ທ່ານ ສົມມິດ ໝັ້ນທີເລີດ ເຈົ້າຂອງໂຮງແຮມ M&M ໃດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ພາຍຫຼັງ ມີການລະບາດຂອງ ພະຍາດໂຄວິດ-19 ການທ່ອງທ່ຽວ ຢູ່ແຂວງ ຕ່າງໆໂດຍສະເພາະ ຢູ່ເມືອງວັງວຽງ ແຂວງວຽງຈັນ ກໍໄດ້ຮັບຜົນກະທົບ ເຊັ່ນດຽວກັນ ແຕ່ພາຍຫຼັງ ລັດຖະບານປະກາດ ນະໂຍບາຍ ເປີດປະເທດຢ່າງເຕັມ ຮູບແບບ ທຸລະກິດ ດ້ານການບໍລິ ການການທ່ອງທ່ຽວ ຂອງເມືອງ ວັງວຽງ ກໍາລັງຟື້ນຟູ ແລະ ປັບປຸງຄືນໃໝ່ ແລະ ມີນັກທ່ອງ ທ່ຽວທັງພາຍໃນແລະຕ່າງປະເທດຫລັ່ງໄຫລມາຢ້ຽມຢາມ, ເຊັ່ນດຽວກັນກັບ ໂຮງແຮມ M&M Hotell ທີ່ກຽມພ້ອມ ໃຫ້ບໍລິການ ແບບມືອາຊີບ ແລະ ຍິນດີຕ້ອນຮັບ ນັກທ່ອງທ່ຽວທຸກທ່ານ.


ສໍາລັບນັກທ່ອງທ່ຽວທີ່ມັກ ຖ່າຍຮູບມູມສູງ ຫຼື ຊົມທິວ ທັດທຳມະຊາດທີ່ສວຍງາມທົ່ວ ເມືອງວັງວຽງ ຕ້ອງມາພັກ ທີ່ໂຮງແຮມ M&M ເພາະຕັ້ງຢູ່ໃຈກາງເມືອງ ວັງວຽງ ໃກ້ກັບສະຖານີລົດໄຟ ແລະ ທາງດ່ວນ ໃຫ້ບໍລິການຫ້ອງພັກ ພ້ອມອາຫານ ມີສິ່ງອໍານວຍ ຄວາມສະດວກທີ່ໄດ້ມາດຕະຖານ ແລະ ເປັນມີອາຊີບຄື ມີບ່ອນ ຈອດລົດ ອິນເຕີເນັດ(wifi) ແລະ ສູນອອກກໍາລັງກາຍ ໄວ້ບໍລິການ ເປັນໂຮງແຮມສູງ 5 ຊັ້ນ ມີຊັ້ນດາດຟ້າ ເປັນຈຸດຊົມທິວທັດ ແບບ 360 ອົງສາ ພ້ອມນີ້ຍັງມີບໍລິ ການອາຫານ ແລະ ເຄື່ອງດື່ມ.
ໂຮງແຮມ M&M ຕັ້ງຢູ່ໃກ້ກັບ ສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ຮ້ານອາຫານ ທະນາຄານ ແລະ ໂຮງໝໍ ແລະ ອື່ນໆ.
ສຳລັບທ່ານໃດທີ່ຕ້ອງການໄປ ພັກສາມາດສອບຖາມຂໍ້ມູນເພີ່ມ ຕື່ມຜ່ານເບີ ໂທ 020 23788777,020 57378777 ຫລື ເຟດບຸກ M&M Hotel ໄດ້.