ວັນທີ 29 ກໍລະກົດ 2022 ຜ່ານມາ ຊາວໜຸ່ມສໍານັກງານຫ້ອງການ ແລະ ຮາກຖານຊາວໜຸ່ມອ້ອມຂ້າງເມືອງສັງທອງ ໄດ້ສ້າງຂະບວນການອອກແຮງງານລວມຂື້ນ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດທີ່ຈະເກີດຂື້ນຕາມລະດູການ ໂດຍສະເພາະແມ່ນພະຍາດໄຂ້ຍຸງລາຍ.

ການອອກແຮງງານໃນເທື່ອນີ້ ແມ່ນໄດ້ພ້ອມກັນເກັບຂີ້ເຫຍື້ອ ປັດກວາດບ່ອນທີ່ມັນຮົກເຮື້ອ ຂວໍ້າກະໂປະກະປ໋ອງ ຢາງຕີນລົດ ແລະ ວັດສະດຸຕ່າງໆທີ່ເປັນແຫຼ່ງເພາະພັນໄຂ່ຍຸງລາຍ ອ້ອມຕາມບໍລິເວນສໍານັກງານອົງການປົກຄອງເມືອງ ເຊິ່ງນໍາພາໂດຍທ່ານ ໄຊສາຄອນ ສຸລິວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງສັງທອງ ມີບັນດາຮາກຖານຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມອ້ອຍມ້າງເມືອງເຂົ້າຮ່ວມ.


# ວຽງມາ