ເມືອງໄຊທານີ ປະເມີນຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ

    ຄະນະບໍລິຫານງານຊາວໜຸ່ມເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດພິທີປະກາດຊາວໜຸ່ມ 4 ບຸກປະຈຳປີ 2022 ຂື້ນວັນທີ 29 ກໍລະກົດຜ່ານມາ ໂດຍມີທ່ານ ໜູກີ ສີຫາລາດ ຮອງເລຂາພັກເມືອງໄຊທານີ ທ່ານ ຫຸມແພງ ສີສົມບັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ພ້ອມດ້ວຍບັນດາເລຂາຊາວໜຸ່ມຮາກຖານ ຫ້ອງການ ໂຮງຮຽນ ໂຮງໝໍ ແລະ ຊາວໜຸ່ມບ້ານເຂົ້າຮ່ວມ.

    ທ່ານ ສີສຸວັນ ພັນທະລັງສີ ເລຂາຄະນບໍລິຫານງານຊາວໜຸ່ມເມືອງໄຊທານີ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດ ແລະ ການປະເມີນຂໍ້ແຂ່ງຂັນ 4 ບຸກ ຂອງເມືອງໄຊທານີ ສາມາດສັງລວມແຕ່ລະດ້ານ ໂດຍສະເພາະ ການບຸກທະລຸດ້ານແນວຄວາມຄິດ ຊາວໜຸ່ມເມືອງໄຊທານີໄດ້ຍືດໝັ້ນທັດສະນະຊີ້ນຳຂອງພັກ ຖືເອົາວຽກງານສືກສາອົບຮົມການເມືອງແນວຄິດເປັນກົກ ແລະ ມະຕິຄຳສັ່ງ ຂໍ້ກຳນົດ ລະບຽບກົດໝາຍຂອງລັດ ໄດ້ເອົາໃຈໃສ່ນຳເອົາຂໍ້ກຳນົດຕ່າງໆ ໄປເຜີຍແຜໃຫ້ສະມາຊິກຊາວໜຸ່ມເຍົາວະຊົນໄດ້ 15 ຄັ້ງ ມີຜູ້ເຂົ້າຮ່ວມ 2.367 ຄົນຍິງ 1.150 ຄົນ ໄດ້ບຸກບືນເຝີກຝົນຫຼໍ່ຫຼອມ ຮໍ່າຮຽນ ໂດຍສະມາຊິກຊາວໝຸຸ່ມ ໄດ້ໄປຍົກລະດັບດ້ານວິຊາການ 25 ສະຫາຍ ຍິງ 16 ສະຫາຍ ໄປຍົກລະດັບທິດສະດີຊັ້ນສູງ 2 ຄົນ ບຸກດ້ານວຽກງານການຈັດຕັ້ງ ເຊິ່ງຄະນະບໍລິຫານງານຊາວໜຸ່ມເມືອງທັງໝົດ 25 ສະຫາຍ ຍິງ 9 ສະຫາຍ ທົ່ວເມືອງມີໜ່ວຍງານຊາວໜຸ່ມ 157 ຮາກຖານ ໃນນັ້ນ ຮາກຖານຊາວໝຸ່ມບ້ານ 104 ຮາກຖານ ສຳນັກງານສຳນັກງານອົງການ 19 ຮາກຖານ ໂຮງຮຽນ 33 ຮາກຖານ ແລະ ຮາກຖານຊາວໜຸ່ມວິສະຫະກິດ 1 ຮາກຖານ ບຸກດ້ານສ້າງວິຊາອາຊີບ ແລະ ສ້າງວຽກເຮັດງາານທຳ ສະມາຊິກຈຳນວນຊາວໜຸ່ມ 154 ຮາກຖານ ນອກຈາກປະຕິບັດໜ້າທີ່ໄດ້ຮັບເງິນດືອນພາກລັດ ແລະ ເອກະຊົນແລ້ວ ຍັງໄດ້ບຸກບືນປະກອບອາຊີບເສີມຕ່າງໆທີ່ບໍ່ຂັດຕໍ່ລະບຽບກົດໝາຍຂອງບ້ານເມືອງ ເດັ່ນກວ່າໝູ່ມີ 5 ສະຫາຍທີ່ປະກອບທຸລະກິດການຄ້າການບໍລິການ ແລະ ການຜະລິດເປັນສິນຄ້າ ບໍລິການ ແລະ ການຜະລິດເປັນສິນຄ້າ ໃນການສ້າງລາຍຮັບເພີ່ມເຂົ້າຄອບຄົວສະເລ່ຍລາຍຮັບໄດ້ 120 ລ້ານກີບຕໍ່ປີ.

    ໂອກາດນີ້ ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ຮາກຖານ ແລະ ສະມາຊິກຊາວໜຸ່ມຈຳນວນໜຶ່ງທີ່ມີຜົນງານໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານດັ່ງກ່າວຜ່ານມາຕື່ມອີກ.

# ຂ່າວ – ພາບ : ນັກຂ່າວເມືອງໄຊທານີ

error: Content is protected !!