ການແຂ່ງຂັນກິລາກະຕໍ້ຊິງແຊັມ ໂລກ ຊິງຂັນພະລາຊະທານ ຄິງຄັບ ຄັ້ງທີ 35 ທີ່ສູນການຄ້າແຟຊັ່ນໄອສແລນ ນະຄອນຫຼວງບາງກອກ ປະເທດໄທ ໃນວັນທີ 24-31 ກໍລະກົດ 2022.

ປະເພດຄູ່ຍິງ ຮອບຊິງຊະນະເລີດ ຄູ່ຍິງຈາກລາວເຮົາ ຜົນງານຍັງເດັ່ນຕ່ໍເນື່ອງ ເອົາຊະນະ ອິນໂດເນເຊຍ 2-0 ເຊັດ: 21-18, 21-19 ພິຊິດແຊ້ມໂລກມາຄອງເປັນຄັ້ງທຳອິດ ຫຼຽນທອງແດງຮ່ວມ ເປັນຂອງມຽນມາ ແລະ ມາເລເຊຍ.

ກະຕໍ້ຄູ່ຍິງລາວເຮົາ ຜົນງານດີມາຕັ້ງແຕ່ຮອບແບ່ງກຸ່ມ ຊະນະລວດ ຊະນະ ມາເລເຊຍ ເນປານ ອີຣານ ແລະ ໄຕ້ຫວັນ ມາໃນຮອບ 4 ທີມສຸດທ້າຍ ກໍເອົາຊະນະ ມຽນມາ 2-0 ເຊັດ: 22-20, 21-13 ແຕ່ລະນັດ ຄວ້າໄຊແບບບໍ່ເສຍເຊັດ ຄວ້າແຊັມໂລກມາຄອງຢ່າງສະຫງ່າຜ່າເຜີຍ ເປັນແຊັມໂລກສະໄໝທີ 2 ຕໍ່ຈາກປີ 2018.

ຂະນະທີ່ຄູ່ຊາຍລາວເຮົາ ຮອບຊິງເສຍໃຫ້ ມາເລເຊຍ ແບບຫວຸດວິດ 1-2 ເຊັດ: 24-25, 21-14, 18-21 ໄດ້ຫຼຽນເງິນ ຫຼື ຮອງແຊັມໂລກ ຫຼຽນທອງແດງຮ່ວມ ມຽນມາ ແລະ ອິນໂດເນເຊຍ.
ສຳລັບຜົນງານໃນຮອບແບ່ງກຸ່ມ ຂອງ ກະຕໍ້ຄູ່ຊາຍຈາກລາວ ຊະນະ 2 ນັດລວດ ຊະນະ ໂອມານ 2-0 ເຊັດ: 21-7, 21-10 ແລະ ຊະນະ ນູແວນເຊລັງ 2-0 ເຊັດ: 21-6, 21-13 ມາໃນຮອບ 4 ທີມສຸດທ້າຍ ເອົາຊະນະ ມຽນມາ 2-0 ເຊັດ: 21-13, 21-18.
ການແຂ່ງຂັນກິລາກະຕໍ້ຊິງແຊັມ ໂລກ ຊິງຂັນພະລາຊະທານ ຄິງຄັບ ຄັ້ງນີ້ ມີ 23 ປະເທດເຂົ້າຮ່ວມ ສຳລັບ ສປປ ລາວ ສົ່ງຄະນະນຳ ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 40 ຄົນ ຮ່ວມແຂ່ງຂັນ 6 ລາຍການເຊັ່ນ: ກະຕໍ້ລອດບ້ວງ ປະເພດທີມຍິງ ທີມຊາຍ ຄູ່ຍິງ ຄູ່ຊາຍ ທີມຊຸດຍິງ ແລະ ທີມຊຸດຊາຍ ເຊິ່ງເຈົ້າພາບກຳນົດແຕ່ລະທີມສົ່ງໄດ້ບໍ່ເກີນ 6 ລາຍການຈາກທັງໝົດ 11 ລາຍການເຊັ່ນ: ກະຕໍ້ລອດບ້ວງ ປະເພດທີມຍິງ ທີມຊາຍ ຄູ່ຍິງ ຄູ່ຊາຍ ທີມດ່ຽວຍິງ ທີມດ່ຽວຊາຍ ທີມຊຸດຍິງ ທີມຊຸດຊາຍ ທີມຍິງ 4 ຄົນ ທີມຊາຍ 4 ຄົນ ແລະ ທີມປະສົມຍິງ 4 ຄົນ.