລົງບັດຜ່ານ ADJ ແລະ ປື້ມບັນຊີປະຈຳວັນ ການໂອນເງິນໂດຍກົງຂອງຄັງເງິນແຫ່ງຊາດ ການລົງບັດຜ່ານ PR ແລະ ປື້ມບັນຊີປະຈຳວັນ ລາຍຮັບງົບປະມານບ້ວງເກົ່າ ການລົງບັດຜ່ານ P3 ແລະ ປື້ມບັນຊີປະຈຳວັນລາຍຈ່າຍມອບເຂົ້າບັນຊີເງິນຝາກຄັງເງິນຂອງແຂວງ ແລະ ອື່ນໆ.

.

 # ຂ່າວ – ພາບ   ອົ່ນ ໄຟສົມທອງ

error: Content is protected !!