ມຊ ຈະຮັບນັກສຶກສາປີນີ້ ພຽງແຕ່ 7 ພັນຄົນ

ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ເປັນຄວາມຫວັງຄັ້ງໃຫຍ່ຂອງນ້ອງໆລູກຫຼານຜູ້ຈົບມັດທະຍົມ ເມື່ອຈົບສາມັນແລ້ວ ສິ່ງໜຶ່ງທີ່ຕ້ອງ ຄິດຄືເຮັດແນວໃດຈະໄດ້ເຂົ້າຮຽນຢູ່ ມຊ ໂດຍປີນີ້ ມີຕົວເລກຮັບນັກສຶກສາທັງໝົດ 6.990 ຄົນເທົ່ານັ້ນ.

    ສຳລັບກຳນົດສອບເສັງກໍ່ຄື ວັນທີ 13 ສິງຫາ ທີ່ຈະມາເຖິງນີ້ ແມ່ນມື້ສອບເສັງຄັດເລືອກເອົານັກ ສຶກສາທີ່ຮຽນຈົບ ມ.7 ປີນີ້ ຫຼື ຈົບໃນປີຜ່ານມາເພື່ອເຂົ້າຮຽນ ມ.ຊ ໃນສົກສຶກສາ 2022-2023 ຊຶ່ງ ມ.ຊ ມີແຜນຮັບ 6.990 ຄົນ, ໃນນີ້ປະລິນຍາຕີ 5.150 ຄົນ, ປະລິນຍາຕີຕໍ່ເນື່ອງ 1.480 ຄົນ, ຫຼັກສູດ ນາໆຊາດ+ຫຼັກສູດຄູພາ ສາຈີນ 210 ຄົນ, ອະນຸປະລິນຍາ 150 ຄົນ.

    ທ່ານ ສອນສັກສິດ ບຸນມາ ຫົວໜ້າຫ້ອງການວິຊາການ ມຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 26 ກໍລະກົດ ຜ່ານມາວ່າ:ມຊ ໄດ້ເປີດໃຫ້ນັກສອບເສັງລົງທະ ບຽນອອນລາຍເລີ່ມແຕ່ວັນທີ 18 ກໍລະກົດເຖິງ ວັນທີ 10 ສິງຫາ 2022, ປິດລົງທະບຽນອອນລາຍ ແລະ ປິດແຈກບັດເຂົ້າຫ້ອງ ສອບເສັງໃນວັນທີ 10 ສິງຫາ ນີ້, ສຳລັບການສອບເສັງແມ່ນໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ກຸ່ມວິຊາທໍາມະຊາດ STEM ມີ 61 ສາຂາວິຊາ ແລະ ກຸ່ມ B ກຸ່ມວິຊາສັງຄົມສາດ NON STEM ມີ 52 ສາຂາວິຊາ ຊຶ່ງຈະຈັດການສອບເສັງໃນມື້ດຽວກັນ ກໍຄືວັນທີ 13 ສິງຫາ 2022 ທີ່ຈະມາເຖິງນີ້.

    ສຳລັບກຸ່ມ A ຈະສອບເສັງ ວິຊາຄະນິດສາດ A ແລະ ວິຊາຟີຊິກສາດ, ວິຊາພາສາ ລາວ-ວັນນະຄະດີ, ພາສາອັງກິດ, ເຄມີສາດ, ຊີວະສາດ.

   ກຸ່ມ B ຈະສອບເສັງວິຊາຄະ ນິດສາດ B, ວິຊາພາສາລາວ -ວັນນະຄະດີ, ພາສາອັງກິດ, ພູມີສາດ, ປະຫວັດສາດ ນອກຈາກນັ້ນ ມຊ ຍັງສອບເສັງ ເຂົ້າຮຽນໃນຫຼັກສູດນາໆຊາດ ຊຶ່ງຈະສອບເສັງໃນວັນທີ 22 ສິງຫາ 2022.

   ສຳລັບສະຖານທີ່ສອບເສັງ ແບ່ງອອກເປັນ 4 ເຂດຄື: ວິທະຍາເຂດດົງໂດກ, ວິທະຍາເຂດໂສກປ່າຫຼວງ, ວິທະຍາເຂດດອນນົກຄຸ້ມ ແລະ ໂຮງຮຽນມັດທະຍົມ ທີ່ຂຶ້ນກັບນະຄອນຫຼວງ. ພາຍຫຼັງສອບເສັງແລ້ວ ຄາດວ່າ ຈະປະກາດຜົນສອບເສັງກ່ອນວັນທີ 12 ກັນຍາ 2022 ແລະ ໃນວັນທີ 10 ຕຸລາ 2022 ນັກສຶກສາປີທີ 1      ເລີ່ມຕົ້ນເຂົ້າຮຽນພາກຮຽນທີ 1 ຂອງສົກສຶກສາ 2022-2023.

error: Content is protected !!