Inter I KOREA ມອບອຸປະກອນ IT ໃຫ້ສູນພາເກົາຫຼີ ມະຫາວິທະຍາໄລສຸພານຸວົງ

    ບໍລິສັດ Inter I KOREA (IIK) ນໍາອຸປະກອນ IT ມາມອບໃຫ້ສູນພາສາເກົາຫຼີ ຄະນະພາສາສາດ ມະຫາວິທະຍາໄລ ສຸພານຸວົງ ເມື່ອບໍ່ດົນມານີ້ ເຊິ່ງມອບໂດຍທ່ານ ຊັອນ ອຶນຊັອບ ແລະ ທ່ານ ຈັອງ ຊັງຢົງ ຜູ້ຕາງໜ້າຈາກບໍລິສັດ Inter I KOREA ແລະ ຮັບໂດຍທ່ານ ປທ ບຸນທະວີ ແກ້ວບຸນຄົງ ຮັກສາການຄະນະບໍດີຄະນະພາສາສາດ ມະຫາວິທະຍາໄລ ສຸພານຸວົງ ມີພະນັກງານກ່ຽວຂ້ອງ ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

    ການມອບ-ຮັບອຸປະກອນ IT ຄັ້ງນີ້ ເພື່ອປະຕິບັດຕາມເນື້ອໃນບົດບັນທຶກຄວາມເຂົ້າໃຈ (MOU) ລະ ຫວ່າງມະຫາວິທະຍາໄລ ສຸພານຸວົງ ແລະ ບໍລິສັດ Inter I KOREA ຈາກປະເທດ ສ ເກົາຫຼີ ທີ່ໄດ້ລົງນາມຮ່ວມກັນແຕ່ປີ 2019 ເປັນຕົ້ນມາ ໂດຍອຸປະກອນທີ່ມອບ-ຮັບຄັ້ງນີ້ ປະກອບມີ Computer Note book 50 ໜ່ວຍ USB 8GB ຈໍານວນ 100 ອັນ USB64 GB ຈໍານວນ 10 ອັນ ແລະ ໂມງໃສ່ ແຂນ 20 ໜ່ວຍ ລວມມູນຄ່າ 38.830 ໂດລາສະຫະລັດ ຫຼື ປະມານ 582,45 ລ້ານກີບ ໃນໄລຍະຜ່ານມາ ບໍລິສັດ Inter I KOREA ປະເທດ ສ ເກົາຫຼີ ກໍໄດ້ສະໜອງອຸປະກອນ IT ໃຫ້ສູນພາສາເກົາຫຼີ ຄະ ນະພາສາສາດ ມະຫາວິທະຍາໄລ ສຸພານຸວົງ ເພື່ອບັນຈຸເຂົ້າໃນວຽກງານວິຊາການ ແລະ ວຽກງານບໍລິຫານ ເຮັດໃຫ້ການດຳເນີນການຮຽນ-ການສອນພາຍໃນສູນ ກໍຄືຄະນະ ແລະ ມະຫາວິທະຍາໄລ ມີຄວາມສະດວກສະບາຍ ແລະ ທັນກັບຍຸກສະໄໝປັດຈຸບັນ.

    ມະຫາວິທະຍາໄລ ສຸພານຸວົງ ເປັນມະຫາວິທະຍາໄລທີ່ໄດ້ຮັບທຶນການສະໜັບສະໜູນໃນການກໍ່ສ້າງເບື້ອງຕົ້ນຈາກປະເທດ ສ ເກົາຫຼີ ຕະຫຼອດໄລຍະການກໍ່ສ້າງ ແລະ ການພັດທະນາຜ່ານມາ ແມ່ນໄດ້ຮັບການລົງນາມ MOU ຮ່ວມກັບບັນດາມະຫາວິທະຍາໄລ ແລະ ບໍລິສັດຕ່າງໆຈາກ ສ ເກົາຫຼີ 20 ກວ່າສະ ບັບ ເຊິ່ງປະກອບສ່ວນເຮັດໃຫ້ການຮ່ວມມືຂອງສອງປະເທດ ສປປ ລາວ ແລະ ສ ເກົາຫຼີ ນັບມື້ມີການຂະ ຫຍາຍຕົວ ເວົ້າສະເພາະ ບໍລິສັດ Inter I KOREA ກັບ ມະຫາວິທະຍາໄລ ສຸພານຸວົງ ນັບມື້ມີຄວາມ   ແໜ້ນແຟ້ນ ເພື່ອພັດທະນາອຸປະກອນການຮຽນ-ການສອນ ໃຫ້ມີຄວາມທັນສະໄໝເທື່ອລະກ້າວ.

# ຂ່າວ – ພາບ : ສະບາໄພ

error: Content is protected !!