ມອບບັດພະນັກງານ-ລັດຖະກອນ ໃຫ້ພະແນກ ຖວທ ນວ 40 ທ່ານ

     ມາຮອດປັດຈຸບັນ ວຽກງານອອກບັດພະນັກງານ-ລັດຖະກອນຂອງນະຄອນຫຼວງວຽງຈັນ ແມ່ນໄດ້ສຳເລັດໂດຍພື້ນຖານ ໂດຍໄດ້ມອບບັດໃຫ້ 32 ພາກສ່ວນ ຈຳນວນ 1.259 ບັດ ກວມເອົາ 67,9% ຂອງລັດຖະກອນຂັ້ນນະຄອນຫຼວງວຽງຈັນ ເຊິ່ງໃນຕໍ່ໜ້າ ຄະນະຮັບຜິດຊອບອອກບັດພະນັກງານ-ລັດຖະກອນ ຈະສືບຕໍ່ຂະຫຍາຍວຽກງານດັ່ງກ່າວລົງສູ່ຂັ້ນເມືອງຕື່ມອີກ.

    ພິທີມອບ-ຮັບບັດພະນັກງານ-ລັດຖະກອນໃຫ້ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈຳນວນ 40 ທ່ານ (ຊຸດທຳອິດ) ຈັດຂຶ້ນວັນທີ 28 ກໍລະກົດ 2022 ຢູ່ພະແນກ ຖວທ ນວ ເຂົ້າຮ່ວມໃນພິທີມີທ່ານ ອາໂນລັກ ສິດທິເດດ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ທ່ານ ກາບແກ້ວ ນາມມະຈັກ ຮອງຫົວໜ້າພະແນກພາຍໃນ ນວ ທ່ານ ຄຳຄູນ ໃບລາຕີຣ ຮອງຫົວໜ້າພະແນກ ຖວທ ນວ ພ້ອມພະນັກງານ-ລັດຖະກອນເຂົ້າຮ່ວມ.

     ທ່ານ ອາໂນລັກ ສິດທິເດດ ໄດ້ເຜີຍແຜ່ຄຳແນະນຳກ່ຽວກັບການອອກບັດພະນັກງານ-ລັດຖະກອນ (ສະບັບປັບປຸງ) ໂດຍທ່ານໄດ້ກ່າວບາງຕອນວ່າ: ເພື່ອກຳນົດຫຼັກການ ລະບຽບການ ແລະ ມາດຕະການກ່ຽວກັບການອອກບັດພະນັກ ງານ-ລັດຖະກອນ ເຮັດໃຫ້ການຈັດຕັ້ງພັກ ລັດ ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີບ່ອນອີງໃນການດຳເນີນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໄດ້ຢ່າງຖືກຕ້ອງ ແລະ ເປັນລະບົບ ທັງແນະນໍາໃຫ້ພະນັກງານ-ລັດຖະກອນ ຜູ້ຖື ແລະ ນຳໃຊ້ບັດມີຄວາມຮັບຮູ້ ແລະ ເຂົ້າໃຈ ໃນການນໍາໃຊ້ບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ການອອກບັດພະນັກງານ-ລັດຖະກອນ ເປັນບັນຫາໜຶ່ງທີ່ສໍາຄັນ ມີຜົນປະໂຫຍດຫຼາຍ ເພາະເປັນການຢັ້ງຢືນ ແລະ ກວດກາບັນຊີຈຳນວນພົນພະນັກງານ-ລັດຖະກອນ ຜູ້ມີໜ້າ ຫຼື ບໍ່ມີໜ້າຕົວຈິງ ຂອງບັນດາກະຊວງ ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ ສອດຄ່ອງກັບລະບຽບການ ຫັນການຄຸ້ມຄອງພະນັກງານ-ລັດຖະກອນ ຕາມກົດໝາຍ ລະບຽບການ ແລະ ທັນສະໄໝ ເຮັດໃຫ້ການເບີກຈ່າຍເງິນເດືອນ ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆຖືກຕ້ອງຕາມຕົວຈິງ ເພື່ອເປັນບ່ອນອີງໃຫ້ອົງການຄຸ້ມຄອງພະນັກງານ-ລັດຖະກອນ ຂອງບັນດາກະຊວງ ອົງການທຽບເທົ່າກະຊວງຂັ້ນສູນກາງ ຂັ້ນແຂວງ ແລະ ຂັ້ນເມືອງ ມີຄວາມສະດວກ ແລະ ພາກສ່ວນຕ່າງໆ ທີ່ມີສ່ວນກ່ຽວຂ້ອງ ລວມທັງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງໃນຂອບເຂດທົ່ວປະເທດ.

    ສຳລັບເປົ້າໝາຍທີ່ຈະອອກບັດໃຫ້ ແມ່ນລັດຖະກອນທີ່ມີຕຳແໜ່ງບໍລິຫານ ລັດຖະກອນວິຊາການ ແລະ ລັດຖະກອນຊ່ວຍວຽກບໍລິຫານທີ່ປະຈໍາການປົກກະຕິ ເຊິ່ງບັດພະນັກງານ-ລັດຖະກອນ ແມ່ນມີອາຍຸການນຳໃຊ້ນັບແຕ່ມື້ມອບ-ຮັບ ຈົນເຖິງມື້ສິ້ນສຸດການເປັນພະນັກງານ-ລັດຖະກອນ.

    ໂອກາດນີ້ ທ່ານ ຄຳຄູນ ໃບລາຕີຣ ກໍໄດ້ຮຽກຮ້ອງໃຫ້ບັນດາພະນັກງານ-ລັດຖະກອນທີ່ໄດ້ຮັບບັດໃນຄັ້ງນີ້ ຈົ່ງເກັບຮັກສາບັດຂອງຕົນເອງໄວ້ໃຫ້ດີ ບໍ່ໃຫ້ຕົກເຮ່ຍເສຍຫາຍ ບໍ່ໃຫ້ແຕກຫັກ ແລະ ສິ່ງທີ່ສຳຄັນ ຕ້ອງປະຕິບັດຕາມລະບຽບວາງອອກຢ່າງເຂັ້ມງວດ ພ້ອມທັງຮຽກຮ້ອງໃຫ້ຄະນະຮັບຜິດຊອບອອກບັດພະນັກງານ-ລັດຖະກອນ ສືບຕໍ່ມອບບັດໃຫ້ພະນັກງານ-ລັດຖະກອນຂອງພະແນກ ຖວທ ນວ ທີ່ຍັງບໍ່ທັນໄດ້ຮັບບັດອີກຈຳນວນ 80 ທ່ານ ໃຫ້ສຳເລັດຕາມແຜນວາງໄວ້.

# ຂ່າວ – ພາບ : ຊິລິການດາ

error: Content is protected !!