ໄຊຍະບູລີ ດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 7 ສະໄໝທີ VII

    ກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ຄັ້ງທີ 7 ສະໄໝທີ VII ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 1 ສິງຫາ 2022 ທີ່ສະໂມສອນຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ເຂົ້າຮ່ວມມີຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ກໍາມະການປະຈໍາພັກແຂວງ ກໍາມະການພັກແຂວງ ຫົວໜ້າພະແນກການ ກົມກອງ ລັດວິສາຫະກິດອ້ອມຂ້າງແຂວງ ມີເລຂາພັກເມືອງ ເຈົ້າເມືອງ 11 ເມືອງເຂົ້າຮ່ວມຢ່າງພ້ອມພຽງ.

     ໃນກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 2 ວັນ ແລະ ຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ຕີລາຄາຄວາມຮັບຜິດຊອບການເມືອງຂອງຄະນະພັກຂັ້ນຕ່າງໆ ໃນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດບັນດາມະຕິຄໍາສັ່ງ ລະບຽບກົດໝາຍຂັ້ນເທິງວາງອອກ ແລະບັນດາວຽກງານທີ່ສໍາຄັນ ເປັນຕົ້ນແມ່ນການລາຍງານການນໍາພາ-ຊີ້ນໍາ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ-ການເງິນ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຂອງຄະນະພັກຂັ້ນຕ່າງໆຜ່ານມາ ເພື່ອໃຫ້ເຫັນໄດ້ດ້ານດີ ຜົນໄດ້ຮັບ ດ້ານອ່ອນຄົງຄ້າງ ຂໍ້ຂາດຕົກບົກຜ່ອງ ແລະ ພ້ອມກັນຄົ້ນຄວ້າເອກະພາບກ່ຽວກັບທິດທາງຈຸດສຸມ ມາດຕະການສູ້ຊົນຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ 2022 ແລະ ເພື່ອໃຫ້ບັນດາຄາດໝາຍຕ່າງໆບັນລຸຕາມແຜນການປີວາງໄວ້   ການເສີມຂະຫຍາຍທ່າແຮງຄວາມສາມາດບົ່ມຊ້ອນ  ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ ການຕີລາຄາການຊຸກຍູ້   ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ  ຂະໜາດກາງໃຫ້ມີຄວາມເຂັ້ມແຂງ ການເພີ່ມທະວີສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຢູ່ພາຍໃນແຂວງ ແຜນການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດຕໍາແໜ່ງງານຂອງບັນດາພະແນກການ ອົງການ ຂັ້ນແຂວງ ແລະ ຂັ້ນເມືອງ ການກະກຽມເຂົ້າຮ່ວມກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດບັນດາມະຕິ ຄໍາສັ່ງຂອງສູນກາງພັກ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ ວຽກງານພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ ແລະ ການຈັດຕັ້ງເຊື່ອມຊືມມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ໃນກອງປະຊຸມ ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຈາກບັນດາຜູ້ແທນແຕ່ລະສະຫາຍຕື່ມອີກ.

# ຂ່າວ-ພາບ: ແຂວງໄຊຍະບູລີ

error: Content is protected !!