ຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານກົມມະດຳ ສ້າງກິດຈະກຳປ່ອຍປາ

    ຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານ ກົມມະດຳ ໄດ້ສ້າງກິດຈະກຳປ່ອຍປາ ວັນທີ 29 ກໍລະກົດຜ່ານມາ  ເຊິ່ງນຳພາໂດຍສະຫາຍ ພັນໂທ ປະດິດ ສິນທຳ ຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານກົມມະດຳ ພ້ອມດ້ວຍຄະນະວິຊາຄູ ພະແນກການ ແລະ ນັກງານ-ນັກຮົບເຂົ້າຮ່ວມ.

    ສະຫາຍ ພັນໂທ ປະດິດ ສິນທຳ ກ່າວວ່າ: ການປ່ອຍປາລົງໃນໜອງລວມຂອງຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານກົມມະດຳຄັ້ງນີ້ ເປັນການສ້າງກິດຈະກຳປ່ອຍປາປະຈຳປີຂອງຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານກົມມະດຳ ເພື່ອລ້ຽງປາຫາແຫຼ່ງລາຍຮັບເຂົ້າສູ່ຫ້ອງ ອີກດ້ານໜຶ່ງ ກໍເພື່ອເປັນການຮັດແໜ້ນ ຄວາມສາມັກຄີຂອງພະນັກງານ-ນັກຮົບພາຍໃນຫ້ອງການໃຫ້ມີຄວາມສາມັກຄີແໜ້ນແຟ້ນ ເພື່ອປະຕິບັດຕາມໂຄງການ 4 ປູກ 4 ລຽ້ງ ຂອງກົມໃຫຍ່ພະລາທິການກອງທັບ ເພື່ອຮັບປະກັນຊີວິດການເປັນຢູ່ດ້ວຍການເພີ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ມີຜົນສຳເລັດເປັນກ້າວໆ.

  ສຳລັບປາທີ່ນຳມາປ່ອຍຄັ້ງນີ້ ມີປານິນ ປາເກັດແລບ ປານວນຈັນ ມີທັງໝົດ 400 ກິໂລກຣາມ ມູນຄ່າ 4,8 ລ້ານກີບ.

     ສະຫາຍ ພັນໂທ ປະດິດ ສິນທຳດຳ ໄດ້ຍ້ອງຍໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາພະນັກງານ-ນັກຮົບ ທີ່ໄດ້ພ້ອມກັນເອົາໃຈໃສ່ໃນການປ່ອຍປາໃນຄັ້ງນີ້ໄດ້ສຳເລັດຕາມຄາດໝາຍ ພ້ອມທັງຮຽກຮ້ອງໃຫ້ພະນັກງານ-ນັກຮົບ ຈົ່ງພ້ອມກັນເອົາໃຈໃສ່ໃນການບົວລະບັດຮັກສາປາທີ່ນຳມາປ່ອຍໃຫ້ມີຄວາມເຕີບໃຫຍ່ ແລະ ມີຜົນໄດ້ຮັບຕາມແຜນການທີ່ວາງໄວ້.

# ລັດເວລາ

error: Content is protected !!