ຈັດກິດຈະກໍາ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນໂດເນເຊຍ ຄົບຮອບ 65 ປີ

    ສະຖານທູດອິນໂດເນເຊຍ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຈັດງານວາງສະແດງສິນຄ້າເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ສ. ອິນໂດນີເຊຍ-ສປປ ລາວ ຄົບຮອບ 65 ປີ ຂຶ້ນວັນທີ 30-31 ກໍລະກົດ 2022 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ດຣ. ປຣາຕິໂຕ ສູຮາລີໂຢ ເອກອັກຄະລັດຖະທູດແຫ່ງສາທາລະນະລັດອິນໂດເນເຊຍ ປະຈຳ ສປປ ລາວ ທ່ານ ຄຳແສນ ສີສະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະມາຊິກສະພາແຫ່ງຊາດລາວ ພ້ອມດ້ວຍບັນດາທູຕານຸທູດ ພະນັກງານວິຊາການ ແລະ ບໍລິສັດຫ້າງຮ້ານເຂົ້າຮ່ວມ.

    ທ່ານ ດຣ. ປຣາຕິໂຕ ສູຮາລີໂຢ ກ່າວວ່າ:ໃນ​ໄລຍະ​ປີ 2017-2021 ອິນ​ໂດ​ເນ​ເຊຍ ​ແລະ ລາວ ​ມີການ​ເພີ່ມ​ຂຶ້ນ​ດ້ານ​ການ​ຄ້າ 282% (ຈາກ 16.103.700 ໂດ​ລາ​ສະຫະລັດ ​ໃນ​ປີ 2017 ຫາ 45.544.400 ໂດ​ລາ​ສະຫະລັດ ​ໃນ​ປີ 2021) ​ແຕ່​ເດືອນ​ມັງກອນ ​ຫາ​ເດືອນ​ພຶດສະພາ​ປີ​ນີ້ ມູນ​ຄ່າ​ການ​ຄ້າ​ທັງ​ໝົດ​ບັນລຸ 22,7 ລ້ານ​ໂດ​ລາ​ສະຫະລັດ ​ບັນລຸ​ເຄິ່ງໜຶ່ງ​ຂອງ​ມູນ​ຄ່າ​ການ​ຄ້າ​ທັງ​ໝົດ​ຂອງ​ປີ​ກາຍ ຄາດວ່າຈະເຕີບໂຕຫຼາຍຂຶ້ນໃນທ້າຍປີນີ້ ຕົວ​ເລກ​ດັ່ງ​ກ່າວ​ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ທູດ​ດ້ານ​ເສດ​ຖະ​ກິດ​ພວມ​ດຳ​ເນີນ​ໄປ​ເທື່ອ​ລະ​ກ້າວ ​ລະ​ຫວ່າງ​ອິນ​ໂດ​ເນ​ເຊຍ ​ແລະ​ ລາວ.

    ງານ​ວາງສະ​ແດງ​ສິນຄ້າ​ອິນ​ໂດ​ເນ​ເຊຍ​ປີ 2022 ​ເຊິ່ງມີ​ນັກທຸລະກິດ​ອິນ​ໂດ​ເນ​ເຊຍ 12 ​ແຫ່ງ ​ທີ່​ມີ​ທຸລະ​ກິດ​ທີ່​ຫຼາກ​ຫຼາຍ​ຈາກ​ອາຫານ ເຄື່ອງນຸ່ງ​ຫົ່ມ ຫັດຖະກຳ ຝຸ່ນ ​ແລະ ​ອຸດສາຫະກຳ​ໜັກ​ເຊັ່ນ: ຜະລິດ​ຕະພັນ​ການ​ທະຫານ ​ແລະ ​ເຮືອບິນ ບໍລິສັດເຫຼົ່ານີ້ ສ່ວນໃຫຍ່ເປັນບໍລິສັດໃໝ່ໃນລາວ ແລະ ຫວັງວ່າຈະສາມາດສ້າງໂອກາດທີ່ຈະມີທຸລະກິດຢູ່ທີ່ນີ້ ນອກຈາກນັ້ນ ສະຖານທູດ ບໍ່ພຽງແຕ່ອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການຂອງອິນໂດເນເຊຍເທົ່ານັ້ນ ແຕ່ຍັງມີ 19 ບໍລິສັດທ້ອງຖິ່ນມາເປີດບູດຢູ່ພາຍໃນງານ ເພື່ອເພີ່ມຄວາມສຳພັນລະຫວ່າງຄົນກັບຄົນ ໂດຍການແນະນຳທຸລະກິດລາວໃຫ້ຊາວອິນໂດເນເຊຍ ບໍລິສັດທ້ອງຖິ່ນເຫຼົ່ານີ້ ມີຊື່ສຽງສໍາລັບຜະລິດຕະພັນທີ່ມີຄຸນນະພາບສູງຂອງພວກເຂົາ ແລະ ຈະເພີ່ມແນວພັນຂອງຜະລິດຕະພັນໃນງານວາງສະແດງ SME ແລະ ຂ້າພະເຈົ້າຂໍແນະນໍາໃຫ້ທ່ານທຸກຄົນເບິ່ງຜະລິດຕະພັນທີ່ສະແດງ ເຊິ່ງ​ໃນ​ວັນ​ທີ 31 ກໍລະກົດ​ 2022 ຜ່ານມາ ​ມີ​ການ​ຈັບ​ຄູ່​ທຸລະ​ກິດ ຄາດ​ວ່າ​ການ​ຈັບ​ຄູ່​ທາງ​ທຸ​ລະ​ກິດ​ຈະ​ໄດ້​ຮັບ​ໝາກ​ຜົນ​ອັນ​ເຕັມ​ທີ່​ເຊັ່ນ​ຂໍ້​ຕົກ​ລົງ​ລະ​ຫວ່າງ PT. Renner Inti International (PT. PATEN) ຜູ້ຜະລິດຝຸ່ນຊີວະພາບຈາກອິນໂດເນເຊຍ ກັບບໍລິສັດ Genscore Laos ຈໍາກັດ ໃນການຈັດຈໍາໜ່າຍ.

    ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ງານວາງສະແດງຄັ້ງນີ້ ເປັນເຫດການໜຶ່ງທີ່ສຳຄັນ ທີ່ໄດ້ພ້ອມກັນເປັນເອກະພາບຈັດຂື້ນ ໃນປີນີ້ ເປັນປີທີ 65 ທີ່ສອງປະເທດໄດ້ສ້າງສາຍພົວພັນການທູດນຳກັນ ເວົ້າລວມ ເວົ້າເພາະ ກໍແມ່ນສອງລັດຖະບານ ແລະ ປະຊາຊົນລາວ ແລະ ອິນໂດເນເຊຍ ຫວນຄືນການພົວພັນຮ່ວມມືອັນດີ ມີຄວາມສະໜິດແໜ້ນ ແລະ ຍາວນານຕະຫຼອດມາ. ສະແດງອອກໃນແຕ່ລະໄລຍະ ຍາມໃດ ລັດຖະບານຂອງສອງປະເທດ ກໍໃຫ້ຄວາມເອົາໃຈໃສ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັນໃຫ້ກວ້າງຂວາງຫຼາຍຂື້ນ.

    ການ​ຈັດ​ງານ​ໃນ​ຄັ້ງ​ນີ້​ ຖືວ່າ​ເປັນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍການ​ຮ່ວມມື​ ພັດທະນາເສດຖະກິດ ການຄ້າ ການລົງທືນ ແລະ ການທ່ອງທ່ຽວຂອງສອງປະເທດ ປີຜ່ານມາ ໄດ້​ພິສູດ​ໃຫ້​ເຫັນ​ວ່າ ​ມູນ​ຄ່າ​ການ​ຄ້າ​ລະຫວ່າງລາ​ວ ກັບອິນໂດເນເຊຍ ​ເພີ່ມ​ຂື້ນຫຼາຍກວ່າ 22 ລ້ານໂດລາສະຫະລັດ ແລະ ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ອິນໂດເນເຊຍ​ຢູ່​ລາວ ​ກໍ​ມີ​ຫຼາຍ​​ໂຄງການ ມູນ​ຄ່າປະມານ 1.719.551 ​ໂດ​ລາ​ສະຫະລັດ ຈັດ​ຢູ່​ໃນ​ອັນ​ດັບ​ທີ 32 ຂ້າພະເຈົ້າເຊື່ອໝັ້ນວ່າ ງານວາງສະແດງໃນຄັ້ັງນີ້ຈະເປັນເວທີໃນການແລກປ່ຽນຂໍ້ມູນຂ່າວສານ ເຈລະຈາຫາຄູ່ຄ້າ ແລະ ເປັນທ່າແຮງເພື່ອດຶງດູດການຄ້າ ການລົງທຶນ ລະຫວ່າງທຸລະກິດລາວ ແລະ ອິນໂດເນເຊຍ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ໃຫ້ມີທິດທາງທີ່ຈະສາມາດຊື້-ຂາຍ ແລະ ແລກປ່ຽນການຄ້າໃຫ້ເພີ່ມຂື້ນ.

    ໂອກາດດັ່ງກ່າວ ທ່ານໄດ້ເຊີນຊວນນັກທຸລະກິດຈາກອິນໂດເນເຊຍ ຜ່ານງານວາງສະແດງນີ້ ໃຫ້ມາສຶກສາທ່າແຮງ ແລະ ໂອກາດເຂົ້າມາລົງທຶນຢູ່ລາວ ໂດຍສະເພາະ ໃນຂົງເຂດອຸດສາຫະກຳປຸງແຕ່ງ ແລະ ອຸດສາຫະກຳທ່າແຮງຕ່າງໆພາຍໃນ ສປປ ລາວ ເຊິ່ງມີເງື່ອນໄຂ ແລະ ອຸດົມສົມບູນທາງດ້ານຊັບບພະຍາກອນທຳມະຊາດແຕ່ເໜືອຮອດໄຕ້ ມີທ່າແຮງສູງທາງດ້ານກະສິກຳ ທັງທາງດ້ານພື້ນທີ່ ແລະ ໜໍ່ແໜງການເຮັດກະສິກຳສະອາດ ນອກຈາກນີ້ ຢາກຂໍໃຫ້ມາສຶກສາເບີ່ງສີນຄ້າທີ່ ສປປ ລາວຜະລິດໄດ້ ແລະ ເປັນທີ່ຕ້ອງການຂອງຕະຫຼາດອິນໂດເນເຊຍ ພ້ອມດຽວກັນ ຊຸກຍູ້ໃຫ້ສິນຄ້າຂອງອິນໂດເນເຊຍໄດ້ມາວາງຈຳໜ່າຍໃນຮ້ານສັບພະສິນຄ້າໃນລາວຫຼາຍຂື້ນ ສົ່ງເສີມໃຫ້ມີການນຳເອົາສິນຄ້າລາວໄປວາງຂາຍໃນຮ້ານສັບພະສິນຄ້າຂອງອິນໂດເນເຊຍໃຫ້ເປັນຮູບປະທຳ.

error: Content is protected !!