ສະແດງສິລະປະ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນໂດເນເຊຍ ຄົບຮອບ 65 ປີ

    ວັນ​ທີ 29 ກໍລະກົດ 2022 ຜ່ານມານີ້ ​ທີ່​ຫໍ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ ສະຖານທູດ​ອິນ​ໂດ​ເນ​ເຊຍ ​ປະຈຳ​ ສປປ ລາວ ​ຈັດ​ງານ​ລ້ຽງ ສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຄົບຮອບ 65 ປີ​ ລະຫວ່າງ​ ສາທາລະນະ​ລັດ​ອິນ​ໂດ​ເນ​ເຊຍ ​ແລະ ​ສາທາລະນະ​ລັດ ​ປະຊາທິປະ​ໄຕ​ ປະຊາຊົນ​ລາວ ໂດຍມີທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ດຣ. ປຣາຕິໂຕ ສູຮາລີໂຢ ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານວິຊາການ ຊາວໜຸ່ມ ນັກຮຽນ ແລະ ມວນຊົນເຂົ້າຮ່ວມ.

    ໃນໂອກາດດັ່ງກ່າວ ທ່ານ ດຣ. ປຣາຕິໂຕ ສູຮາລີໂຢ ໄດ້ໃຫ້ກຽດກ່າວຕ້ອນຮັບວ່າ: ການສະແດງໃນຄືນວັດທະນະທໍາຄັ້ງນີ້ ແມ່ນຢາກສະແດງໃຫ້ເຫັນເຖິງຄວາມໃກ້ຊິດສະໜິດສະໜົມ ແລະ ອຸດົມສົມບູນຂອງວັດທະນະທໍາອິນໂດເນເຊຍ ແລະ ລາວ ແລະ ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນແໜ້ນແຟ້ນລະຫວ່າງສອງປະເທດ.

    ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ດ້ານ ນັບ​ທັງ​ດ້ານ​ການ​ເມືອງ ​ເສດຖະກິດ ​ແລະ ການ​ພົວພັນ​ທາງ​ດ້ານ​ສັງຄົມ-ວັດທະນະທຳ ​ແລະ ປະຊາຊົນ​ໃນ​ໄລຍະ 65 ປີ​ທີ່​ຜ່ານ​ມາ ​ການ​ພົວພັນ​ທາງ​ການ​ທູດ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ທາງ​ການ​ທູດ​ຕື່ມ​ອີກ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ກໍ່ສ້າງການ​ຮ່ວມ​ມື​ທີ່​ເປັນ​ເອກະ​ພາບ ​ແລະ ວັດທະນາ​ຖາວອນ​ລະຫວ່າງ​ສອງ​ປະ​ເທດ.

    ສໍາລັບໃນງານຄັ້ງນີ້ ແມ່ນໄດ້ຊົມສະແດງການເຕັ້ນ ແລະ ຮ້ອງເພງຈາກອິນໂດເນເຊຍ ແລະ ສປປ ລາວ ນັກດົນຕີ ແລະ ນັກຮ້ອງອິນໂດເນເຊຍ ສະເໜີໂດຍ ວົງດົນຕີ Paulus Surya Band Orchestra ຈາກ Semarang ອິນໂດເນເຊຍ ເຊິ່ງໄດ້ສະແດງດົນຕີພື້ນເມືອງຂອງອິນໂດເນເຊຍ ຈຳນວນໜຶ່ງຈາກບາງສ່ວນຂອງໝູ່ເກາະ 17.000 ຂອງອິນໂດເນເຊຍ ວົງດົນຕີ ພອນສຸລິຍະວົງ ຮ່ວມມືກັບນັກດົນຕີຈາກໂຮງຮຽນສິລະປະແຫ່ງຊາດລາວ ແລະ ບົດຟ້ອນລາວຈຳນວນໜຶ່ງ ລວມທັງຈຳປາເມືອງລາວ ແລະ ເຢັນສະບາຍຊາວນາ ພ້ອມນັ້ນ ມີການຟ້ອນອິນໂດເນເຊຍ ໄດ້ຮັບການສະແດງໂດຍພະນັກງານຈາກກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

error: Content is protected !!