ສອງກະຊວງ ລົງນາມການຈັດຕັ້ງປະຕິບັດກົນໄກການແລກປ່ຽນຂໍ້ມູນພົນລະເມືອງ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ແລະ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ກ່ຽວກັບການຈັດຕັ້ງປະຕິບັດກົນໄກການແລກປ່ຽນຂໍ້ມູນພົນລະເມືອງ ຈັດຂຶ້ນວັນທີ 29 ກໍລະກົດ 2022 ທີ່ ກະຊວງພາຍໃນ ຮ່ວມລົງນາມໂດຍທ່ານນາງ ກົມມະລີ ວິລະພັນ ຫົວໜ້າກົມຄຸ້ມຄອງພັນລະເມືອງ ກະຊວງພາຍໃນ ແລະ ທ່ານ ພົນຈັດຕະວາ ໜູໃບ ອິນທິການ ຫົວໜ້າກົມຄຸ້ມຄອງສຳມະນໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ມີທ່ານນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

     ທ່ານນາງ ກົມມະລີ ວິລະພັນ ກ່າວວ່າ: ເພື່ອຈັດຕັ້ງປະຕິບັດຄໍາໝັ້ນສັນຍາຕ່າງໆຂອງ ສປປ ລາວ ຕໍ່ສາກົນເປັນຕົ້ນ: ສົນທິສັນຍາວ່າດ້ວຍສິດທິມະນຸດ ສິດທິເດັກ ສິດທິຂອງພົນລະເມືອງ ແລະ ສິດທິທາງການເມືອງ ການປົກປ້ອງແຮງງານ ແລະ ຄອບຄົວ ຕາມການຕົກລົງຮ່ວມໃນການປັບປຸງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງໃນລະດັບພາກພື້ນອາຊີ-ປາຊີຟິກ ທີ່ຮັບຮອງວ່າ: ຮອດປີ 2024 ລັດຖະບານຈະສູ້ຊົນໃຫ້ພົນລະເມືອງທຸກຄົນ ແລະ ເດັກນ້ອຍເກີດໃໝ່ຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດເປັນທາງການໃຫ້ໄດ້ 70% ໃນຂອບເຂດທົ່ວປະເທດ.

    ການຈົດທະບຽນພົນລະເມືອງ ແລະ ສະຖິຕິພົນລະເມືອງ ແມ່ນການໃຫ້ເອກະລັກທາງກົດໝາຍແກ່ບຸກຄົນ ສິດຂອງເຂົ້າເຈົ້າຖືກຮັບຮູ້ຄວາມເປັນຕົວຕົນຕໍ່ກົດໝາຍ ແລະ ສາຍພົວພັນເປັນທາງການກັບລັດ ໃຫ້ເອກະສານຫຼັກຖານອ້າງອີງແກ່ບຸກຄົນເຊັ່ນ: ໃບຢັ້ງຢືນການເກີດເພື່ອພິສູດຊື່ ອາຍຸ ສາຍພົວພັນຄອບຄົວ ແລະ ສັນຊາດຂອງຜູ້ເປັນພໍ່ແມ່ ເຊິ່ງຈະເປັນຂໍກະແຈໄປສູ່ການເຂົ້າເຖິງການບໍລິການພື້ນຖານຂອງລັດ ເຊັ່ນ ການການປິ່ນປົວ ການສຶກສາ ແລະ ການປົກປ້ອງທາງດ້ານສັງຄົມ ເອກະສານເຫຼົ່ານີ້ ຍັງເປັນບ່ອນອີງສໍາລັບການເຂົ້າຮ່ວມກິດຈະກໍາທາງດ້ານການເມືອງ ການຮ້ອງຂໍຄວາມຍຸຕິທໍາ ສັນຊາດ ກໍາມະສິດຊັບສິນ ການມີວຽກເຮັດງານທໍາຢ່າງເປັນທາງການ ແລະ ອື່ນໆ ພາຍຫຼັງທີ່ລັດຖະບານໄດ້ອະນຸມັດໃຫ້ກະຊວງພາຍໃນພັດທະນາໂຄງການສ້າງລະບົບຄຸ້ມຄອງຂໍ້ມູນພົນລະເມືອງແບບເອເລັກໂຕຣນິກ ກົມຄຸ້ມຄອງພົນລະເມືອງໄດ້ເລີ່ມຈັດຕັ້ງປະຕິບັດການອອກແບບ ແລະ ພັດທະນາລະບົບຄຸ້ມຄອງພົນລະເມືອງເອເລັກໂຕຣນິກ ໂດຍຮ່ວມກັບບໍລິສັດຕ່າງປະເທດ.

    ສຳລັບການເຊັນບົດບັນທຶກຄັ້ງນີ້ ຈະເປັນການຮ່ວມມືເຊື່ອມຕໍ່ ແລະ ແລກປ່ຽນຂໍ້ມູນກັນ ແລະ ເປັນບ່ອນອີງທີ່ມີຄວາມໝາຍຄວາມສໍາຄັນໃນດ້ານການຈັດຕັ້ງປະຕິບັດຂອງ 2 ຂະແໜງການ ຫາກມີການປະສານສົມທົບກັນຢ່າງກົມກຽວ ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງກໍໍຈະສາມາດບັນລຸໄດ້ຄາດໝາຍທີ່ລັດຖະບານໄດ້ວາງໄວ້ ຈະໄດ້ຂໍ້ມູນ ແລະ ສະຕິທີ່ມີຄວາມຊັດເຈນ ເພື່ອນໍາໃຊ້ເຂົ້າໃນການວາງແຜນພັດທະນາເສດຖະກິດ-ສັງຄົມ ແລະ ນໍາໃຊ້ເຂົ້າໃນວຽກງານຂອງຕົນຕາມພາລະບົດບາດ ແລະ ບັນລຸຄໍາໝັ້ນສັນຍາກັບສາກົນທີ່ ສປປ ລາວ ໄດ້ລົງນາມໃນໄລຍະຜ່ານມາ ແລະ ຕໍ່ໜ້າ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!