ທີມແຊັມໂລກ ກະຕໍ້ຄູ່ຍິງລາວ ໄດ້ຮັບການຕ້ອນຮັບຢ່າງສົມກຽດ

    ພິທີຕ້ອນຮັບຄະນະນໍາ ຄູເຝິກ ແລະ ທີມນັກກີລາກະຕໍ້ຄູ່ຍິງລາວ ທີ່ສ້າງຜົນງານຄວ້າແຊັມໂລກ ຈັດຂຶ້ນຢ່າງສົມກຽດ ໃນວັນທີ 1 ສິງຫາ 2022 ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ໂດຍມີທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ທ່ານ ຄໍາພອນ ເທບພະວົງ ຫົວໜ້າຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ ພ້ອມດ້ວຍຄະນະກໍາມະການໂອແລມປິກແຫ່ງຊາດລາວ ຄະນະສະຫະພັນກີລາກະຕໍ້ແຫ່ງຊາດລາວ ແລະ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

    ການແຂ່ງຂັນກີລາກະຕໍ້ຊີງແຊັມໂລກ ຊີງຂັນພະລາຊະທານ ຄິງຄັບ ສິງຫາ ຄັ້ງທີ 35 ຈັດຂຶ້ນໃນວັນທີ 24-31 ກໍລະກົດ 2022 ທີ່ສູນການຄ້າແຟຊັ່ນໄອສແລນ ນະຄອນຫຼວງບາງກອກ ປະເທດໄທ ໂດຍປະເພດຄູ່ຍິງຮອບຊີງຊະນະເລີດ ຄູ່ຍິງຈາກລາວເຮົາ ຜົນງານຍັງເດັ່ນຕ່ໍເນື່ອງ ເອົາຊະນະ ອິນໂດເນເຊຍ 2-0 ເຊັດ: 21-18 ແລະ 21-19 ຄວ້າແຊັມໂລກມາຄອງ ຫຼຽນທອງແດງຮ່ວມ ເປັນຂອງ ມຽນມາ ແລະ ມາເລເຊຍ.

    ກະຕໍ້ຄູ່ຍິງລາວເຮົາ ຜົນງານດີມາຕັ້ງແຕ່ຮອບແບ່ງກຸ່ມ ຊະນະລວດ ຊະນະ ມາເລເຊຍ ເນປານ ອີຣານ ແລະ ໄຕ້ຫວັນ ມາໃນຮອບ 4 ທີມສຸດທ້າຍ ກໍເອົາຊະນະ ມຽນມາ 2-0 ເຊັດ: 22-20 ແລະ 21-13 ແຕ່ລະນັດຄວ້າໄຊແບບບໍ່ເສຍເຊັດ ຄວ້າແຊັມໂລກມາຄອງຢ່າງສະຫງ່າຜ່າເຜີຍ ເປັນແຊັມໂລກສະໄໝທີ 2 ຕໍ່ຈາກປີ 2018.

    ຂະນະທີ່ ທີມຄູ່ຊາຍລາວເຮົາ ຮອບຊີງ ເສຍໃຫ້ ມາເລເຊຍ ແບບຫວຸດວິດ 1-2 ເຊັດ: 24-25 21-14 ແລະ 18-21 ໄດ້ຫຼຽນເງິນ ຫຼື ຮອງແຊັມໂລກ ຫຼຽນທອແດງຮ່ວມ ມຽນມາ ແລະ ອິນໂດເນເຊຍ ສຳລັບຜົນງານໃນຮອບແບ່ງກຸ່ມ​ຂອງກະຕໍ້ຄູ່ຊາຍຈາກລາວ ຊະນະ 2 ນັດລວດ ຊະນະ ໂອມານ 2-0 ເຊັດ: 21-7 21-10 ແລະ ຊະນະ ນູແວນເຊລັງ 2-0 ເຊັດ: 21-6 ແລະ 21-13 ມາໃນຮອບ 4 ທີມສຸດທ້າຍ ເອົາຊະນະ ມຽນມາ 2-0 ເຊັດ: 21-13 ແລະ 21-18.

    ການແຂ່ງຂັນກີລາກະຕໍ້ຊີງແຊັມໂລກ ຊີງຂັນພະລາຊະທານ ຄິງຄັບ ຄັ້ງນີ້ ມີ 23 ປະເທດເຂົ້າຮ່ວມ ສຳລັບ ສປປ ລາວ ສົ່ງຄະນະນຳ ຄູເຝິກ ແລະ ນັກກີລາເຂົ້າຮ່ວມທັງໝົດ 40 ຄົນ ຮ່ວມແຂ່ງຂັນ 6 ລາຍການເຊັ່ນ: ກະຕໍ້ລອດບ້ວງ ປະເພດທີມຍິງ ທີມຊາຍ ຄູ່ຍິງ ຄູ່ຊາຍ ທີມຊຸດຍິງ ແລະ ທີມຊຸດຊາຍ ເຊິ່ງເຈົ້າພາບກຳນົດແຕ່ລະທີມສົ່ງໄດ້ບໍ່ເກີນ 6 ລາຍການຈາກທັງໝົດ 11 ລາຍການເຊັ່ນ: ກະຕໍ້ລອດບ້ວງ ປະເພດທີມຍິງ ທີມຊາຍ ຄູ່ຍິງ ຄູ່ຊາຍ ທີມດ່ຽວຍິງ ທີມດ່ຽວຊາຍ ທີມຊຸດຍິງ ທີມຊຸດຊາຍ ທີມຍິງ 4 ຄົນ ທີມຊາຍ 4 ຄົນ ແລະ ທີມປະສົມຍິງ 4 ຄົນ.

error: Content is protected !!