ຫສປທ ຍົກລະດັບທິດສະດີການເມືອງ ແລະ ການປົກຄອງໃຫ້ພະນັກງານຫຼັກແຫຼ່ງ

    ພິທີປິດຊຸດເຝິກອົບຮົມບໍາລຸງທິດສະດີການເມືອງ ແລະ ການປົກຄອງ ໄລຍະ 45 ວັນ ຊຸດທີ II ໃຫ້ສະມາຊິກພັກ ພະນັກງານຫຼັກແຫຼ່ງຂອງຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ຈັດຂຶ້ນວັນທີ 2 ສິງຫາ 2022 ທີ່ ຫສປທ ນະຄອນຫຼວງວຽງຈັນ ພາຍຫຼັງທີ່ໄຂຂຶ້ນຢ່າງເປັນທາງການໃນວັນທີ 30 ພຶດສະພາ 2022 ຜ່ານມາ ເປັນປະທານຂອງສະຫາຍ ນາງ ເຂັມມະນີ ພົນເສນາ ເລຂາຄະນະພັກ ຫົວໜ້າ ຫສປທ ມີສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍບັນດານັກເຝິກອົບຮົມຈຳນວນ 35 ສະຫາຍ ຍິງ 14 ສະຫາຍເຂົ້າຮ່ວມ.

    ສະຫາຍ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ການເຝິກອົບຮົມຊຸດນີ້ ເຫັນວ່າບັນດາສະຫາຍໄດ້ຍົກສູງຄວາມຮັບຜິດຊອບ ບັນດາຄູ-ອາຈານທີ່ໄດ້ຮັບການມອບໝາຍໜ້າທີ່ໃຫ້ມາຂຶ້ນຫ້ອງສະເໜີບົດຮຽນຕ່າງໆໃຫ້ແກ່ນັກເຝິກອົບຮົມນີ້ ລ້ວນແຕ່ເປັນຜູ້ມີບົດບາດ ຜູ້ມີຄວາມຮູ້ ຄວາມສາມາດ ມີບົດຮຽນ ປະສົບການ ແລະ ຄວາມຮັບຜິດຊອບສູງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຮັດໃຫ້ນັກເຝິກອົບຮົມມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຖືຄວາມສຳຄັນຂອງການເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ແລະ ວຽກງານກໍ່ສ້າງພັກໄດ້ເປັນຢ່າງດີ ບັນດາເນື້ອໃນ ແລະ ຫົວບົດຕ່າງໆທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ເລືອກເຟັ້ນນໍາມາສະເໜີຕໍ່ຊຸດເຝິກອົບຮົມໃນຄັ້ງນີ້ ລ້ວນແຕ່ເປັນຫົວຂໍ້ທີ່ສຳຄັນຫຼາຍທີ່ສຸດ ແລະ ກໍມີຄວາມເໝາະສົມສຳລັບນັກເຝິກອົບຮົມ ເປັນຕົ້ນແມ່ນ:ວິຊາປັດສະຍາ ວິຊາເສດຖະສາດການເມືອງ ວິຊາລັດທິສັງຄົມນິຍົມວິທະຍາສາດ ວິຊາບໍລິຫານສາດ ແລະ ວິຊາກໍ່ສ້າງພັກ ພ້ອມນັ້ນ ພວກເຮົາກໍມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາຊຸດເຝິກອົບຮົມ ມີການແຕ່ງຕັ້ງຄະນະຫ້ອງ ຄະນະໜ່ວຍ ເພື່ອຮັບຜິດຊອບໃນການຕິດຕາມການຂຶ້ນຫ້ອງຄົ້ນຄ້ວາຮໍ່າຮຽນຂອງນັກເຝິກອົບຮົມ  ແລະ  ຄະນະດັ່ງກ່າວກໍມີຄວາມຮັບຜິດຊອບສູງຕໍ່ກັບການມອບໝາຍໃນການຕິດຕາມ ແລະ ປະສານງານເປັນຢ່າງດີ ບັນດານັກເຝິກອົບຮົມລ້ວນແລ້ວແຕ່ເປັນສະມາຊິກພັກ ເປັນພະນັກງານຫຼັກແຫຼ່ງ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນເປັນຢ່າງດີ ປະຕິບັດລະບຽບໂມງເວລາໃນການຂຶ້ນຫ້ອງຢ່າງເຂັ້ມງວດ ການຄົ້ນຄ້ວາສົນທະນາ ແລກປ່ຽນບົດຮຽນ ປະສົບການເຊິ່ງກັນ ແລະ ກັນຢ່າງພົດຟື້ນ ແລະ ດີສົມຄວນ.

 # ຂ່າວ – ພາບ :  ຊິລິການດາ

error: Content is protected !!