ກະຊວງກະສິກໍາ ແລະ ປ່າໄມ້ ເຊື່ອມຊຶມເອກະສານສຳຄັນຂອງພັກຂອງຊາດ

    ກະຊວງກະສິກຳ ແລະ ປ່າໄມ້ (ກປ) ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ແລະ  ປາ​ຖະ​ກະ​ຖາປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຫວຽດ​ນາມ-ລາວ ກໍ​ຄືວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືຄົບຮອບ 45 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ເຜີຍແຜ່ເອກະສານແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ຂຶ້ນວັນທີ 29 ກໍລະກົດຜ່ານມາ ຢູ່ສະໂມສອນກະຊວງ ກປ ໂດຍເປັນປະທານຂອງສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ກປ ມີບັນດາສະຫາຍຄະນະປະຈຳພັກ ຄະນະບໍລິຫານງານພັກກະຊວງ ກປ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

    ສະຫາຍ ເພັດ ພົມພິພັກ ກ່າວວ່າ: ການເຜີຍແຜ່ເຊື່ອມຊຶມ ແລະ ປາຖະກະຖາເນື້ອໃນເອກະສານດັ່ງກ່າວນີ້ ແມ່ນມີຄວາມສໍາຄັນ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ ພາຍຫຼັງເຊື່ອມຊຶມຢູ່ຂັ້ນກະຊວງໃນຄັ້ງນີ້ແລ້ວ ໃຫ້ບັນດາສະຫາຍຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານທີ່ຂຶ້ນກັບຕົນ ສືບຕໍ່ນຳໄປຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງຢູ່ໃນຄວາມຮັບຜິດຊອບໃຫ້ທົ່ວເຖິງ.

    ເພື່ອໃຫ້ບັນດາສະຫາຍຄະນະພັກໄດ້ຄວາມຮັບຮູ້-ເຂົ້າໃຈ ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນເອກະສານດັ່ງກ່າວ ໂດຍສະເພາະ ມະຕິກອງປະຊຸມດັ່ງກ່າວໃຫ້ກວ້າງຂວາງ ແລະ ເລິກເຊິ່ງ ເພື່ອສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງ ກປ  ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ການຈັດຕັ້ງປະຕິດບັດ 2 ວາລະແຫ່ງຊາດໃຫ້ປາກົດຜົນເປັນຈິງ ເປັນຕົ້ນ ການຊຸກຍູ້ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໂດຍການນໍາໃຊ້ກາລະໂອກາດ ແລະ ທ່າແຮງບົ່ມຊ້ອນທີ່ໄດ້ປຽບ ໃນເງື່ອນໄຂເຊື່ອມໂຍງ ແລະ ເຊື່ອມຈອດ ຕາມແລວທາງເສດຖະກິດກັບພາກພື້ນ ແລະ ສາກົນ.

     ຈາກນັ້ນ ໃນພິທີກໍໄດ້ສືບຕໍ່ຮັບຟັງການເຜີຍແຜ່-ປາຖະກະຖາ ກ່ຽວກັບປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຫວຽດ​ນາມ-ລາວ 2022 ແນໃສ່ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ ຮັບຟັງການເຜີຍແຜ່ບັນດາເອກະສານແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ລະຫວ່າງພັກປະຊາຊົນປະຕິວັດລາວ ກັບພັກຄອມມູນິດຈີນ ຈາກສະຫາຍ ກິແກ້ວ ສິງນາວົງ ຄະນະປະຈຳພັກກະຊວງ ກປ ຕື່ມອີກ.

# ຂ່າວ – ພາບ : ລັດເວລາ

error: Content is protected !!