ຍ້ອງຍໍນັກຮຽນເກັ່ງ ແລະ ຄູສິດສອນດີເດັ່ນປະຈຳປີ 2022

    ຫ້ອງການສຶກສາທິການ ແລະ ກີລາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດສະຫຼຸບຜົນການສອບເສັງຄັດເລືອກນັກຮຽນເກ່ັງ ຊັ້ນປະຖົມສຶກສາ ປ.5 ມັດທະຍົມຕົ້ນ ມ.4 ແລະ ມັດທະຍົມປາຍ ມ.7 ປະຈຳສົກຮຽນ 2021-2022 ພາກລັດ-ເອກະຊົນທົ່ວເມືອງ ຢູ່ສະໂມສອນປົກຄອງເມືອງ ວັນທີ 29 ກໍລະກົດ 2022 ທີ່ສະໂມສອນເມືອງດັ່ງກ່າວ ມີທ່ານ ບົວໃສ ລຸນນະວົງສາ ຫົວໜ້າຫ້ອງວ່າການເມືອງຫາດຊາຍຟອງ ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຫາດຊາຍຟອງ ຕາງໜ້າຈາກພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ອຳນວຍການໂຮງຮຽນ ພາກສ່ວນກ່ຽວຂ້ອງ ແລະ ຜູ້ປົກຄອງນ້ອງນັກຮຽນເຂົ້າຮ່ວມ.

    ທ່ານນາງ ປອງປີດາ ພຸດທະຍອດຟ້າ ຫົວໜ້າໜ່ວຍງານສຶກສາພາກບັງຄັບ ຫ້ອງການສຶກສາທິການ ແລະ ກີລາເມືອງຫາດຊາຍຟອງ ໄດ້ລາຍງານໃຫ້ຮູ້ຕໍ່ກັບຜົນການສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງທັງ  ປ.5 ມ.4 ແລະ ມ.7 ທົ່ວເມືອງ ເຊິ່ງມີນັກຮຽນທີ່ຖືກຄັດເລືອກເຂົ້າຮ່ວມສອບເສັງນັກຮຽນເກັ່ງທີ່ຂັ້ນເມືອງຈັດຂື້ນໃນວັນທີ 23 ກຸມພາ 2022 ໃນຊັ້ນ ປ.5 ມີ 290 ຄົນ ຍິງ 203 ຄົນ ມ.4 ມີ 114 ຄົນ ຍີງ 109 ຄົນ ແລະ ມ.7 ມີ 103 ຄົນ ຍິງ 73 ຄົນ ດ້ານກະກຽມການຈັດການສອບເສັງ ໄດ້ເອກະພາບໃນທົ່ວນະຄອນຫຼວງວຽງຈັນ ສຳລັບການສອບເສັງ ຊັ້ນ ປ.5 ປະກອບມີ 3 ວິຊາຫຼັກ ສ່ວນ ມ.4 ແລະ ມ.7 ປະກອບມີ 4 ວິຊາຫຼັກ ສ່ວນຜົນການສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງທີ່ເປັນຕົວແທນໄດ້ເຂົ້າຮ່ວມສອບເສັງຂັ້ນນະຄອນຫຼວງວຈັນທັງ 3 ຊັ້ນຮຽນທີ່ໄດ້ຈັດຂື້ນໃນວັນທີ 10 ມີນາຜ່ານມາ ສາມາດສະຫຼຸບຜົນໄດ້ດັ່ງນີ້: ຊັ້ນ ປ.5 ຄັດເລືອກໃນ 3 ວິຊາ ວິຊາລະ 3 ຄົນ ລວມເປັນ 9 ຄົນ ຊັ້ນ ມ.4 ແລະ ມ.7 ຄັດເລືອກໃນ 4 ວິຊາ ວິຊາລະ 5 ຄົນ ລວມເປັນ 40 ຄົນ ລວມທັງໝົດ 49 ຄົນ ພ້ອມດຽວກັນນັ້ນ ທາງຫ້ອງການກ່ຽວຂ້ອງຈື່ງໄດ້ຈັດພິທີຍ້ອງໃຫ້ກັບນ້ອງນັກຮຽນທີ່ສາມາດຍາດ ໄດ້ຜົນການຮຽນດີຮຽນເກັ່ງດີເດັ່ນປະຈຳຊັ້ນ ແລະ ປະຈຳປີ ນອກນີ້ ຍັງໄດ້ມອບໃບຍ້ອງຍໍໃຫ້ບັນດາຄູອາຈານທີ່ສິດສອນດີເດັ່ນ ປະຈຳປີ 2022 ເຊີ່ງເຮັດໃຫ້ສ້າງໄດ້ຜົນການສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ແລະ ນະຄອນຫຼວງວຽງຈັນໃນປີນີ້ ແມ່ນໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ເປັນກຽດມອບຍ້ອງຍໍໃຫ້ກັບນ້ອງນັກຮຽນ ແລະ ຄູອາຈານດີເດັ່ນ ໂດຍແມ່ນທ່ານ ບົວໃສ ລຸນນະວົງສາ ຫົວໜ້າຫ້ອງວ່າການເມືອງຫາດຊາຍຟອງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!