ອົງການແຄຣິຕັສ ລຸກຊໍາບວກ ມອບທຶນຊ່ວຍເຫຼືອແກ່ພະແນກສາທາລະນະສຸກ ນວ

    ວັນທີ 29 ກໍລະກົດ 2022 ຜ່ານມາ ໂຄງການຕອບໂຕ້ພະຍາດໂຄວິດ-19 ໃຫ້ໄດ້ປະສິດທິພາບໃນນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນຈາກອົງການແຄຣິຕັສ ລຸກຊໍາບວກ ປະຈຳ ສປປ ລາວ ແລະ ລັດຖະບານແຫ່ງປະເທດລຸກຊໍາບວກ ໄດ້ມອບທຶນສະໜັບສະໜູນຈຳນວນ 305.000.000 ກີບ ສຳລັບການເຄື່ອນໄຫວວຽກງານສັກຢາປ້ອງກັນພະຍາດໂຄວິດ-19 ແລະ ການໂຄສະນາສຸຂະສຶກສາ ໃຫ້ຄວາມຮັບຮູ້ແກ່ປະຊາຊົນໃນການປິ່ນປົວ ແລະ ປ້ອງກັນຕົນເອງຈາກພະຍາດໄຂ້ຍຸງລາຍ ແລະ ພະຍາດໂຄວິດ-19 ທີ່ມີການລະບາດໃນ 9 ຕົວເມືອງທົ່ວ ນວ ເຊິ່ງເປັນກຽດກ່າວມອບທຶນດັ່ງກ່າວໂດຍທ່ານ ໂຣເບີດ ໂຄລ ຫົວໜ້າແຜນງານປະຈໍາພາກພື້ນອົງການແຄຣິຕັສລຸກຊຳບວກ ແລະ ກ່າວຮັບໂດຍທ່ານ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ.

    ທ່ານ ໂຣເບີດ ໂຄລ ກ່າວວ່າ: ອົງການແຄຣິຕັສ ລຸກຊຳບວກ ມີຄວາມພາກພູມໃຈ ແລະ ດີໃຈ ທີ່ໄດ້ເປັນສ່ວນໜຶ່ງໃນການສະໜັບສະໜູນ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19 ແລະ ພະຍາດໄຂ້ຍຸງລາຍ ທີ່ມີການລະບາດໃນປັດຈຸບັນນີ້ ໂດຍສະເພາະ ໃນນະຄອນຫຼວງວຽງຈັນ ແລະ ມີຄວາມຈຳເປັນອັນຮີບດ່ວນທີ່ຈະຕ້ອງໄດ້ຮັບແກ້ໄຂຢ່າງທັນການ ເຊິ່ງພະແນກສາທາລະນະສຸກ ນວ ໂດຍສະເພາະ ໜ່ວຍງານອະນາໄມ ແລະ ສົ່ງເສີມສຸຂະພາບ ກໍແມ່ນໜ່ວຍງານໜຶ່ງທີ່ມີຄວາມສຳຄັນໃນການແກ້ໄຂບັນຫາດັ່ງກ່າວ ນອກຈາກການສະໜັບສະໜູນໃນວຽກງານດັ່ງກ່າວນີ້ແລ້ວ ອົງການແຄຣີຕັສ ລຸກຊຳບວກ  ກໍຍັງໄດ້ໃຫ້ການສະໜັບສະໜູນເພື່ອເຕີມ ໃນການໃຫ້ຄວາມຮູ້ສຸຂະສຶກສາໃຫ້ແກ່ປະຊາຊົນໂດຍຜ່ານທາງສື່ວິທະຍຸ ແລະ ໂທລະພາບ ເຊິ່ງຈະຈັດຕັ້ງປະຕິບັດ ແລະ ອອກອາກາດໃນໄວໆນີ້ ການສະໜັບສະໜູນແກ່ພະແນກສາທາລະນະສຸກ ນວ ຄັ້ງນີ້ ແມ່ນຖືເປັນການສະໜັບສະໜຸນທີ່ສຳຄັນ ເພາະພະແນກສາທາລະນະສຸກ ນວ ແມ່ນເປັນໜ່ວຍງານທີ່ມີບົດບາດສໍາຄັນໃນການເຄື່ອນໄຫວວຽກງານດັ່ງກ່າວ ໂດຍສະເພາະແມ່ນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!